ລາວ-ຫວຽດນາມ ຮັດແໜ້ນການຮ່ວມມືດ້ານກະສິກຳ-ສິ່ງແວດລ້ອມ

22/07/2026 10:07
Email Print 104
ຂປລ ໃນລະຫວ່າງ ວັນທີ 13- 17 ກໍລະກົດ 2026 ຜ່ານມາ, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມຄະນະ ໄດ້ເຄື່ອນໄຫວວຽກງານທາງລັດຖະການ ຢູ່ ສສ ຫວຽດນາມ ໂດຍໄດ້ພົບປະສອງຝ່າຍຢ່າງເປັນທາງການກັບ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຂອງ ສສ ຫວຽດນາມ.

        ຂປລ. ນອກຈາກນັ້ນ, ຄະນະຝ່າຍລາວ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ຟາມ ຢາ ຕຸກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ເພື່ອລາຍງານສະພາບການຮ່ວມມື ແລະ ຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານການຮ່ວມມື ໃນຂະແໜງກະສິກຳ ແລະ ສິ່ງແວດລ້ອມ ໃນໄລຍະ 5 ປີຜ່ານມາ. 

        ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ໄດ້ເນັ້ນເຖິງຄວາມສຳຄັນ ຂອງການຮ່ວມມືມິດຕະພາບແບບພິເສດຂອງ ລາວ- ຫວຽດນາມ ໂດຍສະເພາະໃນຂົງເຂດກະສິກຳ ແລະ ສິ່ງແວດລ້ອມ, ພ້ອມທັງຈະສະໜັບສະໜູນ ແລະ ຊຸກຍູ້ສົ່ງເສີມການຮ່ວມມື ໂດຍສະເພາະການຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດກະສິກຳ ຂອງ ສສ ຫວຽດນາມ ທີ່ມາລົງທຶນ ຢູ່ ສປປ ລາວ ໃຫ້ເກີດດອກອອກຜົນ ແລະ ມີຜົນສຳເລັດຢ່າງເປັນຮູບປະທຳ. ນອກນັ້ນ, ທ່ານ ລິນຄຳ ດວງສະຫວັນ ແລະ ຄະນະ ໄດ້ພົບປະກັບລັດຖະມົນຕີກະຊວງການເງິນ ສສ ຫວຽດນາມ ເພື່ອປຶກສາຫາລືກ່ຽວກັບການເສີມຂະຫຍາຍການຮ່ວມມື ແລະ ການລົງທຶນດ້ານກະສິກຳລາວ-ຫວຽດນາມ. ປັດຈຸບັນ, ວິສາຫະກິດຫວຽດນາມມີການລົງທຶນດ້ານກະສິກຳ ຢູ່ ສປປ ລາວ ຈຳນວນ 276 ໂຄງການດ້ວຍມູນຄ່າທຶນ ຈົດທະບຽນສະສົມ 6,2 ຕື້ກວ່າ ໂດລາສະຫະລັດ ແລະ ໃນປີຜ່ານມາມີການລົງທຶນໃໝ່ 560 ລ້ານກວ່າ ໂດລາສະຫະລັດ ຊຶ່ງສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນຂອງນັກລົງທຶນຫວຽດນາມ ຕໍ່ທ່າແຮງຂອງ ສປປ ລາວ. ພ້ອມນີ້, ທັງສອງຝ່າຍ ເຫັນດີສືບຕໍ່ການຮ່ວມມືໃນຂົງເຂດກະສິກຳ ແລະ ສິ່ງແວດລ້ອມ ໂດຍສະເພາະການລົງທຶນຂອງພາກທຸລະກິດກະສິກຳ-ປ່າໄມ້ ຂອງ ສສ ຫວຽດນາມ ຢູ່ ສປປ ລາວ ແລະ ເຫັນດີໃຫ້ມີການແຕ່ງຕັ້ງຄະນະຕິດຕາມກວດກາການລົງທຶນ ຂອງຫົວໜ່ວຍທຸລະກິດ ສສ ຫວຽດນາມ ຢູ່ ສປປ ລາວ ເພື່ອໃຫ້ປະຕິບັດຢ່າງມີປະສິດທິຜົນ ແລະ ເປັນຮູບປະທຳ.

        ຄຽງຄູ່ກັນນັ້ນ, ຄະນະຜູ້ແທນລາວ ຍັງໄດ້ພົບປະກັບພາກສ່ວນກ່ຽວຂ້ອງ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະໃນຂົງເຂດການຄ້ົນຄວ້າດ້ານກະສິກຳ-ປ່າໄມ້ ເປັນຕົ້ນສະຖາບັນວິທະຍາສາດປ່າໄມ້, ສະຖາບັນວິທະຍາສາດກະສິກຳ ແລະ ສະຖາບັນວາງແຜນ ແລະ ອອກແບບກະສິກຳ ຂອງ ສສ ຫວຽດ ນາມ. ໃນນີ້, ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການແລກປ່ຽນທາງດ້ານວິຊາການ ແລະ ການຮ່ວມມືດ້ານວິທະຍາສາດ ແລະ ພົບປະກັບກຸ່ມອຸດສາຫະກຳຢາງພາລາ. ພ້ອມທັງຢ້ຽມຢາມພື້ນຖານການຜະລິດ ຢູ່ແຂວງ ນິງບິ່ງ ເປັນຕົ້ນໂຮງງານນ້ຳໝາກໄມ້ກະປ໋ອງ Doveco ແລະ ພື້ນທີ່ການຜະລິດພືດ ສໍາລັບສະໜອງສູ່ໂຮງງານປຸງແຕ່ງຈໍານວນໜຶ່ງ. 

       ການເຄື່ອນໄຫວຄັ້ງນີ້, ບໍ່ພຽງແຕ່ເປັນການຮັດແໜ້ນສາຍພົວພັນ ມິດຕະພາບແບບພິເສດ ລາວ- ຫວຽດນາມເທົ່ານັ້ນ, ແຕ່ຍັງເປັນການຍົກລະດັບການຮ່ວມມືພິເສດຢ່າງຮອບດ້ານ ໃນຂະແໜງກະສິກຳ ແລະ ສິ່ງແວດລ້ອມ ເພື່ອຮັບປະກັນດ້ານການຄ້ຳປະກັນຄວາມໝັ້ນຄົງ ດ້ານສະບຽງອາຫານ, ຊຸກຍູ້ສົ່ງເສີມການລົງທຶນ ແລະ ການຄ້າຂອງສອງຝ່າຍ, ການຄຸ້ມຄອງ ແລະ ອະນຸລັກຊັບພະຍາກອນທຳມະຊາດ, ນ້ຳ ແລະ ສິ່ງແວດລ້ອມຕາມທິດ ສີຂຽວ ແລະ ຍືນຍົງຂອງສອງປະ ເທດ, ສອງຂະແໜງການ ແລະ ປະ ຊາຊົນສອງຊາດ ອີກດ້ວຍ.

ຂໍ້ມູນ-ພາບ: ຂ່າວສານກະສິກຳ

KPL

ຂ່າວອື່ນໆ

ads
ads

Top