ຂປລ
ສສ ຫວຽດນາມ ພວມຢູ່ໃນທ່າກາຍເປັນໜຶ່ງ ໃນບັນດາຕະຫລາດການບິນເຕີບໂຕໄວທີ່ສຸດ ຢູ່ພາກພື້ນ ອາຊີ- ປາ ຊີຟິກ ໃນ 2 ທົດສະວັດ ຈະມາເຖິງ. ໃນຂອບເຂດງານວາງສະແດງ Farnborough International Airshow 2026 (20/7- 21/7) ຢູ່ ລາຊະອານາຈັກ ອັງກິດ ທີ່ຫາກໍສິ້ນສຸດລົງ ໃນວັນທີ 21 ກໍລະກົດ, ບໍລິສັດການບິນແຫ່ງຊາດ ຫວຽດນາມ (Vietnam Airlines)ໄດ້ລົງນາມ ໃນບັນດາຂໍ້ຕົກລົງເຊົ່າ ເຮືອບິນ Boeing 737 MAX 8 ຕື່ມອີກ 19 ລຳກັບ 3 ບໍລິສັດໃຫ້ເຊົ່າເຮືອບິນ ແຖວໜ້າໂລກ.

ຂປລ.ວິທະຍຸ ກະຈ່າຍສຽງ ຫວຽດນາມ, ສສ ຫວຽດນາມ ພວມຢູ່ໃນທ່າກາຍເປັນໜຶ່ງ ໃນບັນດາຕະຫລາດການບິນເຕີບໂຕໄວທີ່ສຸດ ຢູ່ພາກພື້ນ ອາຊີ-ປາຊີຟິກ ໃນ 2 ທົດສະວັດ ຈະມາເຖິງ. ໃນຂອບເຂດງານວາງສະແດງ Farnborough International Airshow 2026 (20/7- 21/7) ຢູ່ ລາຊະອານາຈັກ ອັງກິດ ທີ່ຫາກໍສິ້ນສຸດລົງ ໃນວັນທີ 21 ກໍລະກົດ, ບໍລິສັດການບິນແຫ່ງຊາດ ຫວຽດນາມ (Vietnam Airlines)ໄດ້ລົງນາມ ໃນບັນດາຂໍ້ຕົກລົງເຊົ່າ ເຮືອບິນ Boeing 737 MAX 8 ຕື່ມອີກ 19 ລຳກັບ 3 ບໍລິສັດໃຫ້ເຊົ່າເຮືອບິນ ແຖວໜ້າໂລກ.ຕາມ ທ່ານ ແບຣີ ແຟລນ ເນຣີ(Barry Flannery), ຜູ້ອຳນວຍການໃຫຍ່ ການຄ້າຂອງ SMBC Aviation Capital, ຫວຽດນາມ ພວມຢູ່ໃນທ່າກາຍເປັນໜຶ່ງ ໃນບັນດາຕະຫລາດການບິນເຕີບໂຕໄວ ທີ່ສຸດຢູ່ພາກພື້ນ ອາຊີ-ປາຊີຟິກ ໃນ 2 ທົດສະວັດຈະມາເຖິງ. ສ່ວນ ທ່ານ ພອນ ເກນີ(Paul Geaney), ປະທານ, ຜູ້ອຳນວຍການ ຝ່າຍການຄ້າຂອງ Avolon, ກໍຖືວ່າ ປະຈຸບັນ ອາຊີ - ປາຊີຟິກ ແມ່ນເຂດການບິນໃຫຍ່ທີ່ສຸດ ແລະ ເຕີບໂຕໄວທີ່ສຸດໃນໂລກ; ໃນກຸ່ມ 10 ຕະຫລາດ ການບິນແຖວໜ້າຢູ່ພາກພື້ນ, ສສ ຫວຽດນາມ ແມ່ນປະເທດມີລະດັບເຕີບໂຕໄວ ໃນທົດສະວັດຜ່ານມາ, ດ້ວຍລະດັບເພີ່ມຂຶ້ນ 121%./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL