ສາຍຮູບເງົາ "ຝົນສີແດງ" ສະຫລອງ 49 ປີ ສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ

17/07/2026 12:52
Email Print 1629
ຂປລ ສະຖານທູດ ສສ ຫວຽດ ນາມ ປະຈຳລາວ ຮ່ວມກັບສູນວັດ ທະນະທຳຫວຽດນາມ ປະຈໍາລາວ ແລະ ບໍລິສັດ ສະຕຣາໂທລະຄົມ (ຢູນີເທວ) ຈັດພິທີສາຍຮູບເງົາ “ຝົນສີແດງ” ໃນວັນທີ 16 ກໍລະກົດ 2026 ຢູ່ນະຄອນຫລວງວຽງຈັນ ເນື ່ອງໃນໂອກາດສະເຫລີມສະຫລອງ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 49 ປີ (18 ກໍລະກົດ 1977-18 ກໍລະກົດ 2026)

 ໂດຍການ ເຂົ້າຮ່ວມຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງ ພັກ, ຮອງປະທານສະພາແຫ່ງຊາດ, ມີອະດີດການນໍາພັກ-ລັດ, ຜູ ້ຕາງ ໜ້າບັນດາກະຊວງ, ຂະແໜງການ ຂອງລາວ, ພ້ອມທັງອົງການສື່ ມວນຊົນຂອງລາວ ແລະ ຫວຽດ ນາມ ເຂົ້າຮ່ວມ. ທ່ານ ຫງວຽນ ມິງ ເຕິມ ເອກ ອັກຄະລັດຖະທູດວິສາມັນຜູ້ມີອໍາ ນາດເຕັມ ແຫ່ງ ສສ ຫວຽດນາມ ປະ ຈໍາ ສປປ ລາວ ໄດ້ກ່າວວ່າ: ສົນທິ ສັນຍາມິດຕະພາບ ແລະ ການຮ່ວມ ມື ລາວ-ຫວຽດນາມ ສະບັບນີ້, ແມ່ນເອກະສານທີ່ມີເນື້ອໃນຮອບ ດ້ານ, ມີຄຸນຄ່າຍຸດທະສາດຍາວ ນານ ແລະ ເປັນພື້ນຖານ ທາງການ ເມືອງ ແລະ ນິຕິກຳໜັກໝັ້ນທີ່ສຸດ ເພື່ອປັບປຸງ ແລະ ເພີ່ມທະວີຄວາມ ສາມັກຄີ, ສາຍພົວພັນພິເສດ ລາວ ຫວຽດນາມ ໃນຍຸກສະໄໝໃໝ່. ສົນ ທິສັນຍາປີ 1977 ບໍ່ພຽງແຕ່ເປັນ ຫລັກການປະຫວັດສາດ ທີ່ສະທ້ອນ ໃຫ້ເຫັນການປ່ຽນການພົວພັນລະ ຫວ່າງສອງພັກ ໄປສູ່ການຮ່ວມມື ຢ່າງຮອບດ້ານລະຫວ່າງສອງລັດ ອະທິປະໄຕ, ມີເອກະລາດ ແຕ່ຍັງ ເປັນກົດເກນແຫ່ງການດຳລົງຢູ່ ແລະ ເປັນແຫລ່ງພະລັງອັນສຳຄັນ ທ ີ່ຮັບປະກັນໄຊຊະນະໃຫ້ແກ່ພາລະ ກິດການກໍ່ສ້າງ ແລະ ປົກປັກຮັກສາ ປະເທດຊາດຂອງ ແຕ່ລະປະເທດ. ບົນພື້ນຖານຂອງຈິດໃຈສາກົນນິ ຍົມກຳມາຊີບ ແລະ ຫລັກການສະ ເໝີພາບ, ເຄົາລົບເອກະລາດ ແລະ ອະທິປະໄຕຂອງກັນ ແລະ ກັນ, ສົນ ທິສັນຍາປີ 1977 ໄດ້ສ້າງພື້ນຖານ ທາງນິຕິກຳເພື່ອໃຫ້ສອງປະເທດ ສາມາດບັນລຸພາລະກິດປະຫວັດ ສາດອັນຍິ່ງໃຫຍ່ ຄື ການວາງກຳນົດ ເຂດຊາຍແດນແຫ່ງຊາດ ແລະ ມາ ເຖິງການຕໍ່ສູ້ປົກປ້ອງ ນະຄອນ ການຮ່ວມມືຮອບດ້ານໃນຂົງເຂດ ການເມືອງ-ປກຊ-ປກສ, ການຕ່າງ ປະເທດ, ເສດຖະກິດ, ວັດທະນະທຳ, ການສຶກສາ, ເຕັກນິກ. ໃນສະພາບ ການຫັນເປັນໂລກກາພິວັດ ແລະ ປ່ຽນແປງໃໝ່ໃນປັດຈຸບັນ, ສົນທິ ສັນຍາສະບັບນີ້ ຍັງຄົງຮັກສາຄຸນຄ່າ ອັນສົມບູນ ເປັນເຂັມທິດນຳທາງ ໃຫ້ສອງປະເທດສາມາດເຊື່ອມ ໂຍງເຂົ້າກັບສາກົນຢ່າງຕັ້ງໜ້າ, ພ້ອມກັນຮັກສາເອກະລັກຂອງຕົນ, ພ້ອມທັງກຳນົດຂໍ້ຮຽກຮ້ອງໃໝ່ໃນ ການປັບປຸງຮູບແບບການຮ່ວມມື ຢ່າງບໍ່ຢຸດຢັ້ງ ເພື່ອຄວາມຍືນຍົງ ຂອງທັງສອງປະຊາຊາດ. ສັນຍາສະບັບນີ້, ແມ່ນຊັບສິນ ອັນລໍ້າຄ່າ ທີ່ຮຸ່ນຫລັງມີໜ້າທີ່ຮ່ວມ ກັນຮັກສາ ແລະ ເສີມຂະຫຍາຍ, ຫວນຄືນເສັ້ນທາງເກືອບເຄິ່ງສັດ ຕະວັດ ນັບແຕ່ສົນທິສັນຍາປະຫວັດ ສາດໄດ້ລົງນາມ, ພວກເຮົາພາກພູມ ໃຈເຫັນວ່າສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນ ສ່ວນຍຸດທະສາດ ລາວ-ຫວຽດນາມ ນັບມື້ນັບປັບປຸງ ແລະ ພັດທະນາ ເຂົ້າສູ່ລວງເລິກ, ແທດຈິງ ແລະ ມີ ປະສິດທິຜົນໃນທຸກໆຂົງເຂດ. ຮູບເງົາ “ຝົນແດງ” (Mưa Đỏ) ນຳສະເໜີເຫດການໃນໄລຍະສົງ ຄາມຫວຽດນາມ ປີ 1972 ໂດຍສະ ທ້ອນໃຫ້ເຫັນຕົວຈິງຢ່າງກົງໄປກົງ ບູຮານ ກວາງຈິ (Thành cổ Quảng Trị) ເປັນເວລາ 81 ວັນ ແລະ ຄືນ. ພາຍໃນເວລາບໍ່ຮອດ 3 ເດືອນ, ເຂດຕົວເມືອງ ແລະ ນະຄອນ ບູຮານໄດ້ຮັບລະເບີດ ແລະ ລູກປືນ ເຖິງ 328.000 ໂຕນ (ທຽບເທົ່າກັບ ອໍານາດການທໍາລາຍຂອງລະເບີດ ນິວເຄຣຍ 7 ລູກ), ຈົນກາຍເປັນ “ສະ ໜາມໄຟ” ທີ່ໂຫດຮ້າຍທີ່ສຸດແຫ່ງ ໜຶ່ງ ອັນເປັນຫລັກຖານຂອງການ ທຳລາຍອັນຮຸນແຮງຂອງສົງຄາມ. ເນື ້ອເລື ່ອງຂອງຮູບເງົາເນັ ້ນເຖິງ ຊະຕາກຳ, ຄວາມສາມັກຄີຂອງສະ ຫາຍຮົບ ແລະ ອຸດົມການຂອງໜ່ວຍ ທະຫານ “ກອງທັບລຸງໂຮ່”. ສ່ວນ ຫລາຍແມ່ນນັກສຶກສາດີເດັ່ນທີ່ວາງ ປາກກາ, ວາງການຮຽນເພື່ອສະ ໝັກເຂົ້າເປັນທະຫານເພື່ອຮັບໃຊ້ ຊາດ. ວັນນະກຳ ບໍ່ພຽງແຕ່ສະແດງ ເຖິງສົງຄາມປະຈັນບານທີ່ນອງ ເລືອດອັນດຸເດືອດ ຊຶ່ງມີນັກຮົບປະ ມານ 4.000 ຄົນ ໄດ້ເສຍສະລະ ຊີວິດ ແຕ່ຍັງສະແດງເຖິງຄວາມປາ ຖະໜາໃນການດຳລົງຊີວິດ, ຄວາມ ຮູ້ສຶກອ່ອນໄຫວຂອງໄວໜຸ່ມ ແລະ ອຸດົມການອັນສູງສົ່ງ ທ່າມກາງ ເສັ້ນແບ່ງລະຫວ່າງຄວາມເປັນກັບ ຄວາມຕາຍທີ່ບາງເບົາ. ຮູບເງົາ “ຝົນແດງ” ໄດ້ຮັບການຂະໜານ ນາມວ່າເປັນ “ບົດກອນຍາວດ້ວຍ ຮູບພາບ” ເພື່ອສະແດງຄວາມກະ ຕັນຍູ ແລະ ອຸທິດແດ່ບັນດາໄວໜຸ່ມ ສາວໃນໄວ 20 ປີທີ່ໄດ້ກ້າຫານສະ ລະຊີວິດເພື່ອເອກະລາດຂອງຊາດ; ຮູບເງົາໄດ້ກ້າວຂ້າມຂອບເຂດຂອງ ຜົນງານບັນເທີງ ກາຍເປັນຂົວ ເຊື່ອມລະຫວ່າງອະດີດກັບປັດຈຸບັນ ສ້າງແຮງບັນດານໃຈ ແລະ ມີຄຸນຄ່າ ທາງການສຶກສາຢ່າງເລິກເຊິ່ງ ໃຫ້ ແກ່ຄົນຮຸ່ນໃໝ່ ກ່ຽວກັບຄວາມຮັກ ຊາດ, ການເສຍສະລະ ແລະ ຄຸນຄ່າ ອັນປະເສີດຂອງສັນຕິພາບ. ການທີ່ສະຖານເອກອັກຄະລັດ ຖະທູດຫວຽດນາມ ຈັດການສາຍ ຮູບເງົາເລື່ອງນີ້ໃຫ້ແກ່ບັນດາກະ ຊວງ, ອົງການ ແລະ ພາກສ່ວນ ຕ່າງໆຂອງ ສປປ ລາວ ເນື່ອງໃນ ໂອກາດຄົບຮອບ 49 ປີ ວັນລົງນາມ ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື, ຈຸດປະສົງເພື່ອຜັນຂະ ຫຍາຍແນວທາງການເພີ່ມທະວີ ການເຊື່ອມໂຍງຍຸດທະສາດດ້ານ ວັດທະນະທຳ ແລະ ຂໍ້ມູນຂ່າວສານ ເຜີຍແຜ່ການຕ່າງປະເທດ; ຕອບສະ ໜອງຕາມຄວາມຕ້ອງການຮັບຊົມ ຜົນງານສິນລະປະ ຂອງພະນັກງານ, ປະຊາຊົນລາວ ແລະ ຊຸມຊົນຄົນ ຫວຽດນາມຢູ່ລາວ, ພ້ອມທັງສ້າງ ພື້ນທີ່ກິດຈະກໍາທາງວັດທະນະ ທໍາ ເພື່ອຮ່ວມກັນຫວນລະນຶກເຖິງ ປະຫວັດສາດອັນໂດດເດັ່ນສະຫງ່າ ອົງອາດ ຂອງປະຊາຊາດຫວຽດ ນາມ. ຂ່າວ: ສົມຫວັງ; ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ສື່ມວນຊົນລາວກ້າວສູ່ຍຸກດີຈີຕອນພັດທະນາຄຸນນະພາບຄວບຄູ່ຄວາມເຊື່ອຖືວັດທະນະທຳ-ສັງຄົມ

