ແບບຈຳລອງຂອງປັນຍາປະດິດ ແບບເປີດກວ້າງຂະໜາດໃຫຍ່ ຂອງ ສປ ຈີນ ມີຍອດດາວໂຫລດທົ່ວໂລກຫລາຍກວ່າ 10 ຕື້ເທື່ອ

22/07/2026 16:13
Email Print 117
ຂປລ ສປ ຈີນ ​ໄດ້​ລົງ​ເລິກຂະ​ຫຍາຍ ​ການ​ພັດ​ທະ​ນາ “ປັນ​ຍາ​ປະ​ດິດ+”, ​ເຊິ່ງ​ເຮັດ​ໃຫ້ອັດ​ຕາ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ ປັນ​ຍາ​ປະ​ດິດ ​ຂອງວິ​ສາ​ຫະ​ກິດ​ ອຸດ​ສາ​ຫະ​ກຳ​ ການ​ຜະ​ລິດ​ຂະ​ໜາດ​ໃຫຍ່ ທີ່​ມີ​​ລາຍ​ຮັບຈາກ​ການ​ດຳ​ເນີນ​ທຸ​ລະ​ກິດ​ຕົ້ນ​ຕໍ ​ຫລາຍ ກວ່າ 20 ລ້ານຢວນ​ຕໍ່​ປີ ໄດ້​ບັນ​ລຸກວ່າ 30%, ​ແບບ​ຈຳ​ລອງປັນ​ຍາ​ປະ​ດິດ​​ ແບບ​ເປີດກວ້າງຂະ​ໜາດ​ໃຫຍ່​ຂອງ ສປ ​ຈີນ ​ບັນ​ລຸ​ຍອດດາວ​ໂຫລດ​ທົ່ວ​ໂລກ ​ຫລາຍກວ່າ 10 ຕື້​ເທື່ອ.

ຂປລ ວິທະຍຸ ໂທລະພາບ ສູນກາງຈີນ, ໃນ​ວັນ​ທີ 20 ​ກໍ​ລະ​ກົດນີ້, ຫ້ອງ​ການ​ຖະ​ແຫລງ​ຂ່າວ​ ລັດ​ຖະ​ບານ​ຈີນ​ ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ. ໂດຍ ທ່ານ ຫວາງ ​ເວີ້ຍ​ໝິງ ​ຫົວ​ໜ້າວິ​ສະ​ວະ​ກອນ​​ ກະ​ຊວງ​ ອຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ຈີນ ໃຫ້​ຮູ້​ວ່າ: ສປ ຈີນ ​ໄດ້​ລົງ​ເລິກຂະ​ຫຍາຍ ​ການ​ພັດ​ທະ​ນາ ປັນ​ຍາ​ປະ​ດິດ+”, ​ເຊິ່ງ​ເຮັດ​ໃຫ້ອັດ​ຕາ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ ປັນ​ຍາ​ປະ​ດິດ ​ຂອງວິ​ສາ​ຫະ​ກິດ​ ອຸດ​ສາ​ຫະ​ກຳ​ ການ​ຜະ​ລິດ​ຂະ​ໜາດ​ໃຫຍ່ ທີ່​ມີ​​ລາຍ​ຮັບຈາກ​ການ​ດຳ​ເນີນ​ທຸ​ລະ​ກິດ​ຕົ້ນ​ຕໍ ​ຫລາຍກວ່າ 20 ລ້ານຢວນ​ຕໍ່​ປີ ໄດ້​ບັນ​ລຸກວ່າ 30%, ​ແບບ​ຈຳ​ລອງປັນ​ຍາ​ປະ​ດິດ​​ ແບບ​ເປີດກວ້າງຂະ​ໜາດ​ໃຫຍ່​ຂອງ ສປ ​ຈີນ ​ບັນ​ລຸ​ຍອດດາວ​ໂຫລດ​ທົ່ວ​ໂລກ ​ຫລາຍກວ່າ 10 ຕື້​ເທື່ອ.ພ້ອມ​ກັນ​ນັ້ນ, ໂຄງ​ປະ​ກອບ​ອຸດ​ສາ​ຫະ​ກຳ​ ຍັງໄດ້​ຮັບ​ ການ​ປັບ​ປຸງ​​ດີ​ຂຶ້ນ ​ຢ່າງ​ຕໍ່​ເນື່ອງ. ສປ ຈີນ​ ໄດ້​ກຳ​ນົດ​ມາດ​ຕະ​ຖານ​ແຫ່ງ​ຊາດ​ແບບ​ບັງ​ຄັບ​ໃຊ້ໃໝ່​ ຈຳ​ນວນ 114 ຂໍ້ ແລະ ມາດ​ຕະ​ຖານ​ ຂະ​ແໜງອຸດ​ສາ​ຫະ​ກຳ​ໃໝ່​ ຈຳ​ນວນ 1.403 ຂໍ້​. ການ​ລົງ​ທຶນ​ໃນ​ຂົງ​ເຂດ​ ທີ່​ພັດ​ທະ​ນາ​ໃໝ່​ເຊັ່ນ: ການ​ຜະ​ລິດ​ ຄອມ​ພິວ​ເຕີ ອຸ​ປະ​ກອນ​ເຮັດ​ວຽກ ​ຢູ່​ຫ້ອງ​ການ, ກາ​ນ​ຜະ​ລິດ​ເຮືອ​ບິນ ຍານ​ອາ​ວະ​ກາດ ແລະ ອຸ​ປະ​ກອນ ​ທີ່​ກ່ຽວ​ຂ້ອງ​ອື່ນໆ ​ໄດ້​ເພີ່ມ​ຂຶ້ນ​ ຫລາຍກວ່າ 10%.ໃນ 5 ເດືອນ​ຕົ້ນ​ປີ​ນີ້, ​ຈັງ​ຫວະ​ການ​ເຕີບ​ໂຕ ​​ດ້ານກຳ​ໄລ​ ຂອງວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ​ທີ່​ມີ​ວິ​ຊາ​ການ​ສະ​ເພາະ, ມີ​ຄວາມ​ລະ​ອຽດ, ​ເປັນເອ​ກະ​ລັກ​ພິ​ເສດ ​ນະ​ວັດ​ຕະ​ກຳໃໝ່​ອ່ຽມ ແລະ​ ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຊີ ​ທັນ​ສະ​ໄໝ​ ໃນ​ຂະ​ແໜງ​​ ອຸດ​ສາ​ຫະ​ກຳ​ຂະ​ໜາດ​ໃຫຍ່ ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ ຂອງ​ປີ​ກາຍ ​ຫລາຍກວ່າ 20%./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ຄູ່ຮ່ວມມືສາກົນ ຕີລາຄາສູງແງ່ຫວັງການບິນ ຫວຽດນາມຂ່າວຕ່າງປະເທດ

      ຄູ່ຮ່ວມມືສາກົນ ຕີລາຄາສູງແງ່ຫວັງການບິນ ຫວຽດນາມ

      7/22/2026 4:40:17 PM

      ສສ ຫວຽດນາມ ພວມຢູ່ໃນທ່າກາຍເປັນໜຶ່ງ ໃນບັນດາຕະຫລາດການບິນເຕີບໂຕໄວທີ່ສຸດ ຢູ່ພາກພື້ນ ອາຊີ- ປາ ຊີຟິກ ໃນ 2 ທົດສະວັດ ຈະມາເຖິງ. ໃນ​ຂອບ​ເຂດ​ງານ​ວາງ​ສະ​ແດງ Farnborough International Airshow 2026 (20/7- 21/7) ຢູ່ ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ທີ່​ຫາ​ກໍສິ້ນ​ສຸດ​ລົງ ​ໃນ​ວັນ​ທີ 21 ກໍ​ລະ​ກົດ, ບໍ​ລິ​ສັດ​ການ​ບິນ​ແຫ່ງ​ຊາດ ຫວຽດ​ນາມ (Vietnam Airlines)ໄດ້​ລົງ​ນາ​ມ​ ໃນ​ບັນ​ດ​າ​ຂໍ້​ຕົກ​ລົງ​ເຊົ່າ ​ເຮືອ​ບິນ Boeing 737 MAX 8 ຕື່ມ​ອີກ 19 ລຳ​ກັບ 3 ບໍ​ລິ​ສັ​ດ​ໃຫ້​ເຊົ່າ​ເຮືອ​ບິນ ​ແຖວ​ໜ້າ​ໂລກ.

    • ສ.ອາເມລິກາ ກະກຽມຈັດວາງອັດຕາພາສີຮອບໃໝ່ ສຳລັບ 60 ຄູ່ຮ່ວມມືທາງການຄ້າຂ່າວຕ່າງປະເທດ

      ສ.ອາເມລິກາ ກະກຽມຈັດວາງອັດຕາພາສີຮອບໃໝ່ ສຳລັບ 60 ຄູ່ຮ່ວມມືທາງການຄ້າ

      7/22/2026 4:32:18 PM

      ທ່ານ ເຈມີສັນ ເກຣ (Jamieson Greer) ຜູ້​ຕາງ​ໜ້າ​ດ້ານ​ການ​ຄ້າ ອາ​ເມ​ລິ​ກາ ກໍ​ໄດ້​ເຕື້ອ​ງ​ເຖິ​ງ ​ເລື່ອງ ສ.ອາ​ເມ​ລິ​ກາ ມີ​ກົດ​ໝາຍ​ຫ້າມ ​ດຳ​ເນີນ​ທຸ​ລະ​ກຳ​ສິນ​ຄ້າ ​ທີ່​ໄດ້​ຜະ​ລິດ​ດ້ວຍ ​ແຮງ​ງານ​ຜູ້​ຖືກ​ບັງ​ຄັບ, “ໃນ​ຂະ​ນະ​ທີ່​ ສ່ວນ​ໃຫຍ່​ປະ​ເທດ​ອື່ນ ຍັງ​ບໍ່​ທັນ​ປະ​ກາດ​ໃຊ້​ກົດ​ໝາຍ​ທີ່​ຄ້າຍ​ຄື​ກັນ ຫລື ປະ​ຕິ​ບັດ​ຂໍ້​ກຳ​ນົດ​ ໃນ​ປັດ​ຈຸ​ບັນ​ ຍັງ​ບໍ່​ທັນ​ມີ​ປະ​ສິດ​ທິ​ຜົນ​ເທື່ອ”.

    • ທ່ານ ຫວາງຢີ້ ພົບປະກັບ ເລຂາທິການໃຫຍ່ອາຊຽນຂ່າວຕ່າງປະເທດ

      ທ່ານ ຫວາງຢີ້ ພົບປະກັບ ເລຂາທິການໃຫຍ່ອາຊຽນ

      7/22/2026 4:25:14 PM

      ທ່ານ​ ຫວາງ​ຢີ້ ກຳ​ມະ​ການ​ ກົມ​ການ​ເມືອງ ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ໄດ້​ພົບ​ປະກັບ ​ທ່ານ​ ກາວ​ກິມ​ຮຸນ ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ.

    • ຝຣັ່ງ  ຫ້າມເດັກນ້ອຍທີ່ມີອາຍຸຕ່ຳກວ່າ 15 ປີໃຊ້ສື່ສັງຄົມອອນລາຍຂ່າວຕ່າງປະເທດ

      ຝຣັ່ງ ຫ້າມເດັກນ້ອຍທີ່ມີອາຍຸຕ່ຳກວ່າ 15 ປີໃຊ້ສື່ສັງຄົມອອນລາຍ

      7/22/2026 4:19:01 PM

      ສະ​ພາ​ແຫ່ງ​ຊາດ ​ແລະ​ ສະ​ພາ​ສູງ​ຝ​ຣັ່ງ ​ໄດ້​ຜ່ານ​ຮັບ​ຮອງ​ຮ່າງ​ກົດ​ໝາຍ ກ່ຽວ​ກັບ​ ການ​ຫ້​າມ​ເດັກ​ນ້ອຍ ​ທີ່​ມີອາຍຸຕ່ຳກວ່າ 15 ປີໃຊ້ ສື່ສັງຄົມ ອອນລາຍ ​ຢ່າງ​ເປັນ​ທາງ​ການ. ຮ່າງ​ກົດ​ໝາຍ​ສະ​ບັບ​ນີ້ ​ຖື​ວ່າ​ ເປັນ​ໜຶ່ງ​ໃນມາດ​ຕະ​ການ​ ປະ​ຕິ​ຮູບ​ທີ່​ສຳ​ຄັນ​ ໃນ​ການ​ດຳ​ລົງ​ຕຳ​ແໜ່ງ​ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ ສະ​ໄໝ​ປັດ​ຈຸ​ບັນ ​ຂອງ​ທ່ານ ແອມ​ມາ​ນູ​ເອວ ມາ​ຄ​ຣົງ.

    • ໂຮນລັງ ປະກາດມາດຕະການລົງໂທດ ທາງການຄ້າຕໍ່ຈຸດຕັ້ງຖິ່ນຖານ ແບບຜິດກົດໝາຍຂ່າວຕ່າງປະເທດ

      ໂຮນລັງ ປະກາດມາດຕະການລົງໂທດ ທາງການຄ້າຕໍ່ຈຸດຕັ້ງຖິ່ນຖານ ແບບຜິດກົດໝາຍ

      7/22/2026 4:13:15 PM

      ລັດ​ຖະ​ບານ​ໂຮນ​ລັງ​ ໄດ້​ປະ​ກາດ​ ມາດ​ຕະ​ການ​ລົງ​ໂທດ​ ທາງ​ການ​ຄ້າ​ ຕໍ່​ຈຸດ​ຕັ້ງ​ຖິ່ນ​ຖານ ແບບ​ຜິດ​ກົດ​ໝາຍ​ ຂອງ​ອິດ​ສະ​ຣາ​ແອນ ​​ເປັນ​ເວ​ລາ 3 ປີ ​ເລີ່ມແຕ່​ວັນ​ທີ 22 ກັນ​ຍາ​ປີ​ນີ້ ​ເປັນ​ຕົ້ນ​ໄປ.

ads
ads

Top