ຂປລ
ຈີນ ກຽມຂະຫຍາຍ ການນຳເຂົ້າ ອຸປະກອນ ເຕັກໂນໂລຊີ ຂັ້ນສູງ, ອາໄຫລ່ ສ່ວນປະກອບ ທີ່ສໍາຄັນ, ຊັບພະຍາກອນ ພະລັງງານ ແລະ ສິນຄ້າກະສິກຳ ຄຸນນະພາບສູງ
ຂປລ. ສຳນັກຂ່າວ ອິນໂຟເຄວສ, ທ່ານນາງ ຊຸນ ເໝີ່ຍຈວິນ ຫົວໜ້າ ສຳນັກງານ ພາສີ ແຫ່ງຊາດຈີນ (GAC) ໄດ້ເປີດເຜີຍວ່າ: ຈີນ ກຽມຂະຫຍາຍ ການນຳເຂົ້າ ອຸປະກອນ ເຕັກໂນໂລຊີ ຂັ້ນສູງ, ອາໄຫລ່ ສ່ວນປະກອບ ທີ່ສໍາຄັນ, ຊັບພະຍາກອນ ພະລັງງານ ແລະ ສິນຄ້າກະສິກຳ ຄຸນນະພາບສູງ, ພ້ອມທັງ ເພີ່ມຄວາມ ຫລາກຫລາຍ ຂອງ ປະເທດຄູ່ຄ້າໃຫ້ຫລາຍຂຶ້ນ ໃນລະຫວ່າງ ການຈັດຕັ້ງ ປະຕິບັດ ແຜນພັດທະນາ ເສດຖະກິດ ແລະ ສັງຄົມແຫ່ງຊາດ ສະບັບທີ 15 (ປີ 2026-2030).
ໂດຍຈະມີ ການດຳເນີນງານ ເພື່ອສົ່ງເສີມ ການປະສານງານ ລະຫວ່າງ ການນຳເຂົ້າ ແລະ ການສົ່ງອອກ ໃຫ້ຫລາຍຂຶ້ນ, ການເຈລະຈາ ແລະ ລົງນາມໃນເອກະສານ ຄວາມຮ່ວມມື ທາງການຄ້າ ເພີ່ມຕື່ມ, ພ້ອມທັງ ອຳນວຍ ຄວາມສະດວກ ໃນການນຳ ສິນຄ້າ ຄຸນນະພາບ ຈາກທົ່ວໂລກ ເຂົ້າໄປສູ່ ຕະຫລາດຈີນ ເພື່ອເປີດຮັບໂອກາດ ທາງການຄ້າ ໃນຕະຫລາດ ຂະໜາດໃຫຍ່ ຂອງ ຈີນ ຮ່ວມກັບ ນາໆຊາດ, ທັງເປັນ ການເພີ່ມ ທາງເລືອກ ທີ່ຫລາກຫລາຍ ຍິ່ງຂຶ້ນໃຫ້ແກ່ ຜູ້ບໍລິໂພກ ຊາວຈີນ./
KPL