ຂປລ
ເກີດແຜ່ນດິນ ໄຫວ ຢູ່ເກາະຄີວຊູ ແຂວງຄູມາໂມໂຕຂອງຍີ່ປຸ່ນ ລະດັບ 6,8 ຣິກເຕີ, ຈຸດສູນກາງມີຄວາມເລິກເຖິງ 10 ກິໂລແມັດ ເຮັດໃຫ້ມີຜູ້ເສຍຊີວິດ 13 ຄົນ ແລະ ບາດເຈັບອີກ 31 ຄົນ.
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 29 ກໍລະກົດນີ້, ທ່ານ ນາງ ທະຄະອິຊິ ຊະນະເອະ ນາຍົກ ລັດຖະມົນຕີຍີ່ປຸ່ນ ໄດ້ຖະແຫລງຢູ່ ສຳນັກງານ ນາຍົກລັດຖະມົນຕີວ່າ: ເກີດແຜ່ນດິນ ໄຫວ ຢູ່ເກາະຄີວຊູ ແຂວງຄູມາໂມໂຕຂອງຍີ່ປຸ່ນ ລະດັບ 6,8 ຣິກເຕີ, ຈຸດສູນກາງມີຄວາມເລິກເຖິງ 10 ກິໂລແມັດ ເຮັດໃຫ້ມີຜູ້ເສຍຊີວິດ 13 ຄົນ ແລະ ບາດເຈັບອີກ 31 ຄົນ. ປັດຈຸບັນ ເຈົ້າໜ້າທີ່ ກ່ຽວຂ້ອງ ພວມໃຫ້ການຊ່ວຍເຫລືອ ຜູ້ທີ່ໄດ້ຮັບຜົນກະທົບ ໃນຄັ້ງນີ້ ຢ່າງຮີບດ່ວນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL