ຂປລ
ກະຊວງການເງິນ ໄດ້ ຈັດຝຶກອົບຮົມຍົກລະດັບຄວາມຮູ້ ກ່ຽວກັບການບັນຊີຂັ້ນພື້ນຖານ ໃຫ້ ພະນັກງານ-ລັດຖະກອນ ຫ້ອງການ ກະຊວງການເງິນ ໃນວັນທີ 21 ກໍລະກົດ 2026 ໂດຍສໍາມະນາ ກອນໄດ້ຮຽນຮູ້ກ່ຽວກັບຫລັກສູດ ບັນຊີຂັ້ນພື້ນຖານ ຊຶ່ງປະກອບມີ 3 ຫົວຂໍ້ຄື: ການບັນຊີຄັງເງິນ (ການ ສ້າງເອກະສານລາຍງານການ ເງິນ), ບັນຊີອົງການຈັດຕັ້ງລັດ (ການສ້າງເອກະສານລາຍງານ ການເງິນ) ແລະ ການວາງແຜນ ແລະ ງົບປະມານ.
ທ່ານ ນາງ ນວນລະອອງ ທຳ ມະວົງ ຮອງຫ້ອງໜ້າຫ້ອງການ ກະຊວງການເງິນ ໄດ້ກ່າວວ່າ: ການ ຈັດຝຶກອົບຮົມໃນຄັ້ງນີ້, ມີຄວາມ ໝາຍ, ຄວາມສຳຄັນຫລາຍ ຊຶ່ງ ເປັນການພັດທະນາຊັບພະຍາກອນມະນຸດ ເພື່ອພັດທະນາ ແລະ ຍົກສູງ ລະດັບຄວາມຮູ້ຄວາມເຂົ້າໃຈກ່ຽວ ກັບວຽກງານການຄຸ້ມຄອງການ ເງິນ ເຮັດໃຫ້ການຈັດຕັ້ງແຕ່ລະຂັ້ນ ມີຄວາມໜັກແໜ້ນເຂັ້ມແຂງ ແລະ ພັດທະນາຕົນເອງ ໃຫ້ສາມາດປະ ກອບສ່ວນເຂົ້າໃນວຽກງານການ ນຳພາ, ການຕັດສິນບັນຫາຢູ່ແຕ່ລະ ຂັ້ນ ໃຫ້ໄດ້ຕາມລະດັບຄາດໝາຍ ໂດຍສະເພາະ ດ້ານການເງິນ-ການ ບັນຊີ ແລະ ການຄຸ້ມຄອງງົບປະ ມານ ເພື່ອຫັນເຂົ້າໃສ່ການຈັດຕັ້ງ ປະຕິບັດວຽກງານຕົວຈິງ ໃຫ້ສອດ ຄ ່ອງກັບພາລະບົດບາດ, ຮັບປະກັນ ໃຫ້ການດໍາເນີນງານຢ່າງມີປະສິດ ທິພາບ, ປະສິດທິຜົນ, ໂປ່ງໃສ ແລະ ສາມາດກວດສອບໄດ້. ຂ່າວ-ພາບ: ມະນີວັນ
KPL