      ສື່ມວນຊົນລາວກ້າວສູ່ຍຸກດີຈີຕອນພັດທະນາຄຸນນະພາບຄວບຄູ່ຄວາມເຊື່ອຖື

      8/14/2026 8:11:40 AM

      ເນື່ອງໃນໂອກາດ ວັນສື່ ມວນຊົນ ແລະ ການພິມຈຳໜ່າຍ ລາວ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026) ໄດ້ ໝູນວຽນມາຮອດອີກວາລະໜຶ່ງຊຶ່ງວຽກງານສື່ມວນຊົນລາວໄດ້ມີການເຕີບໃຫຍ່ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງຈາກສື່ແບບດັ້ງເດີມຄື: ໜັງສືພິມ, ວິທະຍຸ ແລະ ໂທລະພາບກ້າວເຂົ້າສູ່ສື່ດີຈິຕອນ, ເວັບໄຊ ແລະ ແພລດຟອມອອນລາຍຫລາກຫລາຍ ຮູບແບບ.

    • ໄພນ້ຳຖ້ວມ ຢູ່ເມືອງຈຳພອນ ເສຍຫາຍຫລາຍກວ່າ 2,16 ຕື້ກີບວັດທະນະທຳ-ສັງຄົມ

      ໄພນ້ຳຖ້ວມ ຢູ່ເມືອງຈຳພອນ ເສຍຫາຍຫລາຍກວ່າ 2,16 ຕື້ກີບ

      8/14/2026 12:35:19 AM

      ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ເນ່ືອງ ຈາກໄດ້ຮັບອິດທິພົນຈາກພະຍຸ ຈັນ ຫອມ ເຮັດໃຫ້ມີຝົນຕົກໜັກຕິດຕໍ່ກັນ ເປັນເວລາຫລາຍມື້ ຈົນມາຮອດ ວັນທີ 11 ສິງຫາ 2026 ລະດັບນ້ຳ ເຊຈຳພອນ ເມືອງຈຳພອນ ແຂວງ ສະຫວັນນະເຂດ ໄດ້ມີປະລິມານ ເພີ່ມຂຶ້ນສູງເຖິງ 8,32 ແມັດ ແລະ ໄດ້ ສົ່ງຜົນກະທົບເປັນບໍລິເວນກວ້າງ.

    • ອຸດົມໄຊ ແຈ້ງເຕືອນໄພນ້ຳຖ້ວມວັດທະນະທຳ-ສັງຄົມ

      ອຸດົມໄຊ ແຈ້ງເຕືອນໄພນ້ຳຖ້ວມ

      8/14/2026 12:28:57 AM

      ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ເນື່ອງຈາກສະ ພາບຝົນຕົກໜັກ ແລະ ຕົກຕິດຕໍ່ກັນ ເປັນເວລາຫລາຍວັນ ໃນໄລຍະຜ່ານ ມາ ຊຶ່ງໄດ້ເຮັດໃຫ້ລະດັບນໍ້າ ແຕ່ລະ ສາຍນ້ໍາສູງຂ້ຶນຢ່າງຕ່ໍເນ່ືອງ ແລະ ໃນປັດຈຸບັນ ເວລາ 8:00 ໂມງ ຂອງ ວັນທີ 11 ສິງຫາ 2026 ມີລະດັບ ນໍ້າຫລາຍຈຸດ ໄດ້ສູງຂຶ້ນກາຍເຂດ ເຕືອນໄພແລ້ວ.

    • ນ້ຳຖ້ວມກະທັນຫັນເຮັດໃຫ້ເຮືອນຂອງປະຊາຊົນຢູ່ບ້ານນ້ຳດີ ຖືກນ້ຳພັດໄຫລ 5 ຫລັງວັດທະນະທຳ-ສັງຄົມ

      ນ້ຳຖ້ວມກະທັນຫັນເຮັດໃຫ້ເຮືອນຂອງປະຊາຊົນຢູ່ບ້ານນ້ຳດີ ຖືກນ້ຳພັດໄຫລ 5 ຫລັງ

      8/14/2026 12:24:40 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ເນື່ອງຈາກ ເກີດນ້ຳຖ້ວມກະທັນຫັນ ຢູ່ບ້ານນ້ຳດີ ແລະ ບ້ານປ່າປົວະ ເມືອງຫລວງນ້ຳ ທາ ຊຶ່ງເຫດການນ້ຳຖ້ວມດັ່ງກ່າວ ແມ່ນເກີດຂຶ້ນພາຍຫລັງທີ່ມີຝົນຕົກ ໜັກຕິດຕໍ່ກັນ ແຕ່ຄ່ຳຄືນຂອງວັນທີ 10 ສິງຫາ 2026 ຈົນຮອດເວລາ 5:00 ໂມງເຊ້ົາ ຂອງວັນທີ 11 ສິງຫາ ເຮັດໃຫ້ມວນນ້ຳປ່າໄຫລຊຸ ເຂົ້າຖ້ວມບ້ານນ້ຳດີຢ່າງກະທັນຫັນ.

    • ຄະນະສະເພາະກິດກະຊວງປ້ອງກັນຄວາມສະຫງົບ ມອບຜູ້ຖືກຫາເປີດເວັບພະນັນອອນລາຍ ໃຫ້ທາງການໄທວັດທະນະທຳ-ສັງຄົມ

      ຄະນະສະເພາະກິດກະຊວງປ້ອງກັນຄວາມສະຫງົບ ມອບຜູ້ຖືກຫາເປີດເວັບພະນັນອອນລາຍ ໃຫ້ທາງການໄທ

      8/12/2026 10:54:54 AM

      ຄະນະສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ໄດ້ ມອບຜູ້ຖືກຫາສັນຊາດໄທ ທີ່ລັກ ລອບເປີດເວັບຫລິ້ນການພະນັນ ອອນລາຍຕ້ອງຫ້າມ, ດໍາເນີນກິດ ຈະການກ່ຽວກັບອາຊະຍາກໍາທາງ ລະບົບຄອມພິວເຕີ ແລະ ການສໍ້ໂກງຊັບຜ່ານລະບົບທາງໂທລະຄົມ ແລະ ການສື່ສານ ຫລື ສະແກມເມີ ຕາມຄວາມຜິດໃນມາດຕາ 141, 173 ແລະ 233 ຂອງປະມວນກົດ ໝາຍອາຍາ ແຫ່ງ ສປປ ລາວ ໃຫ້ ເຈົ້າໜ້າທີ່ທາງການໄທ ນຳໄປດໍາ ເນີນຄະດີ ຈໍານວນ 41 ຄົນ, ຍິງ 30 ຄົນ. ພິທີດັ່ງກ່າວ, ໄດ້ຈັດຂຶ້ນ ໃນວັນທີ 10 ສິງຫາ 2026 ທີ່ຂົວ ມິດຕະພາບ ລາວ-ໄທ ແຫ່ງທີ 1 ນະຄອນຫລວງວຽງຈັນ-ໜອງຄາຍ.

ads
ads

Top