okpq d]a f4t,q o8u 1h P,1k, c]t rq [xt3vh ]q , dkooeg,n v'w-[q ;mv' F ອ່ານຕໍ່ໜ້າ 2່ າໍ່ ໜ້າ ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົ ນີ ້າົ ງ່ ືອັ ນwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 22.07.2026 ປີທີ 25 ສະບັບທີ 6.481ັຸີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ທ່ານ ທອງສະຫວັນ ພົມວິຫານ (ຜູ້ທີ 2 ນັບຈາກຂວາຫາຊ້າຍ) F ອ່ານຕໍ່ໜ້າ 4່ າໍ່ ໜ້າ ]k;{s;Pfok, Ia fc|h o dkoIj ;,,n fh kodtly de{lyj 'c;f]h v, ທ່ານ ສອນໄຊ ສີພັນດອນ g9Q k|h kmuj xdl 9a [d5j , cdh 'rtoa ovvo]kp c]t ltcd,g,u wfh s]kpd;j k 589 7q o rtoa d'ko]q fw2 ]k;{9u o gruj ,7;k,I6h dj P;da [ dkoxh v'da o c]t 7;[75 ,rtpkfw0h g]n vfvvd ທ່ານ ອຸ່ນຫລ້າ ສີວັນເພັງ Iv'okpq d]a f4t,q o8u g0Q kIj ;, dv'xt-5 ,le7a o muj 2u ]y [xy o F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ທ່ານ ທອງສະລິດ ມັງໜໍ່ເມກ gru j ,mt;u [q f[kfdkooerk0v'ra d ra fmtok;Pd'koln j ,;o-q o .sh sa oxj Pol6 j 75 ootrk[.\j K \6 o.-h ;y mtpklkf c]t dkom6 f grnj vlh k'7;k,lts'q [l5 d.omqj ;3]d ,- goA olh k'[5 d7t]kdvolnj lko,;o-q o .sh gxa o,n vk-u [{ma oda [p5 dltw\ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ ທ່ານ ລິນຄຳ ດວງສະຫວັນ ພ້ອມຄະນະ (ຊ້າຍ) F ອ່ານຕໍ່ໜ້າ 2່ າໍ່ ໜ້າ lld 7Q o7;h k c]t xtdv[ 7egsa o.lj Ij k',t8y ;j kfh ;p dkora fmtok-a [rtpkdvo,to5 f F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ພິທີປະກາດ ເມືອງຫລວງນໍ້າທາ ເປັນເມືອງພົ້ນ ທຸກ ຢ່າງເປັນທາງການຈັດຂຶ້ນໃນ ທ້າຍອາທິດຜ່ານມາທີ່ແຂວງຫລວງ ນໍ້າທາ ໂດຍມີທ່ານ ອ່ອນຈັນ ຄໍາພາ ວົງ ຮອງເລຂາພັກແຂວງຫລວງ ນ້ຳທາ, ທ່ານ ບຸນຄົງ ພິມມະສອນ ເລຂາຄະນະບໍລິຫານງານພັກເມືອງ ຫລວງນໍ້າທາ,ທ່ານພິມແກ້ວທຳລະ ສິນ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ພ້ອມດ້ວຍພະ ແນກການອ້ອມຂ້າງແຂວງ, ອົງ ການປົກຄອງບ້ານ ແລະ ຄະນະກຳ ມະການປົກຄອງຕາແສງ ເຂົ້າຮ່ວມ. ທ່ານ ຄໍາຫລ້າ ແຫລ່ງໄຊຍະທໍາ ປະທານຄະນະກຳມະການປົກຄອງ xtdkfg,n v's];'oEmk gxa og,n v'rQ om5 d ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມ ຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ ຮ່າງມະຕິ ວ່າດ້ວຍການພັດທະນາ ຊັບພະຍາກອນມະນຸດ ທີ່ມີຄຸນນະ ຂປລ. ໃນວັນທີ 20 ກໍລະກົດ 2026ທີ່ມະນີລາ, ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການຕ່າງປະເທດ, ພ້ອມ ຄະນະໄດ້ເຂົ້າຮ່ວມກອງປະຊຸມຄະ ນະກໍາມະການເຂດປອດອາວຸດນິວ ເຄລຍ ອາຊີຕາເວັນອອກສຽງໃຕ້ ແລະ ກອງປະຊຸມພົບປະ ລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ຂປລ. ໃນລະຫວ່າງ ວັນທີ 1317 ກໍລະກົດ 2026 ຜ່ານມາ, ທ່ານ ລິນຄຳ ດວງສະຫວັນ ລັດ ຖະມົນຕີກະຊວງກະສິກຳ ແລະ ສິ່ງ ແວດລ້ອມ ພ້ອມຄະນະ ໄດ້ເຄື່ອນ ໄຫວວຽກງານທາງລັດຖະການ ຢູ່ ສສ ຫວຽດນາມ ໂດຍໄດ້ພົບປະ ສອງຝ່າຍຢ່າງເປັນທາງການກັບ ກະຊວງກະສິກຳ ແລະ ສິ່ງແວດ ລ້ອມ ຂອງ ສສ ຫວຽດນາມ. ນອກ ຂປລ. ເຈົ້າໜ້າທີ່ໜ່ວຍສະເພາະ ກິດ ແກ້ໄຂບັນຫາສະແກມເມີ ກະ ຊວງປ້ອງກັນຄວາມສະຫງົບ(ປກສ) ຮ່ວມກັບກຳລັງປ້ອງກັນເຄື່ອນທີ່ໄດ້ ເຂົ້າຈັບກຸ່ມແກ້ງເປີດໃຫ້ບໍລິການ ເວັບພະນັນອອນລາຍແລະກຸ່ມແກ້ງ ສໍ້ໂກງຊັບທາງໂທລະຄົມແລະ ການ ສື່ສານ(ແກ້ງສະແກມເມີ)ໃນວັນທີ 18 ກໍລະກົດ 2026 ຢູ່ອາຄານໃຫ້ ເຊົ່າເຂດບ້ານດົງໂພສີ ເມືອງຫາດ ຊາຍຟອງ ນະຄອນຫລວງວຽງຈັນ ສາມາດກັກຕົວຜູ້ຖືກຫາໄດ້ 589 ຄົນ. ໃນນັ້ນ, ປະກອບມີ 4 ສັນຊາດ. ການເຂົ້າມ້າງກຸ່ມແກ້ງເວັບພະ ນັນອອນລາຍ ແລະ ສະແກມເມີ ໃນ ຄັ້ງນີ້, ສາມາດກັກຕົວຜູ້ຖືກຫາ ຂປລ. ມູນນິທິ ຈີເອັກ (GX) ຮົງກົງ ຮ່ວມກັບສຳນັກງານໃຫຍ່ ທາງລົດໄຟ ລາວ-ຈີນ ຈັດກິດຈະ ກຳເຜີຍແຜ່ຄວາມຮູ້ກ່ຽວກັບການ ປ້ອງກັນ ແລະ ຄວບຄຸມພະຍາດໄຂ້ ເລືອດອອກ ໃຫ້ພະນັກງານພາຍ ໃນບໍລິສັດທາງລົດໄຟ ລາວ-ຈີນ ໃນ ວັນທີ 20 ກໍລະກົດ 2026 ໂດຍມີ ທ່ານ ຫລຽງ ເຈິ່ນອິນ (LEUNG Chun-ying) ຮອງປະທານຄະ ນະກຳມະການ ສະພາປຶກສາການ ຂປລ. ມະຫາວິທະຍາໄລແຫ່ງ ຊາດ (ມຊ) ກໍຄື ພາກວິຊາສື່ສານ ມວນຊົນ, ຄະນະອັກສອນສາດ ໃຫ້ ຄວາມສຳຄັນຕໍ່ການພັດທະນາ ແລະ ສ້າງບຸກຄະລາກອນດ້ານສື່ສານ ມວນຊົນ ໃຫ້ມີຄວາມຮູ້, ຄວາມສາ ມາດຢ່າງຮອບດ້ານ, ມີຈັນຍາບັນ ວິຊາຊີບ ແລະ ສາມາດນຳໃຊ້ເຕັກ ໂນໂລຊີສື່ສານສະໄໝໃໝ່ ໄດ້ຢ່າງ ມີປະສິດທິຜົນ ເພື່ອຕອບສະໜອງ ຄວາມຕ້ອງການຂອງສັງຄົມໃນ ຂປລ. ໃນໂອກາດລົງພົບປະໂອ້ ລົມ ແລະ ຊີ້ນໍາວຽກງານ ຢູ່ເມືອງ ໄຊບົວທອງ ແຂວງຄໍາມ່ວນ ວັນທີ 20 ກໍລະກົດ 2026, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ ເນັ້ນໃຫ້ຄະນະນຳຂອງເມືອງສຸມໃສ່ ວຽກງານຈຳນວນໜຶ່ງ ເປັນຕົ້ນເພີ່ມ ທະວີນຳພາ-ສຶກສາອົບຮົມການ ເມືອງແນວຄິດ ຂອງພະນັກງານ ແລະ ປະຊາຊົນ ໃຫ້ມີຄວາມໜັກ ແໜ້ນ ແລະ ເຂົ້າຮ່ວມປະຕິບັດແນວ ທາງນະໂຍບາຍຂອງພັກ-ລັດ; ສຸມ ໃສ່ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມຂອງເມືອງໃຫ້ ບັນລຸຕາມຄາດໝາຍ; ເອົາໃຈໃສ່ ສ້າງເສດຖະກິດເອກະລາດ ເປັນເຈົ້າ ຕົນເອງ ໃຫ້ປະກົດຜົນເປັນຈິງ; ສົ່ງ ເສີມການຜະລິດກະສິກຳເປັນສິນ ຄ້າແລະພັດທະນາພື້ນຖານໂຄງລ່າງ ເສັ້ນທາງ, ການທ່ອງທ່ຽວ ແລະ ພະ ລັງງານໄຟຟ້າ ໃຫ້ມີຄວາມສະດວກ ແລະ ຮັບປະກັນຄວາມປອດໄພ. ພ້ອມນີ້, ໃຫ້ເອົາໃຈໃສ່ກໍ່ສ້າງ ແລະ ປັບປຸງເສັ້ນທາງໃນເຂດຊົນ ນະບົດຕາມທ່າແຮງເປັນຕົ້ນ ເອົາ ດິນ-ຫີນມາປູແລ້ວອັດໃຫ້ແໜ້ນ; ເມືອງຫລວງນ້ຳທາ ໄດ້ລາຍງານ ຜົນສຳເລັດໃນການຈັດຕັ້ງປະຕິບັດ ແຜນການສ້າງເມືອງພົ້ນທຸກ ຢູ່ ເມືອງຫລວງນໍ້າທາ ໃນໄລຍະປີ 2019-2024. ເມືອງຫລວງນໍ້າທາ ຊຶ່ງເປັນເມືອງຈຸດໃຈກາງເທສະ ບານແຂວງ ທີ່ມີເນື້ອທີ່ທັງໝົດ 2.304 ກິໂລຕາແມັດ ແລະ ມີພົນ ລະເມືອງ 68.619 ຄົນ ປະກອບ ດ້ວຍ 16 ຊົນເຜົ່າ, ແມ່ນໄດ້ສຸມໃສ່ ການພັດທະນາທຸກດ້ານຢ່າງແຂງ ແຮງ. ໃນໄລຍະ 5 ປີຜ່ານມາ, ເສດ ຖະກິດຂອງເມືອງມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງໃນລະດັບ 6,02% ຕໍ່ປີ. ສະເລ່ຍລາຍຮັບຕໍ່ຫົວຄົນ ບັນລຸໄດ້ເຖິງ 1.033 ໂດລາຕໍ່ຄົນ ພາບຕອບສະໜອງໃຫ້ແກ່ການພັດ ທະນາໃນເງື່ອນໄຂໃໝ່ ໃນວັນທີ 21 ກໍລະກົດ 2026 ຢູ່ນະຄອນ ຫລວງວຽງຈັນ ໂດຍການເປັນປະ ທານຂອງ ທ່ານ ທອງສະລິດ ມັງ ໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທັງເປັນປະທານຄະນະ ກຳມາທິການແຫ່ງຊາດ ເພື່ອພັດທະ ນາຊັບພະຍາກອນມະນຸດ, ມີຄະນະ ນໍາຈາກກະຊວງອ້ອມຂ້າງ, ຄະນະ ຈັດຕັ້ງສູນກາງພັກ, ສະຖາບັນ ການເມືອງແລະການປົກຄອງແຫ່ງ ຊາດ, ສະພາທິດສະດີສູນກາງພັກ ແລະພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ແບບເຊິ່ງໜ້າ ແລະ ອອນລາຍ. ແລະ ຄະນະກຳມາທິການລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍສິດທິ ມະນຸດ ໂດຍການເປັນປະທານຂອງ ລັດຖະມົນຕີຕ່າງປະເທດຟີລິບປິນ, ຈາກນັ້ນ, ຄະນະຝ່າຍລາວ ຍັງໄດ້ ເຂົ້າຢ້ຽມຂ່ຳນັບ ທ່ານ ຟາມ ຢາ ຕຸກ ກຳມະການກົມການເມືອງສູນ ກາງພັກ, ຮອງນາຍົກລັດຖະມົນຕີ
@ 0j k; c]t gsfdko j 22/07/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ນາຍົກລັດຖະມົນຕີ...ົັົີ ຂປລ. ສະຖາບັນການຕ່າງປະ ເທດ ກະຊວງການຕ່າງປະເທດ ຈັດ ການບັນຍາຍພາຍໃຕ້ຫົວຂໍ້: “ສາມ ທົດສະວັດ ຂອງສົນທິສັນຍາວ່າ ດ້ວຍການເກືອດຫ້າມການທົດລອງ ນິວເຄລຍທຸກຮູບແບບ: ການໝູນໃຊ້ ວິທະຍາສາດ ແລະ ການທູດ ເພື່ອ ສ້າງຄວາມສະຫງົບສຸກໃນທົ່ວໂລກ” ໃນວັນທີ 21 ກໍລະກົດ 2026 ໂດຍການບັນຍາຍຂອງ ທ່ານ ໂຣ ເບີດ ຟລອຍ (Robert Floyd) ເລຂາທິການບໍລິຫານຂອງອົງການ ສົນທິສັນຍາ ວ່າດ້ວຍການເກືອດ ຫ້າມການທົດລອງນິວເຄລຍທຸກ ເອົາໃຈໃສ່ແກ້ໄຂບັນຫານ້ຳປະປາ ໂດຍຄົ້ນຄວ້າໃຫ້ພາກເອກະຊົນ ມາລົງທຶນ ໂດຍມີການສຳຫລວດ ແຫລ່ງນໍ້າ, ຈຳນວນຄອບຄົວ ແລະ ປະລິມານຄວາມຕ້ອງການຊົມໃຊ້ ຢ່າງຄັກແນ່ ເພື່ອຮັບປະກັນການ ສະໜອງນໍ້າໃຫ້ພຽງພໍ; ເພີ່ມທະວີ ການແກ້ໄຂບັນດາປະກົດການຫຍໍ້ ທໍ້ໃນສັງຄົມ, ລວມທັງການລັກ ລອບຂຸດຄົ້ນແຮ່ທາດ ແລະ ການ ລັກລອບຕັດໄມ້-ເຄື່ອນຍ້າຍໄມ້ ຊຶ່ງ ເຈົ້າໜ້າທີ່ຕ້ອງເປັນແບບຢ່າງ ແລະ ເປັນຫລັກແຫລ່ງ ໃນການແກ້ໄຂ ບັນຫາຢ່າງຈິງຈັງແທ້; ເອົາໃຈໃສ່ ສ້າງຄວາມເຂັ້ມແຂງໃຫ້ແກ່ຕາ ແສງ, ມີການສ້າງລະບຽບການກົນໄກ ແລະ ແບ່ງຄວາມຮັບຜິດ ຊອບພາຍໃນໃຫ້ຈະແຈ້ງ; ເອົາໃຈ ໃສ່ວຽກງານສຳມະໂນຄົວ ເພື່ອຕິດ ຕາມການເຂົ້າ-ອອກຂອງປະຊາ ຊົນ; ສືບຕໍ່ຍົກສູງຄຸນນະພາບການ ສຶກສາ, ເພີ່ມທະວີການຕິດຕາມ, ເຝົ້າລະວັງ-ຮັບມືກັບໄພທຳຊາດທີ່ ອາດເກີດຂຶ້ນຢ່າງທັນການ. ເມືອງໄຊບົວທອງ ມີເນື້ອທີ່ທັງ ໝົດ 909,76 ກິໂລຕາແມັດ, ມີ 44 ບ້ານ, 4 ຕາແສງ ໂດຍໄດ້ປະ ກອບບຸກຄະລາກອນ ແລະ ປະກາດ ການຈັດຕັ້ງຕາແສງສຳເລັດແລ້ວ, ປະຊາຊົນປະກອບດ້ວຍ ເຜົ່າຜູ້ໄທ ກວມ 83,2% ແລະ ເຜົ່າມະກອງ ກວມ 16,8%; ທ່າແຮງຫລັກ ແມ່ນດ້ານກະສິກໍາ-ປ່າໄມ້, ການ ບໍລິການ ແລະ ການທ່ອງທ່ຽວ; ໃນໄລຍະ 6 ເດືອນຕົ້ນປີ 2026 ເສດຖະກິດຂະຫຍາຍຕົວສະເລ່ຍ 4%, ລາຍຮັບສະເລ່ຍຕໍ່ຫົວຄົນ ໄດ້ 23,2 ລ້ານກີບ/ປີ, ການເກັບ ລາຍຮັບເຂົ້າງົບປະມານປະຕິບັດ ໄດ້ 901,88 ລ້ານກີບ ເທົ່າກັບ 55,27% ຂອງແຜນການປີ; ສາ ມາດຜະລິດເຂົ້າກຸ້ມກິນ ແລະ ຂາຍ ເປັນສິນຄ້າ, ທັງມີການສົ່ງເສີມປູກ ມັນຕົ້ນ ແລະ ລ້ຽງສັດເປັນຟາມ; ມີ ເສັ້ນທາງຄົມມະນາຄົມ ທີ່ສາມາດ ທຽວໄດ້ 2 ລະດູ ກວມເອົາ 90%, ຕາຂ່າຍໄຟຟ້າກວມເອົາ 100% ຂອງຈໍານວນບ້ານໃນທົ່ວເມືອງ, ມີ ບ້ານພົ້ນທຸກ 31 ບ້ານ, ບ້ານປອດ ຢາເສດຕິດ 6 ບ້ານ. ໃນຕອນທ້າຍ, ທ່ານນາຍົກລັດ ຖະມົນຕີ ໄດ້ມອບທຶນ ແລະ ເຄື່ອງ ອຸປະໂພກ-ບໍລິໂພກ ຈຳນວນໜຶ່ງ ໃຫ້ແກ່ເມືອງດັ່ງກ່າວ. ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ. ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ກ່າວວ່າ: ໃນໄລຍະຜ່ານມາ, ການພັດທະນາຊັບພະຍາກອນມະ ນຸດ ກໍມີຄວາມຄືບໜ້າພໍສົມຄວນ ຕະຫລອດໄລຍະ 30 ກວ່າປີມານີ້, ພາຍໃຕ້ການຊີ້ນໍາຂອງພັກ, ພື້ນ ຖານໂຄງລ່າງໄດ້ຮັບການປັບປຸງ, ດັດຊະນີຊັບສິນມະນຸດ (HAI) ເພີ່ມຂຶ້ນຈາກ 46,4 ໃນປີ 2003 ເປັນ 75,30 ໃນປີ 2025; ດັດຊະ ນີພັດທະນາມະນຸດ (HDI) ເພີ່ມ ຂຶ້ນຈາກ 0,405 ໃນປີ 1990 ມາ ເປັນ 0,617 ໃນປີ 2023 (ເພີ່ມ ຂຶ້ນ 50%) ຊຶ່ງເປັນພື້ນຖານໃຫ້ ແກ່ການຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ. ເຖິງຢ່າງໃດກໍດີ, ກໍຍັງມີຂໍ້ຄົງຄ້າງ ທີ່ຕ້ອງເລັ່ງແກ້ໄຂ ເປັນຕົ້ນ ການ ຜັນຂະຫຍາຍມະຕິເປັນແຜນງານ ຕົວຈິງຍັງຊັກຊ້າ, ການປະຕິຮູບ ການສຶກສາບໍ່ທັນແຂງແຮງ, ຫລັກ ສູດບໍ່ທັນສະໄໝ, ຂາດງົບປະ ມານ ແລະ ນະໂຍບາຍຊຸກຍູ້ຄູຢູ່ເຂດຫ່າງ ໄກ. ໂຄງລ່າງສາທາລະນະສຸກ ແລະ ສີມືແຮງງານຍັງບໍ່ທັນທັນກັບ ເຕັກໂນໂລຊີ ແລະ ຄວາມຕ້ອງການ ຂອງຕະຫລາດ. ຈາກປັດໄຈດັ່ງກ່າວ, ຈຶ່ງເລັ່ງ ທວງໃຫ້ທົ່ວສັງຄົມ ຕ້ອງເພີ່ມທະ ວີຄວາມຮັບຜິດຊອບທາງການ ເມືອງ ແລະ ຈໍາເປັນຕ້ອງປັບປຸງ ມະຕິວ່າດ້ວຍການພັດທະນາຊັບພະ ຍາກອນມະນຸດ ເພື່ອໃຫ້ສອດຄ່ອງ ກັບໂຄງການການເມືອງສະບັບທີ 3 ຂອງພັກ (ສະບັບປີ 2026), ມະຕິສູນກາງກອງປະຊຸມໃຫຍ່ ຄັ້ງ ທີ XII ຂອງພັກ ແລະ ຍຸດທະສາດ ເສດຖະກິດ-ສັງຄົມ 10 ປີ (20262035). ແມ່ນຄວາມຈໍາເປັນເພື່ອ ສ້າງສັກກະຍະພາບໃຫ້ຄົນລາວ ສາມາດແຂ່ງຂັນ, ເຊື່ອມໂຍງ ແລະ ເຊື່ອມຈອດກັບພາກພື້ນ ແລະ ສາ ກົນ ບົນຈິດໃຈເສດຖະກິດເອກະ ລາດ, ເປັນເຈົ້າຕົນເອງ, ຫັນເປັນດີ ຈິຕອນ, ສີຂຽວ ແລະ ຍືນຍົງ. ສຳ ລັບທິດທາງໄລຍະຍາວ, ຄາດຫວັງ ວ່າ ຮອດປີ 2055 ປະຊາຊົນລາວ ຕ້ອງມີຄວາມໜັກແໜ້ນທາງດ້ານ ຄຸນທາດການເມືອງ, ມີນັກວິທະຍາ ສາດ ແລະ ຜູ້ຊ່ຽວຊານລະດັບສູງ. ຍົກລະດັບຄຸນນະພາບຊີວິດໃຫ້ຫຍັບ ເຂົ້າໃກ້ປະເທດທີ່ມີລາຍຮັບສູງແລະ ເສດຖະກິດທັນສະໄໝ ໂດຍສາມາດ ເພີ່ມດັດຊະນີທຶນມະນຸດ (HCI) ໃຫ້ໄດ້ 0,61 ຂຶ້ນໄປ. ສໍາລັບຮ່າງມະຕິດັ່ງກ່າວ, ໄດ້ ຜ່ານຂະບວນການຄົ້ນຄວ້າຢ່າງ ລະອຽດ ແລະ ວິທະຍາສາດ ໂດຍ ຄະນະກໍາມາທິການແຫ່ງຊາດເພື່ອ ການພັດທະນາຊັບພະຍາກອນມະ ນຸດ ຮ່ວມກັບບັນດາກະຊວງຂະ ແໜງການ. ປັດຈຸບັນ, ໄດ້ຮັບການ ປັບປຸງມາຮອດຮ່າງທີ 24 ສະບັບ ປັບປຸງ ວັນທີ 12 ກໍລະກົດ 2026 ໂດຍມີມາດຕະການຈັດຕັ້ງປະຕິບັດ ທີ່ຊັດເຈນ ເຊັ່ນ: ການເຊື່ອມຊຶມໃນ ທຸກຂັ້ນ, ການແບ່ງຂັ້ນຄຸ້ມຄອງທີ່ ລະອຽດ, ການເພີ່ມການມີສ່ວນ ຮ່ວມຂອງທົ່ວສັງຄົມ, ການປັບປຸງ ນິຕິກໍາ ແລະ ການສ້າງແຫລ່ງທຶນ ສະເພາະ ເພື່ອຮັບປະກັນໃຫ້ມະຕິສະ ບັບນີ້ປະກົດຜົນເປັນຈິງ. ຂ່າວ-ພາບ: ການຈະນາ ວົງປັນຍາ ແຫ່ງ ສສ ຫວຽດນາມ ເພື່ອລາຍ ງານສະພາບການຮ່ວມມື ແລະ ຜົນ ສຳເລັດໃນການຈັດຕັ້ງປະຕິບັດ ວຽກງານການຮ່ວມມື ໃນຂະແໜງ ກະສິກຳ ແລະ ສິ່ງແວດລ້ອມ ໃນ ໄລຍະ 5 ປີຜ່ານມາ. ໂອກາດນີ້, ທ່ານຮອງນາຍົກລັດ ຖະມົນຕີ ສສ ຫວຽດນາມ ໄດ້ເນັ້ນ ເຖິງຄວາມສຳຄັນຂອງການຮ່ວມມື ມິດຕະພາບແບບພິເສດ ຂອງ ລາວຫວຽດນາມ ໂດຍສະເພາະໃນຂົງ ເຂດກະສິກຳ ແລະ ສິ່ງແວດລ້ອມ, ພ້ອມທັງຈະສະໜັບສະໜູນແລະ ຊຸກ ຍູ້ສົ່ງເສີມການຮ່ວມມື ໂດຍສະເພາະ ການຊຸກຍູ້ສົ່ງເສີມຫົວໜ່ວຍທຸລະ ກິດກະສິກຳ ຂອງ ສສ ຫວຽດນາມ ທີ່ມາລົງທຶນ ຢູ່ ສປປ ລາວ ໃຫ້ເກີດ ດອກອອກຜົນ ແລະ ມີຜົນສຳເລັດ ຢ່າງເປັນຮູບປະທຳ. ນອກນັ້ນ, ທ່ານ ລິນຄຳ ດວງສະ ຫວັນ ແລະ ຄະນະ ໄດ້ພົບປະກັບ ລັດ ຖະມົນຕີກະຊວງການເງິນ ສສ ຫວຽດນາມ ເພື່ອປຶກສາຫາລື ກ່ຽວ ກັບການເສີມຂະຫຍາຍການຮ່ວມມື ແລະ ການລົງທຶນດ້ານກະສິກຳ ລາວ-ຫວຽດນາມ. ປັດຈຸບັນ, ວິສາ ຫະກິດຫວຽດນາມ ມີການລົງທຶນ ດ້ານກະສິກຳຢູ່ສປປລາວຈຳນວນ 276 ໂຄງການ ດ້ວຍມູນຄ່າທຶນ ຈົດທະບຽນສະສົມ 6,2 ຕື້ກວ່າ ໂດລາສະຫະລັດ ແລະ ໃນປີຜ່ານມາ ມີການລົງທຶນໃໝ່ 560 ລ້ານກວ່າ ໂດລາສະຫະລັດ ຊຶ່ງສະແດງໃຫ້ ເຫັນເຖິງຄວາມເຊື່ອໝັ້ນຂອງນັກ ລົງທຶນຫວຽດນາມ ຕໍ່ທ່າແຮງຂອງ ສປປ ລາວ. ພ້ອມນີ້, ທັງສອງຝ່າຍ ເຫັນດີ ສືບຕໍ່ການຮ່ວມມືໃນຂົງເຂດ ກະສິກຳ ແລະ ສິ່ງແວດລ້ອມ ໂດຍ ສະເພາະການລົງທຶນຂອງພາກ ທຸລະກິດກະສິກຳ-ປ່າໄມ້ ຂອງ ສສ ຫວຽດນາມຢູ່ສປປລາວແລະ ເຫັນ ດີໃຫ້ມີການແຕ່ງຕັ້ງຄະນະຕິດຕາມ ກວດກາການລົງທຶນ ຂອງຫົວ ໜ່ວຍທຸລະກິດ ສສ ຫວຽດນາມ ຢູ່ ສປປ ລາວ ເພື່ອໃຫ້ປະຕິບັດຢ່າງມີ ປະສິດທິຜົນ ແລະ ເປັນຮູບປະທຳ. ຄຽງຄູ່ກັນນັ້ນ, ຄະນະຜູ້ແທນ ລາວ ຍັງໄດ້ພົບປະກັບພາກສ່ວນ ກ່ຽວຂ້ອງ ເພື່ອເສີມຂະຫຍາຍການ ຮ່ວມມື ໂດຍສະເພາະໃນຂົງເຂດ ການຄົ້ນຄວ້າດ້ານກະສິກຳ-ປ່າໄມ້ ເປັນຕົ້ນ ສະຖາບັນວິທະຍາສາດປ່າ ໄມ້, ສະຖາບັນວິທະຍາສາດກະສິ ກຳ ແລະ ສະຖາບັນວາງແຜນ ແລະ ອອກແບບກະສິກຳຂອງສສຫວຽດ ນາມ. ໃນນີ້, ໄດ້ເຊັນບົດບັນທຶກຄວາມ ເຂົ້າໃຈກ່ຽວກັບການແລກປ່ຽນທາງ ດ້ານວິຊາການແລະການຮ່ວມມືດ້ານ ວິທະຍາສາດແລະພົບປະກັບກຸ່ມອຸດ ສາຫະກຳຢາງພາລາ. ພ້ອມທັງຢ້ຽມ ຢາມພື້ນຖານການຜະລິດ ຢູ່ແຂວງ ນິງບິ່ງ ເປັນຕົ້ນ ໂຮງງານນ້ຳໝາກ ໄມ້ກະປ໋ອງ Doveco ແລະ ພື້ນທີ່ ການຜະລິດພືດ ສໍາລັບສະໜອງສູ່ ໂຮງງານປຸງແຕ່ງຈໍານວນໜຶ່ງ. ການເຄື່ອນໄຫວຄັ້ງນີ້, ບໍ່ພຽງ ແຕ່ເປັນການຮັດແໜ້ນສາຍພົວພັນ ມິດຕະພາບແບບພິເສດ ລາວຫວຽດນາມ ເທົ່ານັ້ນ, ແຕ່ຍັງເປັນ ການຍົກລະດັບການຮ່ວມມືພິເສດ ຢ່າງຮອບດ້ານໃນຂະແໜງກະສິກຳ ແລະ ສິ່ງແວດລ້ອມ ເພື່ອຮັບປະກັນ ດ້ານການຄ້ຳປະກັນຄວາມໝັ້ນຄົງ ດ້ານສະບຽງອາຫານ, ຊຸກຍູ້ສົ່ງ ເສີມການລົງທຶນແລະການຄ້າຂອງ ສອງຝ່າຍ, ການຄຸ້ມຄອງ ແລະ ອະ ນຸລັກຊັບພະຍາກອນທຳມະຊາດ, ນ້ຳ ແລະ ສິ່ງແວດລ້ອມ ຕາມທິດ ສີຂຽວ ແລະ ຍືນຍົງ ຂອງສອງປະ ເທດ, ສອງຂະແໜງການ ແລະ ປະ ຊາຊົນສອງຊາດ ອີກດ້ວຍ. ຂໍ້ມູນ-ພາບ: ຂ່າວສານກະສິກຳ ຮູບແບບ ຫລື CTBTO. ການບັນ ຍາຍໃນຄັ້ງນີ້ ຈັດຂຶ້ນໃນໂອກາດທີ່ ທ່ານ ຟລອຍ ພ້ອມຄະນະ ໄດ້ເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກ ນໍາຂະແໜງການກ່ຽວຂ້ອງ ຢູ່ ສປປ ລາວ ຊຶ່ງເປັນກິດຈະກໍາໜຶ່ງ ເພື່ອ ສະເຫລີມສະຫລອງຄົບຮອບ 30 ປີ ແຫ່ງການສ້າງຕັ້ງອົງການດັ່ງກ່າວ ໂດຍມີຜູ້ເຂົ້າຮ່ວມຈາກກະຊວງ ການຕ່າງປະເທດ, ຄະນະພົວພັນ ຕ່າງປະເທດສູນກາງພັກ, ຂະແໜງ ການກ່ຽວຂ້ອງ ແລະ ນັກສຶກສາ. ທ່ານເລຂາທິການບໍລິຫານໄດ້ບັນ ຍາຍເຖິງຄວາມໝາຍ, ຄວາມສໍາຄັນ ແລະການກໍາເນີດຂຶ້ນຂອງສົນທິສັນ ຍາວ່າດ້ວຍການເກືອດຫ້າມການ ທົດລອງນິວເຄລຍທຸກຮູບແບບ ຫລື CTBTທີ່ໄດ້ຖືກຮັບຮອງ ໂດຍກອງ ປະຊຸມສະມັດຊາໃຫຍ່ ຂອງອົງການ ສະຫະປະຊາຊາດ ໃນວັນທີ 10 ກັນຍາ1996ແລະ ເປີດໃຫ້ລົງນາມ ໃນວັນທີ 24 ກັນຍາ 1996. ສົນທິ ສັນຍາ CTBT ແມ່ນຂໍ້ຕົກລົງລະ ຫວ່າງປະເທດທີ່ມີເປົ້າໝາຍໃນການ ຫ້າມການທົດລອງລະເບີດນິວ ເຄລຍທຸກຮູບແບບ ແນໃສ່ສົ່ງເສີມ ການຫລຸດຜ່ອນ ແລະ ປ້ອງກັນການ ແຜ່ຂະຫຍາຍອາວຸດນິວເຄລຍໃນ ທົ່ວໂລກ ຊຶ່ງບໍ່ພຽງແຕ່ແມ່ນຫ້າມ ການທົດລອງລະເບີດນິວເຄລຍ ເທົ່ານັ້ນ, ແຕ່ຍັງລວມມີລະບົບເຝົ້າ ລະວັງ ແລະ ກວດສອບ ເພື່ອຢຸດຕິ ການແຂ່ງຂັນກັນດ້ານອາວຸດນິວ ເຄລຍ, ປ້ອງກັນບໍ່ໃຫ້ບັນດາປະເທດ ມີການຜະລິດ ແລະ ຄອບຄອງລະ ເບີດນິວເຄລຍປົກປ້ອງສິ່ງແວດ ລ້ອມຈາກກໍາມັນຕະພາບລັງສີ. ຕະຫລອດໄລຍະເວລາ 30 ປີ, ອົງ ການ CTBTO ໄດ້ປະຕິບັດໜ້າທີ່ ຂອງຕົນເອງຢ່າງຕັ້ງໜ້າ ແລະ ສ້າງ ຜົນປະໂຫຍດອັນໃຫຍ່ຫລວງໃຫ້ແກ່ ປະຊາຄົມໂລກ ໂດຍໄດ້ມີການສ້າງ ເຄືອຂ່າຍກວດຈັບການລະເບີດນິວ ເຄລຍໃນທົ່ວໂລກ ດ້ວຍເຕັກໂນໂລ ຊີກວດຈັບແຜ່ນດິນໄຫວ, ກວດຈັບ ຄື້ນສຽງໃຕ້ນໍ້າ, ກວດຈັບກໍາມັນຕະ ພາບລັງສີ ແລະ ກວດຈັບຄື້ນສຽງ ໃນອາກາດ. ປັດຈຸບັນມີສະຖານີ ເຝົ້າລະວັງ ແລະ ກວດສອບດັ່ງກ່າວ ຢູ່ 337 ແຫ່ງໃນທົ່ວໂລກ. ທ່ານ ຟລອຍ ຍັງໄດ້ເນັ້ນຢໍ້າ ຄວາມສໍາຄັນຂອງການປະສານ ສົມທົບລະຫວ່າງ ການຮ່ວມມືທາງ ການທູດ ແລະ ການນໍາໃຊ້ວິທະຍາ ສາດ ເພື່ອຢັບຢັ້ງ ແລະ ຈໍາກັດການ ແຜ່ຂະຫຍາຍອາວຸດນິວເຄລຍໃນ ທົ່ວໂລກ. ການປະກອບສ່ວນອັນສໍາ ຄັນຂອງ ສປປ ລາວ ແລະ ພາກພື້ນ ອາຊຽນ ໃນການສະໜັບສະໜູນສົນ ທິສັນຍາ CTBT ເພື່ອສ້າງໃຫ້ພາກ ພື້ນແລະ ໂລກມີຄວາມສະຫງົບສຸກ, ປາສະຈາກອາວຸດນິວເຄລຍ ແລະ ຫລຸດຜ່ອນຜົນກະທົບຮ້າຍແຮງ ຈາກອາວຸດທໍາລາຍລ້າງສູງດັ່ງ ກ່າວກໍຄືການປ້ອງກັນໄພພິບັດທາງ ທໍາມະຊາດ. ການບັນຍາຍໃນຄັ້ງນີ້, ໄດ້ດໍາ ເນີນໄປດ້ວຍບັນຍາກາດອັນດີ, ມີ ການແລກປ່ຽນ ແລະ ປະກອບຄໍາ ຄິດຄໍາເຫັນຈາກຜູ້ເຂົ້າຮ່ວມຢ່າງ ກວ້າງຂວາງ, ມີເນື້ອໃນທີ່ມີຄວາມ ໝາຍສໍາຄັນ ແລະ ເປັນຄວາມຮູ້ ອັນເລິກເຊິ່ງໃຫ້ແກ່ຜູ້ເຂົ້າຮ່ວມ, ມີ ຄວາມເຂົ້າໃຈຕໍ່ຜົນຮ້າຍຂອງລະ ເບີດນິວເຄລຍ ແລະ ມາດຕະການ ເພື່ອສະກັດກັ້ນການແຜ່ຂະຫຍາຍ ອາວຸດນິວເຄລຍ ລວມທັງບົດບາດ ຂອງອົງການສົນທິສັນຍາ CTBTO. ຕໍ່ປີ, ລວມຍອດຜະລິດຕະພັນພາຍ ໃນ (GDP) ບັນລຸໄດ້ 1.231 ຕື້ ກີບ. ໂຄງສ້າງເສດຖະກິດໄດ້ມີການ ຂະຫຍາຍຕົວໃນແຕ່ລະຂະແໜງ ການ ໂດຍຂະແໜງການບໍລິການ ໄດ້ມີການຂະຫຍາຍຕົວໂດດເດັ່ນ ແລະ ກວມເອົາ 51,54% ດ້ວຍມູນ ຄ່າ 634,25 ຕື້ກີບ, ຂະແໜງກະສິ ກໍາປະຕິບັດໄດ້431,72ຕື້ກີບກວມ ເອົາ 35,08% ແລະ ຂະແໜງອຸດ ສາຫະກໍາ ປະຕິບັດໄດ້ 164,74 ຕື້ ກີບ ກວມເອົາ 13,39%ຂອງລວມ ຍອດຜະລິດຕະພັນ. ດ້ານພື້ນຖານ ໂຄງລ່າງ ແລະ ຊີວິດການເປັນຢູ່ກໍ ໄດ້ຮັບການຍົກລະດັບຂຶ້ນຢ່າງຈະ ແຈ້ງ ໂດຍທົ່ວເມືອງມີບ້ານທີ່ໄດ້ຊົມ ໃຊ້ໄຟຟ້າຖາວອນຈໍານວນ72ບ້ານ ກວມເອົາ 92,30%. ສຳລັບການ ປະເມີນຕາມມາດຕະຖານພົ້ນທຸກ, ປັດຈຸບັນ ທົ່ວເມືອງຫລວງນໍ້າທາ ມີບ້ານທີ່ພົ້ນທຸກ 72 ບ້ານ ກວມ ເອົາ 92,30% ຂອງຈໍານວນບ້ານ ທັງໝົດ. ຄອບຄົວທີ່ສາມາດຫລຸດພົ້ນ ອອກຈາກຄວາມທຸກຍາກ 10.579 ຄອບຄົວ, ກວມເອົາ 96,52%. ນອກຈາກນັ້ນ, ຍັງໄດ້ປະກາດ ເປັນເມືອງຢຸດຕິການຖ່າຍຊະຊາຍ ໄດ້ສຳເລັດ 100% ພ້ອມທັງປະ ກາດບ້ານສາທາລະນະສຸກແບບ ຢ່າງໄດ້ຄົບທັງໝົດ 78 ບ້ານ. ສຳລັບຄາດໝາຍສູ້ຊົນໃນຊຸມ ປີຕໍ່ໜ້າ, ເມືອງຫລວງນໍ້າທາ ຈະ ສືບຕໍ່ສ້າງຄວາມເຂັ້ມແຂງຮອບ ດ້ານ ໂດຍຕັ້ງເປົ້າໝາຍສູ້ຊົນເຮັດ ໃຫ້ລວມຍອດມູນຄ່າຜະລິດຕະພັນ ພາຍໃນບັນລຸໃຫ້ໄດ້ 3.382 ຕື້ກີບ. ພ້ອມກັນນັ້ນ, ຈະຮັກສາອັດຕາການ ຂະຫຍາຍຕົວຂອງເສດຖະກິດໃຫ້ ຢູ່ໃນລະດັບ 4,05% ແລະ ສູ້ຊົນ ຍົກລະດັບລາຍຮັບສະເລ່ຍຕໍ່ຫົວຄົນ ໃຫ້ໄດ້ 21,55 ລ້ານກີບຕໍ່ຄົນຕໍ່ປີ. ມີບັນດາລັດຖະມົນຕີຕ່າງປະເທດ ອາຊຽນ ແລະ ເລຂາທິການໃຫຍ່ ອາຊຽນ ເຂົ້າຮ່ວມ. ກອງປະຊຸມ ຄະນະກໍາມະການ ເຂດປອດອາວຸດນິວເຄລຍອາຊີຕາ ເວັນອອກສ່ຽງໃຕ້ ໄດ້ປຶກສາຫາລື ແລະ ຮັບຊາບຄວາມຄືບໜ້າໃນ ການຈັດຕັ້ງປະຕິບັດແຜນປະຕິບັດ ງານຂອງສົນທິສັນຍາເຂດປອດ ອາວຸດນິວເຄລຍໃນອາຊີຕາເວັນ ອອກສຽງໃຕ້ (2023-2027) ເປັນຕົ້ນ ວຽກງານຂອງໜ່ວຍງານ ຄຸ້ມຄອງພະລັງງານປະລໍາມະນູອາ ຊຽນ ແລະ ການພົວພັນຮ່ວມມືກັບ ພາຍນອກ ໂດຍສະເພາະກັບອົງ ການພະລັງງານປະລໍາມະນູສາ ກົນ. ກອງປະຊຸມຍັງໄດ້ສືບຕໍ່ປຶກສາ ຫາລື ກ່ຽວກັບອະນຸສັນຍາຂອງ ສົນທິສັນຍາເຂດປອດອາວຸດ ນິວ ເຄລຍອາຊີຕາເວັນອອກສ່ຽງໃຕ້ ໂດຍສະເພາະ ການສືບຕໍ່ພົວພັນກັບ 5 ປະເທດມະຫາອຳນາດນິວເຄລຍ (ສປ ຈີນ, ຝຣັ່ງ, ຣັດເຊຍ, ອັງກິດ ແລະ ສ ອາເມລິກາ) ເພື່ອຊຸກຍູ້ໃຫ້ ບັນດາປະເທດດັ່ງກ່າວ ໃນການລົງ ນາມຕໍ່ກັບອະນຸສັນຍາ. ໃນກອງປະຊຸມພົບປະລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ກັບຄະນະກໍາມາທິການລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍສິດທິ ມະນຸດ, ລັດຖະມົນຕີຕ່າງປະເທດ ອາຊຽນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດບັນດາ ກິດຈະກໍາ ຂອງຄະນະກຳມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າ ດ້ວຍສິດທິມະນຸດ ອັນໄດ້ປະກອບ ສ່ວນເຂົ້າໃນວຽກງານສົ່ງເສີມ ແລະ ປົກປ້ອງສິດທິມະນຸດໃນອາ ຊຽນ ກໍຄື ຂະບວນການສ້າງປະຊາ ຄົມອາຊຽນໂດຍລວມແລະຊຸກຍູ້ໃຫ້ ຄະນະກຳມາທິການດັ່ງກ່າວ ສືບຕໍ່ ປະຕິບັດຕາມພາລະບົດບາດຂອງ ຕົນທີ່ໄດ້ຖືກມອບໝາຍ ແລະ ຈັດ ຕັ້ງປະຕິບັດບັນດາກິດຈະກຳບູລິ ມະສິດ ສຳລັບ ປີ 2026 ຊຶ່ງເປັນ ປີທຳອິດໃນການຈັດຕັ້ງແຜນວຽກ 5 ປີ ສະບັບໃໝ່ (2026-2030) ຂອງຄະນະກໍາມາທິການດັ່ງກ່າວ ໃຫ້ສໍາເລັດ ແລະ ມີປະສິດທິຜົນ. ສສກ... ປະກາດ... ຮອງນາຍົກລັດຖະມົນຕີ...ົັົີ ລາວ-ຫວຽດນາມ... ໝູນໃຊ້ວິທະຍາສາດ...ູ້ິ
22/07/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K (ເນື່ອງໃນໂອກາດວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ ື່ັີຸຸົົີ (13 ກໍລະກົດ 1909-13 ກໍລະກົດ 2026)ໍົໍົ ບົດສະເໜີົີ ຜັນຂະຫຍາຍມະຕິັ ນິ ກອງປະຊຸມມ່ໃຫຍຸ່ ຄັ້ງທີ XII ຂອງພັກັ້ ງີ ັ ກ 6 gfn vomh kpxu c0;';P'9a o 9tl6 h -q o.sh glf4tdy f0tspkp8q ; 5,8% ຂປລ. ພາຍຫລັງໃນໄລຍະ 6 ເດືອນຕົ້ນປີນີ້ ເສດຖະກິດຂອງ ແຂວງຂະຫຍາຍຕົວ 3,4%. ໃນນີ້, ຂະແໜງກະສິກຳຂະຫຍາຍຕົວ 3,2%, ຂະແໜງອຸດສາຫະກຳ 2,8%, ຂະແໜງບໍລິການ 3,8% ແລະ ພາສີ-ອາກອນ ຜະລິດຕະພັນ ສຸດທິ ຂະຫຍາຍຕົວ 2,3%, ເກັບ ລ າ ຍ ຮັບ ເ ຂົ້າ ງົ ບ ປ ະ ມ າ ນ ໄ ດ້ 922,43 ຕື້ກີບ. ຂະນະທີ່ໃນໄລ ຍະ 6 ເດືອນທ້າຍປີ 2026 ນີ້, ແຂວງວຽງຈັນ ຈະສູ້ຊົນເຮັດໃຫ້ ເສດຖະກິດຂະຫຍາຍຕົວ 5,8%, ພ້ອມຍູ້ແຮງຂະແໜງການສຳຄັນ ໃຫ້ບັນລຸເປົ້າໝາຍ, ໂດຍເລັ່ງໃສ່ ຂະແໜງກະສິກຳໃຫ້ຂະຫຍາຍຕົວ 4,5%, ຂະແໜງອຸດສາຫະກຳ 6,5%, ຂະແໜງບໍລິການ 6,6%, ຂະແໜງພາສີ-ອາກອນ 4,5%, ແລະ ເກັບລາຍຮັບງົບປະມານໝົດປີ ໃຫ້ໄດ້ບັນລຸ 1.263,77 ຕື້ກີບ. ຕາມການລາຍງານຂອງທ່ານ ແຫລ່ງຂ່າວ: ແຂວງວຽງຈັນໂພສ໌ ສີວຽງໄຊ ອໍລະບູນ ຮອງປະທານ ຄະນະກຳມະການປົກຄອງແຂວງ ວຽງຈັນ ຕໍ່ກອງປະຊຸມຄະນະກຳມະ ການປົກຄອງແຂວງ ຄັ້ງທີ III ທ້າຍ ອາທິດຜ່ານມານີ້ວ່າ: ທ່າອ່ຽງການ ຂະຫຍາຍຕົວເສດຖະກິດຂອງ ແຂວງວຽງຈັນ ແມ່ນອີງໃສ່ທ່າ ແຮງບົ່ມຊ້ອນໃນຫລາຍຂະແໜງ ການສຳຄັນ ໂດຍສະເພາະແມ່ນ ການຟື້ນຕົວຂອງຂະແໜງການ ທ່ອງທ່ຽວ, ການລົງທຶນໃນຂະແໜງ ກະສິກຳ ແລະ ການກໍ່ສ້າງພື້ນຖານ ໂຄງລ່າງ. ຈຸດສຸມການພັດທະນາ ໃນ 6 ເດືອນທ້າຍປີ 2026 ໂດຍ ເລັ່ງໃສ່ຊຸກຍູ້ຂະແໜງກະສິກຳໃຫ້ ຂະຫຍາຍຕົວ 4,5% ຮັບປະກັນ ຄວາມໝັ້ນຄົງທາງດ້ານສະບຽງ ອາຫານດ້ວຍການຜະລິດເຂົ້າໃຫ້ ໄດ້ 279.749 ໂຕນ (ສະເລ່ຍ 542 ກິໂລຕໍ່ຄົນ), ພ້ອມຊຸກຍູ້ການ ປູກພືດເປັນສິນຄ້າ, ການລ້ຽງສັດ ແລະ ການສົ່ງອອກ. ນອກຈາກນີ້, ຍັງສືບຕໍ່ວຽກງານຄຸ້ມຄອງທີ່ດິນ ດ້ວຍການອອກໃບຕາດິນຖາວອນ ໃຫ້ໄດ້ 10.000 ຕອນ, ຂະແໜງ ອຸດສາຫະກຳໃຫ້ຂະຫຍາຍຕົວ 6,5% ເນັ້ນການຊຸກຍູ້ການຜະລິດ ພະລັງງານໄຟຟ້າໃຫ້ບັນລຸ 1.893 ກິກາວັດໂມງ ແລະ ເລັ່ງການຜະລິດ ແຮ່ທາດທີ່ຄາດວ່າຈະມີຜົນງານ ລື່ນແຜນການທີ່ວາງໄວ້, ຂະແໜງ ບໍລິການໃຫ້ຂະຫຍາຍຕົວ 6,6% ຊຶ່ງເນັ້ນສົ່ງເສີມການທ່ອງທ່ຽວ ໂດຍຕັ້ງເປົ້າດຶງດູດນັກທ່ອງທ່ຽວໃຫ້ ໄດ້ຫລາຍກວ່າ 2,5 ລ້ານເທື່ອຄົນ, ສ້າງລາຍຮັບໃຫ້ໄດ້ 2.000 ຕື້ກີບ, ຄຽງຄູ່ກັບການຄຸ້ມຄອງວຽກງານ ການຂົນສົ່ງສິນຄ້າ ແລະ ໂດຍສານ ໃຫ້ມີປະສິດທິພາບ. ສ່ວນຂະແໜງ ພາສີ-ອາກອນຂະຫຍາຍຕົວ 4,5% ວຽກງານການເງິນ-ງົບປະມານ ສືບຕໍ່ຈັດຕັ້ງປະຕິບັດເສດຖະກິດ ເອກະລາດເປັນເຈົ້າຕົນເອງໄປ ພ້ອມໆກັບການວາງຄາດໝາຍ ເກັບລາຍຮັບງົບປະມານໝົດປີ 2026 ໃຫ້ໄດ້ 1.263,77 ຕື້ກີບ. ພ້ອມກັນນັ້ນ, ຈະເລັ່ງຂະຫຍາຍການ ນຳໃຊ້ໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ໄປຍັງບັນດາ ເມືອງເປົ້າໝາຍເພື່ອຄວາມໂປ່ງໃສ ແລະ ຖືກຕ້ອງໃນການມອບພັນທະ ອາກອນ. ແນວໃດກໍຕາມ, ນອກຈາກທີ່ ກ່າວມານັ້ນແລ້ວ ໃນດ້ານການລົງ ທຶນຈະສືບຕໍ່ເອົາໃຈໃສ່ເພີ່ມທະວີການ ຄຸ້ມຄອງການລົງທຶນຂອງລັດ, ການ ຊ່ວຍເຫລືອລ້າ, ການກູ້ຢືມ ແລະ ການລົງທຶນຂອງພາກເອກະຊົນທັງ ພາຍໃນ ແລະ ຕ່າງປະເທດໃຫ້ສອດ ຄ່ອງກັບລະບຽບກົດໝາຍ ເພື່ອຮັບ ປະກັນໃຫ້ການຈັດຕັ້ງປະຕິບັດທຶນບັນ ລຸຕາມແຜນ ຫລື ລື່ນແຜນທີ່ວາງໄວ້ ຢ່າງມີປະສິດທິຜົນ. ທ່ານ ສີວຽງໄຊ ອໍລະບູນ ກ່າວ. ຂປລ. ການຈັດຕັ້ງປະຕິບັດມະ ຕິວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ (ສອຈ) ໃນໄລຍະໃໝ່ ຖືເປັນທິດທາງຍຸດທະ ສາດທີ່ສໍາຄັນໃນການບູລະນະ ແລະ ຟື້ນຟູເສດຖະກິດ-ສັງຄົມຂອງ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ, ຍືນຍົງ ແລະ ສາມາດຮອງຮັບຄວາມຜັນ ຜວນຈາກສະພາບແວດລ້ອມພາຍ ນອກໄດ້ດີຂຶ້ນ. ມະຕິດັ່ງກ່າວມຸ່ງເນັ້ນ ການນຳໃຊ້ທ່າແຮງພາຍໃນປະເທດ ໃຫ້ເກີດປະໂຫຍດສູງສຸດ, ຫລຸດ ຜ່ອນການເພິ່ງພາຈາກພາຍນອກ, ສ້າງຄວາມເຂັ້ມແຂງໃຫ້ລະບົບ ເສດຖະກິດພາຍໃນ ແລະ ຍົກສູງ ຄວາມສາມາດໃນການຮັບມື ແລະ ຕ້ານທານກັບວິກິດການຕ່າງໆ. ໃນໄລຍະຜ່ານມາ ການຜັນຂະ ຫຍາຍມະຕິໄດ້ຮັບການຈັດຕັ້ງຢ່າງ ເປັນລະບົບ ແລະ ບັນລຸຜົນສຳເລັດ ຫລາຍດ້ານ. ພາກລັດໄດ້ສຸມໃສ່ການ ປັບປຸງນະໂຍບາຍ, ກົດໝາຍ ແລະ ກົນໄກການບໍລິຫານເສດຖະກິດ ໃຫ້ມີຄວາມໂປ່ງໃສ ແລະ ເອື້ອອຳ ນວຍຕໍ່ການຜະລິດ, ການຄ້າ ແລະ ການລົງທຶນ. ພ້ອມກັນນັ້ນ, ຍັງໄດ້ ຊຸກຍູ້ການຜະລິດພາຍໃນປະເທດ, ພັດທະນາກະສິກຳສະອາດ, ອຸດສາ ຫະກຳປຸງແຕ່ງ, ວິສາຫະກິດຂະ ໜາດນ້ອຍ ແລະ ຂະໜາດກາງ, ຄວບຄູ່ກັບການນຳໃຊ້ຊັບພະຍາ ກອນທຳມະຊາດຢ່າງຄຸ້ມຄ່າ ແລະ ຍືນຍົງ. ຜົນສຳເລັດທີ່ໂດດເດັ່ນ ແລະ ເປັນຮູບປະທຳ ໃນການຈັດຕັ້ງປະ ຕິບັດມະຕິດັ່ງກ່າວໃນໄລຍະຜ່ານ ມາມີດ້ານພົ້ນເດັ່ນຂຶ້ນດັ່ງນີ້: ຜົນ ງານພົ້ນເດັ່ນອັນໜຶ່ງແມ່ນດ້ານ ການຜະລິດ ແລະ ການຄໍ້າປະກັນ ພຽງພໍພາຍໃນ ໂດຍການສົ່ງເສີມ *ປະທານ ສຸພານຸວົງ ແມ່ນຜູ້ນຳ ທີ່ມີຄວາມຈົງຮັກພັກດີຕໍ່ອຸດົມການ ປະຕິວັດຢ່າງເດັດຂາດ, ຕໍ່ສູ້ຢ່າງ ກ້າແກ່ນພິລະອາດຫານຍາມໃດກໍ ໄດ້ຍົກສູງສະຕິລະບຽບວິໄນຕໍ່ການ ຈັດຕັ້ງ, ນັບຖືໝູ່ຄະນະ, ເອື້ອເຟື້ອ ຮັກແພງມິດສະຫາຍຢ່າງຈິງໃຈ, ດຳລົງຊີວິດຢ່າງສັດຊື່ສຸດຈະລິດ ແລະ ງ່າຍດາຍ, ມີຈິດໃຈຕໍ່ສູ້ທີ່ອາດ ຫານກ້າແກ່ນ, ມີທັດສະນະຫລັກໝັ້ນ ອັນໜັກແໜ້ນ ແລະ ນໍ້າໃຈເສຍ ສະລະອັນສູງສົ່ງ ເພື່ອຊາດເພື່ອ ປະຊາຊົນ; ເພິ່ນໄດ້ເລີ່ມຈາກນັກຮັກ ຊາດທີ່ແທ້ຈິງກາຍເປັນນັກປະຕິວັດ ທີ່ກ້າແກ່ນ, ເປັນໜຶ່ງໃນບັນດາຜູ້ ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງ ປະຊາຊົນລາວເຜົ່າຕ່າງໆ. ຕະຫລອດຊີວິດຂອງປະທານ ສຸພານຸວົງ ບໍ່ວ່າຈະຢູ່ໃນຕຳແໜ່ງ ໃດ, ຄວາມຮັບຜິດຊອບອັນໃດເພິ່ນກໍ່ ໄດ້ອຸທິດໝົດຈິດໝົດໃຈ, ໝົດຄວາມ ສາມາດ ແລະ ຫົວຄິດປະດິດສ້າງ ຂອງຕົນໃຫ້ແກ່ພາລະກິດປົກປັກ ຮັກສາ ແລະ ສ້າງສາປະເທດຊາດ ເພື່ອເອກະລາດ, ອະທິປະໄຕຂອງ ຊາດ ແລະ ຄວາມສົມບູນພູນສຸກ ຂອງປະຊາຊົນເຮົາ. ເພິ່ນໄດ້ເດີນ ຕາມເສັ້ນທາງຂອງພັກ, ຄວາມ ສາມາດ, ຄຸນນະທຳ ແລະ ອິດທິພົນ ຂອງເພິ່ນໄດ້ກາຍເປັນສິ່ງກະຕຸກ ຊຸກຍູ້ປຸກລະດົມດຶງດູດປະຊາຊົນ ເຜົ່າຕ່າງໆ, ຊັ້ນຄົນຕ່າງໆຢູ່ພາຍໃນ ແລະຕ່າງປະເທດປະກອບສ່ວນສ້າງ ກ້ອນກຳລັງສາມັກຄີເປັນອັນໜຶ່ງອັນ ດຽວກັນໃນແນວໂຮມເອກະພາບ ແຫ່ງຊາດ ຊຶ່ງໄດ້ກາຍເປັນໜຶ່ງໃນ ບັນດາປັດໄຈອັນສຳຄັນທີ່ຮັບປະກັນ ໄຊຊະນະຂອງການປະຕິວັດປະເທດ ເຮົາໃນແຕ່ລະໄລຍະ ແລະ ເປັນນັກ ການເມືອງທີ່ເກັ່ງກ້າ, ສະຫລາດ ສະຫລຽວມີໄຫວພິບໃນການວາງ ຍຸດໂທບາຍດ້ານການຕໍ່ສູ້ການເມືອງ ln [8I+ kIPogvq kc[[1j k'75 olq ,[a fly omext8y ;a f c]t c[[czodkofe]q '-u ;y f0v'xtmko l5 rko5 ;q ' + ແລະ ການຕ່າງປະເທດຢູ່ໃນແຕ່ລະ ໄລຍະ, ເພິ່ນໃນຖານະທີ່ເປັນນັກ ການເມືອງລະດັບສາກົນທີ່ດີເດັ່ນ ໄດ້ມີການປະກອບສ່ວນອັນປະເສີດ ເຂົ້າໃນການປັບປຸງສັນຕິພາບໂລກ, ເຂົ້າໃນການເປີດກວ້າງການຮ່ວມມື ລະຫວ່າງບັນດາປະເທດ ແລະ ປະ ຊາຊາດຢູ່ໃນໂລກ. ພ້ອມນັ້ນ, ປະທ່ານ ສຸພານຸວົງ ມີແບບແຜນດຳລົງຊີວິດແບບງ່າຍ ດາຍ, ກະທັດຮັດ, ດຸໝັ່ນຫ້າວຫັນ, ປະຢັດມັດທະຍັດ, ບໍ່ຖືຕົວ, ນິ້ມນວນ ມີນິໄສຄ່ຽມຄົມ; ການເຄື່ອນໄຫວ ຂອງທ່ານແມ່ນມີແຜນການໃຫ້ແກ່ ຕົນເອງ, ປະທານໄດ້ກາຍເປັນຄົນ ອອກແຮງງານເກັ່ງທາງດ້ານມັນ ສະໝອງ ແລະ ຮ່າງກາຍ, ເປັນກຳ ມະກອນຂົວທາງ, ວິສະວະກອນທີ່ ເກັ່ງອັນດັບໜຶ່ງຂອງລາວ, ເປັນຜູ້ ນໍາທີ່ເຄົາລົບຮັກ ແລະ ເຊື່ອຖືຂອງ ປະຊາຊົນລາວບັນດາເຜົ່າ. ປະທານ ສຸພານຸວົງ ແມ່ນນັກ ຮັກຊາດ-ນັກປະຕິວັດຜູ້ກ້າແກ່ນ ປີຊາສາມາດ ແລະ ເປັນຜູ້ນຳທີ່ ດີເດັ່ນ-ວິລະບູລຸດຂອງຊາດລາວ ທ່ານເປັນເຊື້ອເຈົ້າແຕ່ໄດ້ເສຍສະລະ ທຸກສິ່ງທຸກຢ່າງທາງດ້ານຄວາມ ສຸກ ແລະ ຜົນປະໂຫຍດສ່ວນຕົວ ເພື່ອພາລະກິດລວມຂອງຊາດ ຂອງ ປະຊາຊົນລາວ, ຄຸນລັກສະນະທີ່ ພົ້ນເດັ່ນຂອງເພິ່ນແມ່ນເປັນຜູ້ນຳ ທີ່ມີຄວາມປີຊາສາມາດ-ອົງອາດ ກ້າແກ່ນມີຄວາມສຸຂຸມຮອບຄອບ ແລະ ໜັກແໜ້ນໃນທຸກສະຖານະ ການ, ເພິ່ນທັງແມ່ນນັກຍຸດທະສາດ ນັກຍຸດໂຍບາຍທີ່ເບິ່ງກວ້າງເຫັນ ໄກ, ຄ່ອງແຄ້ວ, ວ່ອງໄວ ແລະ ມີ ຄວາມປະດິດສ້າງສູງ, ແມ່ນຜູ້ນຳ ທີ່ມີແບບແຜນຊີ້ນຳ-ບັນຊາແທດ ກັບຕົວຈິງຍາມໃດກໍມີຄວາມຈົງ ຮັກພັກດີບໍລິສຸດຜຸດຜ່ອງຕໍ່ພັກຕໍ່ ປະເທດຊາດ ແລະ ຕໍ່ປະຊາຊົນມີ ຄວາມເປັນຫ່ວງເປັນໄຍ, ນັບຖືໝູ່ ຄະນະ, ເອື້ອເຟື້ອຮັກແພງມິດ ສະຫາຍຢ່າງຈິງໃຈ, ມີທັດສະນະ ຫລັກໝັ້ນອັນໜັກແໜ້ນ ແລະ ນ້ຳ ໃຈເສຍສະລະອັນສູງສົ່ງເພື່ອຊາດ ເພື່ອປະຊາຊົນ, ເປັນນັກການເມືອງ ທີ່ເກັ່ງກ້າ ແລະ ດຳລົງຊີວິດແບບ ລຽບງ່າຍ, ເປັນໜຶ່ງໃນບັນດາຜູ້ ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງ ປະຊາຊົນລາວເຜົ່າຕ່າງໆ, ທ່ານ ໄດ້ອຸທິດໝົດຈິດໝົດໃຈ, ຄວາມສາ ມາດ ແລະ ຫົວຄິດປະດິດສ້າງຂອງ ຕົນໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອເອກະລາດ, ອະທິປະໄຕຂອງ ຊາດ ແລະ ຄວາມສົມບູນພູນສຸກ ຂອງປະຊາຊົນລາວບັນດາເຜົ່າ. dko9a f8A 'xt8y [a f,t8y ;j kfh ;p lv9 ,u s]kpfh korQ ogfa j o ໂດຍ: ຢ່າາົ່ຕົ່ງ່ງ ການຜະລິດກະສິກຳ ແລະ ແປຮູບ ໄດ້ມີການຊຸກຍູ້ການປູກຝັງ-ລ້ຽງ ສັດ ເພື່ອທົດແທນການນຳເຂົ້າ ຢ່າງແຂງແຮງ ໂດຍສະເພາະພືດ ເສດຖະກິດ, ຜັກ, ໝາກໄມ້ ແລະ ຊີ້ນ ສັດ ສາມາດສະໜອງໃຫ້ຕະຫລາດ ພາຍໃນໄດ້ເພີ່ມຂຶ້ນ. ພ້ອມທັງເພີ່ມ ການແປຮູບຜົນຜະລິດທາງກະສິກຳ ແລະ ໄມ້ ເພື່ອຍົກສູງມູນຄ່າສິນຄ້າ ແລະ ຫລຸດການສົ່ງອອກວັດຖຸດິບ. ດ້ານການເງິນ, ເງິນຕາ ແລະ ຄວາມເຂັ້ມແຂງທາງງົບປະມານ ການຄຸ້ມຄອງເງິນຕາ ໄດ້ສົ່ງເສີມ ການນຳໃຊ້ເງິນກີບ ໃນການຊຳລະ ສະສາງພາຍໃນປະເທດຢ່າງເຂັ້ມ ງວດ, ຄຸ້ມຄອງອັດຕາແລກປ່ຽນ ແລະ ດຶງເງິນຕາຕ່າງປະເທດເຂົ້າສູ່ ລະບົບທະນາຄານໃຫ້ໄດ້ຫລາຍຂຶ້ນ. ຂະນະດຽວກັນ, ການເກັບລາຍຮັບ ງົບປະມານໄດ້ຫັນສູ່ລະບົບດີຈິຕອນ ຫລາຍຂຶ້ນ ເພື່ອຫລຸດການຮົ່ວໄຫວ ແລະ ຄຸ້ມຄອງໜີ້ສາທາລະນະໃຫ້ມີ ປະສິດທິຜົນ. ດ້ານການຄ້າ, ການບໍລິການ ແລະ ການເຊື່ອມໂຍງ-ເຊື່ອມຈອດ ໄດ້ນຳໃຊ້ປະໂຫຍດຈາກໂຄງສ້າງ ພື້ນຖານເຊັ່ນ: ທາງລົດໄຟ ລາວຈີນ, ທາງດ່ວນ, ແລະ ທ່າບົກ/ ດ່ານສິນຄ້າ ເພື່ອປ່ຽນຈາກປະເທດ ທີ່ “ບໍ່ມີທາງອອກສູ່ທະເລ” ໃຫ້ ກາຍເປັນ “ສູນກາງການເຊື່ອມ ໂຍງຂອງພາກພື້ນ. ພ້ອມນັ້ນ, ຍັງ ໄດ້ຍົກລະດັບການສົ່ງອອກສິນຄ້າ ທີ່ມີມູນຄ່າເພີ່ມຂຶ້ນ ແລະ ຊຸກຍູ້ການ ທ່ອງທ່ຽວພາຍໃນ “ລາວທ່ຽວ ລາວ” ຄວບຄູ່ກັບປີທ່ອງທ່ຽວລາວ ເພື່ອດຶງລາຍຮັບເຂົ້າປະເທດ. ຂະນະດຽວກັນ, ການພັດທະນາ ພະລັງງານ ແລະ ຊັບພະຍາກອນ ຢ່າງມີຄວາມຍືນຍົງການເປັນ “ໝໍ້ ໄຟແຫ່ງອາຊີ”: ສືບຕໍ່ພັດທະນາ ພະລັງງານສະອາດ (ພະລັງງານ ນ້ຳ, ແສງຕາເວັນ ແລະ ພະລັງງານ ລົມ) ເພື່ອຄໍ້າປະກັນພະລັງງານ ພາຍໃນ ແລະ ສົ່ງອອກສ້າງລາຍ ຮັບໃຫ້ປະເທດ. ຄວບຄູ່ກັນລັດຍັງ ໄດ້ປັບປຸງການຄຸ້ມຄອງ ແລະ ນຳ ໃຊ້ຊັບພະຍາກອນໂດຍສະເພາະ ການຂຸດຄົ້ນແຮ່ທາດໃຫ້ມີຄວາມ ໂປ່ງໃສ ແລະ ເກີດປະໂຫຍດສູງສຸດ ຕໍ່ປະເທດຊາດ. ຜົນສຳເລັດຈາກການຈັດຕັ້ງປະ ຕິບັດມະຕິວ່າດ້ວຍການສ້າງເສດ ຖະກິດເອກະລາດເປັນເຈົ້າຕົນເອງ ບໍ່ພຽງແຕ່ຊ່ວຍຫລຸດຜ່ອນຄວາມ ສ່ຽງຈາກວິກິດການພາຍນອກເທົ່າ ນັ້ນ, ແຕ່ຍັງເປັນການວາງຮາກຖານ ໃຫ້ປະເທດຊາດມີຄວາມເຂັ້ມແຂງ, ສາມາດເພິ່ງພາຕົນເອງ, ປົກປ້ອງ ອະທິປະໄຕທາງເສດຖະກິດ ແລະ ສ້າງພື້ນຖານສຳລັບການພັດທະນາ ທີ່ຍືນຍົງໃນໄລຍະຍາວ.
RkJQdWJsaXNoZXIy MTc3MTYxMQ==