ຂປລ
ລັດຖະບານ ອິນໂດເນເຊຍ ພວມພັດທະນາ ໂຄງການລະບົບ ນິເວດ ໄຮໂດຣເຈນ ທົ່ວປະເທດ ຈຳນວນ 93 ໂຄງການ, ເຊິ່ງມີ ສັກກະຍະພາບ ການລົງທຶນສູງ ເຖິງ 32 ລ້ານລ້ານຣູເປຍ.
ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານນາງ ເອນິຍາ ລິສເຕຍນີ ເດວີ ຜູ້ອຳນວຍການສຳນັກ ພະລັງງານໃໝ່, ພະລັງງານ ໝູນວຽນ ແລະ ການອະນຸລັກ ພະລັງງານ ເຊິ່ງ ສັງກັດ ກະຊວງ ພະລັງງານ ແລະ ຊັບພະຍາກອນ ແຮ່ທາດ ຂອງ ອິນໂດເນເຊຍ ໄດ້ເປີດເຜີຍວ່າ: ລັດຖະບານ ອິນໂດເນເຊຍ ພວມພັດທະນາ ໂຄງການລະບົບ ນິເວດ ໄຮໂດຣເຈນ ທົ່ວປະເທດ ຈຳນວນ 93 ໂຄງການ, ເຊິ່ງມີ ສັກກະຍະພາບ ການລົງທຶນສູງ ເຖິງ 32 ລ້ານລ້ານຣູເປຍ.
ໂຄງການໄຮໂດຣເຈນ ຈຳນວນຫລາຍ ເຫລົ່ານີ້ ເພື່ອຈະຊ່ວຍຫລຸດຜ່ອນ ການເພິ່ງພາ ເຊື້ອໄຟ ຟອດຊິລ ແລະ ສົ່ງເສີມ ການພັດທະນາ ລະບົບ ນິເວດ ໄຮໂດຣເຈນ ລະດັບຊາດ, ເຊິ່ງຈະເປັນ ສ່ວນໜຶ່ງ ຂອງ ແຜນການທົດແທນ ນ້ຳມັນກາຊວນ ໃນພື້ນທີ່ ຫ່າງໄກສອກຫລີກ ຂອງ ອິນໂດເນເຊຍ. ພ້ອມກັນນີ້ ຍັງໄດ້ສະແດງ ໃຫ້ເຫັນວ່າ ໂຄງການໄຮໂດຣເຈນ ສ່ວນໜຶ່ງ ຈະສາມາດ ດຳເນີນງານ ໃນດ້ານການຄ້າໄດ້ ໃນປີ 2027./
KPL