ຂປລ
ງານສະເຫລີມສະຫລອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສະຖາບັນແມ່ນໍ້າຂອງຈັດຂຶ້ນເມື່ອບໍ່ດົນຜ່ານມາຢູ່ບາງກອກ, ລາຊະອານາຈັກໄທ, ມີບັນດາຜູ້ກໍ່ຕັ້ງ, ຄະນະສະພາບໍລິຫານ ແລະ ຄະນະປະຈຳສະຖາບັນແມ່ນ້ຳຂອງ, ບັນດາເອກອັກຄະລັດຖະທູດ, ຜູ້ ຕາງໜ້າຈາກພາກລັດ ແລະ ພາກ ເອກະຊົນຂອງບັນດາປະເທດອະນຸພາກພ້ືນແມ່ນໍ້າຂອງ, ລວມທັງບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.
ຂປລ. ໃນນັ້ນ, ຄະນະຜູ້ແທນ ສປປ ລາວ ນໍາໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມ. ໂອກາດດ່ັງກ່າວ , ທ່ານ ສົມສະຫວາດ ເລ່ັງສະຫວັດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ຮ່ວມລົງນາມໃນກົດບັດສະຖາບັນແມ່ນໍ້າຂອງ ໃນປີ 2003, ໄດ້ຂຶ້ນກ່າວຄໍາເຫັນຊົມເຊີຍໂດຍໄດ້ຫວນຄືນເຖິງບົດບາດຄວາມສໍາຄັນຂອງສະຖາບັນແມ່ນ້ໍາຂອງ ໃນຖານະເປັນອົງການຈັດຕັ້ງລະຫວ່າງ ລັດຖະບານຂອງປະເທດອະນຸພາກພື້ນແມ່ນໍ້າຂອງ, ໄດ້ຊົມເຊີຍໝາກຜົນແຫ່ງການເຕີບໃຫຍ່ຂະຫຍາຍຕົວຢ່າງມີຄຸນນະພາບຂອງສະຖາບັນແມ່ນໍ້າຂອງ ແລະ ບັນດາຜົນສຳເລັດອັນພົ້ນເດັ່ນທີ່ສ້າງມາໄດ້ຕະຫລອດໄລຍະ 3 ທົດສະວັດຜ່ານມາ ໂດຍສະເພາະການປະກອບສ່ວນສໍາຄັນເຂົ້າໃນການພັດທະນາຊັບພະຍາກອນມະນຸດໃນຂະແໜງກະສິກໍາ, ການຄ້າ, ການລົງທຶນ, ພະລັງງານ, ສິ່ງແວດລ້ອມ, ສາທາລະນະສຸກ, ດີຈິຕອນ ແລະ ຄົມມະນາຄົມຂົນສົ່ງໃຫ້ແກ່ບັນດາປະເທດໃນພາກພື້ນແມ່ນໍ້າຂອງ ລວມທັງ ສປປ ລາວ ຢ່າງຕໍ່ເນື່ອງຕະຫລອດມາ, ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ທຸກພາກສ່ວນທີ່ກ່ຽວຂ້ອງ ຂອງບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນທີ່ໄດ້ຊ່ວຍຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂອງສະຖາບັນແມ່ນໍ້າຂອງ ເພື່ອສະໜັບສະໜູນການພັດທະນາແບບຍືນຍົງ ແລະ ທົ່ວເຖິງຂອງພາກພື້ນ.
ພ້ອມກັນນ້ີ, ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃນນາມປະທານສະພາບໍລິຫານງານສະຖາບັນແມ່ນໍ້າຂອງ ໄດ້ກ່າວຕ້ອນຮັບໃນງານສະເຫລີມສະຫລອງດ່ັງກ່າວ ໂດຍໄດ້ຍົກໃຫ້ເຫັນເປ້ົາໝາຍລວມຂອງການສ້າງຕັ້ງສະຖາບັນແມ່ນໍ້າຂອງ, ຜົນສຳເລັດອັນສໍາຄັນທີ່ສ່ອງແສງໃຫ້ເຫັນເຖິງຖານະບົດບາດຂອງສະຖາບັນ ແມ່ນໍ້າຂອງ ໄດ້ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ພ້ອມທັງໄດ້ຊຸກຍູ້ໃຫ້ສະຖາບັນແມ່ນໍ້າຂອງ ສືບຕໍ່ເສີມຂະຫຍາຍໝາກຜົນຕ່າງໆທີ່ຜ່ານມາ ແລະ ໃຫ້ສາມາດຮັບມືກັບສິ່ງທ້າທາຍໃນປັດຈຸບັນ ແລະ ອະນາຄົດເພື່ອສືບຕໍ່ຍົກສູງຂີດຄວາມສາມາດໃຫ້ແກ່ຊັບພະຍາກອນມະນຸດ, ຊຸກຍູ້ການແລກປ່ຽນສົນທະນາລະດັບພາກພື້ນທາງດ້ານນະໂຍບາຍ ແລະ ຄວາມຮູ້ວິຊາການ ແລະ ສົ່ງເສີມການຮ່ວມມື ແລະ ການເຊື່ອມໂຍງພາກພື້ນໃຫ້ກວ້າງຂວາງກວ່າເກ່ົາ ໂດຍສະເພາະການຈັດຕັ້ງປະຕິບັດແຜນຍຸດທະສາດຂອງສະຖາບັນແມ່ນໍ້າຂອງ ໄລຍະປີ 2026-2030 ໃຫ້ບັນລຸຜົນສໍາເລັດ ແລະ ນໍາຜົນປະໂຫຍດຕົວຈິງມາສູ່ພາກພື້ນແມ່ນໍ້າຂອງ.
ນອກຈາກນີ້, ທ່ານ ສຸຣະກຽດ ສະຖຽນໄທ ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກໄທ ໃນນາມຕາງໜ້າລັດຖະບານແຫ່ງລາຊະອານາຈັກໄທ ທີ່ໄດ້ຮ່ວມລົງນາມໃນກົດບັດສະຖາບັນແມ່ນໍ້າຂອງ ກໍໄດ້ຂຶ້ນກ່າວຄໍາເຫັນຊົມເຊີຍເຊັ່ນດຽວກັນ ແລະ ທ່ານ ເຕດ ບຸນນາກອະດີດລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງລາຊະອານາຈັກໄທ, ທີ່ປຶກສາກິຕິມະສັກສະພາບໍລິຫານງານສະຖາບັນແມ່ນໍ້າຂອງ ໄດ້ໃຫ້ກຽດກ່າວເປີດງານສະເຫລີມສະຫລອງດັ່ງກ່າວ. ທັງສອງທ່ານລ້ວນແລ້ວແຕ່ແມ່ນເພ່ືອນຮ່ວມງານທ່ີດີຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນໄລຍະເຄື່ອນໄຫວວຽກງານການພົວພັນຕ່າງປະເທດ ໄລຍະຜ່ານມາລະຫວ່າງ ສປປ ລາວ ແລະ ລາຊະອານາຈັກໄທ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ.
KPL