ຂປລ
ລັດຖະບານໂຮນລັງ ໄດ້ປະກາດ ມາດຕະການລົງໂທດ ທາງການຄ້າ ຕໍ່ຈຸດຕັ້ງຖິ່ນຖານ ແບບຜິດກົດໝາຍ ຂອງອິດສະຣາແອນ ເປັນເວລາ 3 ປີ ເລີ່ມແຕ່ວັນທີ 22 ກັນຍາປີນີ້ ເປັນຕົ້ນໄປ.

ຂປລ ວິທະຍຸ ໂທລະພາບ ສູນກາງຈີນ, ລັດຖະບານໂຮນລັງ ໄດ້ປະກາດ ມາດຕະການລົງໂທດ ທາງການຄ້າ ຕໍ່ຈຸດຕັ້ງຖິ່ນຖານ ແບບຜິດກົດໝາຍ ຂອງອິດສະຣາແອນ ເປັນເວລາ 3 ປີ ເລີ່ມແຕ່ວັນທີ 22 ກັນຍາປີນີ້ ເປັນຕົ້ນໄປ.ອີງຕາມຖະແລງການ ທີ່ລັດຖະບານໂຮນລັງ ປະກາດໃນມື້ດຽວກັນວ່າ: ສິນຄ້າທີ່ມີຕົ້ນກຳເນີດມາຈາກ ຈຸດຕັ້ງຖິ່ນຖານທີ່ຜິດກົດໝາຍ ຂອງອິດສະຣາແອນ ຈະຖືກຈຳກັດຫລາຍຢ່າງ ເຊິ່ງລວມທັງ ການຫ້າມບໍ່ໃຫ້ຂົນສົ່ງສິນຄ້າ ເຂົ້າສູ່ໂຮນລັງ, ຫ້າມບໍ່ໃຫ້ຊື້ສິນຄ້າໂດຍກົງ ຫລື ໂດຍທາງອ້ອມ, ການວາງຈຳໜ່າຍໃນຕະຫລາດ ແລະ ໃຫ້ບໍລິການຕົວກາງທີ່ກ່ຽວຂ້ອງ.ລັດຖະບານໂຮນລັງ ຢືນຢັນວ່າ: ການກະທຳດັ່ງກ່າວ ມີຈຸດປະສົງ ເພື່ອປາບປາມ ການຕັ້ງຖິ່ນຖານ ທີຜິດກົດໝາຍ ຂອງອິດສະຣາແອນ ຢູ່ຝັ່ງຕາເວັນຕົກ ແມ່ນ້ຳຈໍແດນ, ເຂດກາຊາ ແລະ ເຂດໂກລານ ຂອງຊີຣີ ດ້ວຍວິທີການທາງເສດຖະກິດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL