ການພັດທະນາເສດຖະກິດ-ສັງຄົມ 6 ເດືອນ ຕົ້ນປີ 2026 ເມືອງໂຂງ ມີຫລາຍອັນພົ້ນເດັ່ນ

29/07/2026 10:15
ຂປລ ຂປລ. ການພັດທະນາເສດຖະກິດ-ສັງຄົມ ໄລຍະ 6 ເດືອນຕົ້ນປີ 2026 ມີຜົນສໍາເລັດຫລາຍອັນພົ້ນເດັ່ນ ສາມາດເກັບລາຍຮັບເຂົ້າງົບປະມານ ປະຕິບັດໄດ້ 8,7 ຕື້ກີບ

ຂປລ. ການພັດທະນາເສດຖະກິດ-ສັງຄົມ ໄລຍະ 6 ເດືອນຕົ້ນປີ 2026 ມີຜົນສໍາເລັດຫລາຍອັນພົ້ນເດັ່ນ ສາມາດເກັບລາຍຮັບເຂົ້າງົບປະມານ ປະຕິບັດໄດ້ 8,7 ຕື້ກີບ, ເກັບກ່ຽວເຂົ້ານາແຊງໄດ້ 12.393,2 ໂຕນ, ອັດຕາການເຂົ້າຮຽນຊັ້ນປະຖົມບັນລຸ 98,73%, ສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 72.937 ຄົນ, ຮັກສາຄວາມສະຫງົບຕາມຊາຍແດນ ລາວ-ກຳປູເຈຍ (157 ກິໂລ ແມັດ) ໄດ້ໂດຍພື້ນຖານ, ສໍາເລັດການຖ່າຍໂອນສໍາມະໂນຄົວເປັນເອເລັກໂຕຣນິກ 11.403 ຄອບຄົວ, ອອກໃບຢັ້ງຢືນສໍາມະໂນດີຈິຕອນ 15 ຄອບຄົວ ແລະ ບັດປະຈໍາຕົວດີຈິຕອນ 1.127 ບັດ.

ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງໂຂງ ໄດ້ໃຫ້ຮູ້ໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ພ້ອມດ້ວຍການນຳແຂວງຈຳປາສັກ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຕາແສງກະດັນ ໃນທ້າຍອາທິດຜ່ານມາ ໂດຍທ່ານໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນໃນຫລາຍຂົງເຂດ ເປັນຕົ້ນ ເມືອງໂຂງ ມີໂຄງການລົງທຶນທັງໝົດ 29 ໂຄງການ ມູນຄ່າ 25.613,96 ຕື້ກີບ, ອັນພົ້ນເດັ່ນແມ່ນການຈັດຕັ້ງປະຕິບັດໂຄງການໄຟຟ້າພະລັງງານແສງຕາເວັນ 3 ໂຄງການ ລວມກຳລັງການຜະລິດ 420 ເມກາວັດ (150 MW ບໍລິສັດ ຈະເລີນເຊກອງ, 150 MW ບໍລິສັດ ແມ່ຂອງພາວເວີ ແລະ 120 MW ບໍລິສັດ ເມືອງໂຂງ ຄຣີນເອເນີຈີ); ຈັດເກັບລາຍຮັບເຂົ້າງົບປະມານ ປະຕິບັດໄດ້ 8,7 ຕື້ກີບ (ເທົ່າກັບ 49% ຂອງແຜນການປີ); ໄດ້ສໍາເລັດການປະກາດສ້າງຕັ້ງ 5 ຕາແສງ; ປະກາດເມືອງໂຂງເປັນເມືອງຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດໄດ້ 3 ບ້ານ (ບ້ານເມືອງແສນ, ບ້ານຂີ້ນາກ ແລະ ບ້ານນາກະສັງ), ປະເມີນຄອບຄົວທຸກຍາກຍັງເຫລືອພຽງ 152 ຄອບຄົວ; ສາມາດເກັບກ່ຽວເຂົ້ານາແຊງໄດ້ 12.393,2 ໂຕນ, ປັດຈຸບັນການປັກດໍາເຂົ້ານາປີປະຕິບັດໄດ້ 70% (10.514 ເຮັກຕາ), ມີເສັ້ນທາງຄົມມະນາຄົມ 94 ເສັ້ນ ຍາວ 636,64 ກິໂລແມັດ, ແຕ່ລະບ້ານມີເສັ້ນທາງທຽວໄດ້ 2 ລະ ດູກວມ 100%; ອັດຕາການເຂົ້າຮຽນຊັ້ນປະຖົມບັນລຸ 98,73%, ຍາດໄດ້ລາງວັນນັກຮຽນເກັ່ງຂັ້ນແຂວງ 3 ລາງວັນ; ສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 72.937 ຄົນ (ນັກທ່ອງທ່ຽວຕ່າງ ປະເທດ 43.691 ຄົນ); ຮັກສາຄວາມສະຫງົບຕາມຊາຍແດນ ລາວ-ກຳປູເຈຍ (157 ກິໂລແມັດ) ໄດ້ໂດຍພື້ນຖານ; ສໍາເລັດການຖ່າຍໂອນສໍາມະໂນຄົວເປັນເອເລັກໂຕຣນິກ 11.403 ຄອບຄົວ, ອອກໃບ ຢັ້ງຢືນສໍາມະໂນດີຈິຕອນ 15 ຄອບຄົວ ແລະ ບັດປະຈໍາຕົວດີຈິຕອນ 1.127 ບັດ.

ສໍາລັບ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2026 ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງສູນກາງພັກ; ເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ (ຢາເສບຕິດ, ສະແກມເມີ, ມົ້ວສຸມອື່ນໆ); ຊຸກຍູ້ການສ້າງເສດຖະກິດເອກະລາດ ເພິ່ງຕົນເອງ (ສອຈ) ຕາມມະຕິ 04/ກມສພ; ຄຸ້ມຄອງແຮ່ທາດຕາມຄໍາສັ່ງ 11/ຄລສພ ແລະ ສຸມໃສ່ຊ່ວຍເຫລືອ 152 ຄອບຄົວທຸກຍາກໃຫ້ສາມາດລົບລ້າງຄວາມທຸກຍາກໄດ້ 100%.

ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ

KPL

ຂ່າວອື່ນໆ

ads
ads

Top