ຂປລ
ທ່ານ ເຈມີສັນ ເກຣ (Jamieson Greer) ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ກໍໄດ້ເຕື້ອງເຖິງ ເລື່ອງ ສ.ອາເມລິກາ ມີກົດໝາຍຫ້າມ ດຳເນີນທຸລະກຳສິນຄ້າ ທີ່ໄດ້ຜະລິດດ້ວຍ ແຮງງານຜູ້ຖືກບັງຄັບ, “ໃນຂະນະທີ່ ສ່ວນໃຫຍ່ປະເທດອື່ນ ຍັງບໍ່ທັນປະກາດໃຊ້ກົດໝາຍທີ່ຄ້າຍຄືກັນ ຫລື ປະຕິບັດຂໍ້ກຳນົດ ໃນປັດຈຸບັນ ຍັງບໍ່ທັນມີປະສິດທິຜົນເທື່ອ”.

ຂປລ.ວິທະຍຸ ກະຈ່າຍສຽງ ຫວຽດນາມ, ເມື່ອຕອບສຳພາດ ຕໍ່ຊ່ອງໂທລະພາບ CNBC, ທ່ານ ເຈມີສັນ ເກຣ (Jamieson Greer) ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ກໍໄດ້ເຕື້ອງເຖິງ ເລື່ອງ ສ.ອາເມລິກາ ມີກົດໝາຍຫ້າມ ດຳເນີນທຸລະກຳສິນຄ້າ ທີ່ໄດ້ຜະລິດດ້ວຍ ແຮງງານຜູ້ຖືກບັງຄັບ, “ໃນຂະນະທີ່ ສ່ວນໃຫຍ່ປະເທດອື່ນ ຍັງບໍ່ທັນປະກາດໃຊ້ກົດໝາຍທີ່ຄ້າຍຄືກັນ ຫລື ປະຕິບັດຂໍ້ກຳນົດ ໃນປັດຈຸບັນ ຍັງບໍ່ທັນມີປະສິດທິຜົນເທື່ອ”. ທ່ານ Jamieson Greer ກໍໃຫ້ຮູ້ວ່າ: ຄາດວ່າ ວໍຊິງຕັນ ຈະຍົກອອກມາດຕະການໃໝ່ ທີ່ມີຄວາມປົກຄຸມສ່ວນຫລາຍ ການເຄື່ອນໄຫວ ດ້ານການຄ້າຂອງ ສ.ອາເມລິກາ ໃນໄວໆນີ້, ແຕ່ບໍ່ຍົກໃຫ້ຮູ້ຈຸດເວລາລະອຽດ. ໜັງສືພິມ Financial Times ໄດ້ຄັດສະເໜີບັນດາແຫຼ່ງຂໍ້ມູນ ໂດຍໃຫ້ຮູ້ວ່າ: ທ່ານ ໂດນັນ ທຣຳ(Donald Trump)ປະທານາທິບໍດີ ສ.ອາເມລິກາ ອາດຈະຈັດວາງ ອັດຕາພາສີ ແຕ່ 10–12,5% ສຳລັບ ສິນຄ້າ ທີ່ນຳເຂົ້າຈາກ 60 ປະເທດ ໃນອາທິດນີ້ ແລະ ຖືວ່າ ບັນດາພື້ນຖານເສດຖະກິດນີ້ ບໍ່ມີມາດຕະການທີ່ສົມເຫດສົມຜົນ ເພື່ອສະກັດກັ້ນແຮງງານ ຜູ້ຖືກບັງຄັບ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL