ຂປລ
ທ່ານ ປູຣບາຢາ ຢູດີ ຊາເດວາ ລັດຖະມົນຕີ ກະຊວງ ການເງິນ ຂອງ ອິນໂດເນເຊຍ ໄດ້ເປີດເຜີຍ ແຜນການ ອອກພັນທະບັດ ລັດຖະບານ ສະກຸນເງິນຢວນ ຫລື “ພັນທະບັດ ແພນດ້າ” (Panda Bonds) ດ້ວຍມູນຄ່າ 1 ຕື້ໂດລາ ສະຫະລັດ ໃນວັນພະຫັດ (23 ກໍລະກົດ) ທີ່ຜ່ານມາ.
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ທ່ານ ປູຣບາຢາ ຢູດີ ຊາເດວາ ລັດຖະມົນຕີ ກະຊວງ ການເງິນ ຂອງ ອິນໂດເນເຊຍ ໄດ້ເປີດເຜີຍ ແຜນການ ອອກພັນທະບັດ ລັດຖະບານ ສະກຸນເງິນຢວນ ຫລື “ພັນທະບັດ ແພນດ້າ” (Panda Bonds) ດ້ວຍມູນຄ່າ 1 ຕື້ໂດລາ ສະຫະລັດ ໃນວັນພະຫັດ (23 ກໍລະກົດ) ທີ່ຜ່ານມາ.
ທ່ານ ປູຣບາຢາ ຢູດີ ຊາເດວາ ກ່າວວ່າ: ລັດຖະບານ ອິນໂດເນເຊຍ ອາດຈະກັບມາ ອອກພັນທະບັດແພນດ້າ ເຂົ້າສູ່ຕະຫລາດ ອີກຄັ້ງ ດ້ວຍຈຳນວນ ຫລາຍຂຶ້ນ ໃນໄວໆນີ້ ຫາກມີຄວາມຈຳເປັນ. ໂດຍຕະຫລາດ ພັນທະບັດ ແພນດ້າ ໄດ້ເຕີບໂຕ ຢ່າງຕໍ່ເນື່ອງ ໃນຊຸມປີ ທີ່ຜ່ານມາ ແລະ ໄດ້ຮັບຄວາມສົນໃຈ ຈາກຜູ້ອອກພັນທະບັດ ເພີ່ມຂຶ້ນເລື້ອຍໆ./
KPL