ຂປລ
ກະຊວງກະສິກຳ ແລະ ຊົນນະບົດຈີນ ໄດ້ເປີດເຜີຍ ບັນຊີລາຍຊື່ ງວດທຳອິດ ກ່ຽວກັບ ການປະຕິບັດ ລະບົບປັບປຸງ ພັນທຸກຳໃໝ່ ບົນພື້ນຖານ ພືດກະສິກຳດັ້ງເດີມ ຫລື EDV ໂດຍໄດ້ຈັດພືດ 10 ຊະນິດເຊັ່ນ: ເຂົ້າ, ເຂົ້າບາເລ,ຝ້າຍ ແລະ ອື່ນໆ ເຂົ້າໃນບັນຊີດັ່ງກ່າວ.
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ກະຊວງກະສິກຳ ແລະ ຊົນນະບົດຈີນ ໄດ້ເປີດເຜີຍ ບັນຊີລາຍຊື່ ງວດທຳອິດ ກ່ຽວກັບ ການປະຕິບັດ ລະບົບປັບປຸງ ພັນທຸກຳໃໝ່ ບົນພື້ນຖານ ພືດກະສິກຳດັ້ງເດີມ ຫລື EDV ໂດຍໄດ້ຈັດພືດ 10 ຊະນິດເຊັ່ນ: ເຂົ້າ, ເຂົ້າບາເລ,ຝ້າຍ ແລະ ອື່ນໆ ເຂົ້າໃນບັນຊີດັ່ງກ່າວ. ນີ້ເປັນຂີດໝາຍສະແດງ ໃຫ້ເຫັນວ່າລະບົບປັບປຸງພັນທຸກຳໃໝ່ ບົນພື້ນຖານພືດກະສິກຳເດີມ ທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍ ແກ່ນພັນຂອງ ສປ ຈີນ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນທາງການ ເຊິ່ງຈະຊ່ວຍເພີ່ມທະວີ ການປົກປ້ອງຊັບສິນທາງປັນຍາ ໃນອຸດສາຫະກຳແກ່ນພັນຕື່ມອີກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL