ຂປລ
ກອງປະຊຸມ ລັດຖະມົນຕີປ່າໄມ້ ຂອງອົງການຮ່ວມມື ເສດຖະກິດ ອາຊີ ປາຊີຟິກ ຫລື APEC ປີ 2026 ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ຢູ່ນະຄອນ ເສີນເຈີິ້ນຂອງ ສປ ຈີນ. ກອງປະຊຸມໄດ້ຮັບຮອງເອົາ “ຖະແຫລງການຮ່ວມ ຂອງກອງ ປະຊຸມລັດຖະມົນຕີປ່າໄມ້ APEC ປີ 2026”,

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ກອງປະຊຸມ ລັດຖະມົນຕີປ່າໄມ້ ຂອງອົງການຮ່ວມມື ເສດຖະກິດ ອາຊີ ປາຊີຟິກ ຫລື APEC ປີ 2026 ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ຢູ່ນະຄອນ ເສີນເຈີິ້ນຂອງ ສປ ຈີນ. ກອງປະຊຸມໄດ້ຮັບຮອງເອົາ “ຖະແຫລງການຮ່ວມ ຂອງກອງປະຊຸມລັດຖະມົນຕີປ່າໄມ້ APEC ປີ 2026”, ໂດຍສະແດງຄວາມຫວັງໃຫ້ແຕ່ລະອົງກອນ ເສດຖະກິດ ຊຸກຍູ້ການ ອະນຸລັກ ຊີຊີວະນານາພັນ, ເພີ່ມທະວີ ວຽກງານບັງຄັບໃຊ້ກົດໝາຍ ເພື່ອປາບປາມ ການຄ້າຂາຍ ຜະລິດຕະພັນປ່າໄມ້ ຢ່າງຜິດກົດໝາຍ, ຈັດເອົາການຟື້ນຟູປ່າໄມ້ ແລະ ການຄຸ້ມຄອງປ່າໄມ້ ແບບຍືນຍົງ ເຂົ້າໃນແຜນພັດທະນາ ດ້ານເສດຖະກິດ, ຂອບນະໂຍບາຍ ແລະ ຂໍ້ສະເໜີຕ່າງໆ. ກອງປະຊຸມຄັ້ງນີ້ ແມ່ນໜຶ່ງໃນບັນດາກິດຈະກຳສຳຄັນຂອງ “ປີຈີນ” ແລະ ເປັນຄັ້ງທຳອິດ ໃນຮອບ 15 ປີຂອງ APEC ທີ່ຈັດກອງປະຊຸມ ວິຊາການໃນຂົງເຂດນິເວດວິທະຍາຢູ່ ສປ ຈີນ, ພາຍໃຕ້ຫົວຂໍ້ “ເພີ່ມທະວີ ຄວາມໜຽວແໜ້ນ ຂອງປ່າໄມ້ ໃນອາຊີ ປາຊີຟິກ ແລະແບ່ງປັນຄວາມເປັນຢູ່ທີ່ດີ ທາງນິເວດວິທະຍາ ຂອງ ປະຊາຊົນທັງໝົດ”./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL