ຂປລ
ແຫລ່ງຂ່າວຈາກ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ພິທີປະກາດເມືອງຫລວງນໍ້າທາ ເປັນເມືອງພົ້ນທຸກ ຢ່າງເປັນທາງການຈັດຂຶ້ນໃນທ້າຍອາທິດຜ່ານມາ ທ່ີແຂວງຫລວງນໍ້າທາ.
ຂປລ. ໂດຍມີທ່ານ ອ່ອນຈັນ ຄໍາພາວົງ ຮອງເລຂາພັກແຂວງຫລວງນ້ຳທາ, ທ່ານ ບຸນຄົງ ພິມມະສອນ ເລຂາຄະນະບໍລິຫານງານພັກເມືອງຫລວງນໍ້າທາ, ທ່ານ ພິມແກ້ວ ທຳລະສິນ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ພ້ອມດ້ວຍພະແນກການອ້ອມຂ້າງແຂວງ, ອົງການປົກຄອງບ້ານ ແລະ ຄະນະກຳມະການປົກຄອງຕາແສງ ເຂົ້າຮ່ວມ. ທ່ານ ຄໍາຫລ້າ ແຫລ່ງໄຊຍະທໍາ ປະທານຄະນະກຳມະການປົກຄອງເມືອງຫລວງນ້ຳທາ ໄດ້ລາຍງານຜົນສຳເລັດໃນການຈັດຕັ້ງປະຕິບັດແຜນການສ້າງເມືອງພົ້ນທຸກ ຢູ່ ເມືອງຫລວງນໍ້າທາ ໃນໄລຍະປີ 2019-2024. ເມືອງຫລວງນໍ້າທາ ຊຶ່ງເປັນເມືອງຈຸດໃຈກາງເທສະບານແຂວງ ທີ່ມີເນື້ອທີ່ທັງໝົດ 2.304 ກິໂລຕາແມັດ ແລະ ມີພົນລະເມືອງ 68.619 ຄົນ ປະກອບດ້ວຍ 16 ຊົນເຜົ່າ, ແມ່ນໄດ້ສຸມໃສ່ການພັດທະນາທຸກດ້ານຢ່າງແຂງແຮງ. ໃນໄລຍະ 5 ປີຜ່ານມາ, ເສດຖະກິດຂອງເມືອງມີການຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບ 6,02% ຕໍ່ປີ. ສະເລ່ຍລາຍຮັບຕໍ່ຫົວຄົນ ບັນລຸໄດ້ເຖິງ 1.033 ໂດລາຕໍ່ຄົນຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 1.231 ຕື້ ກີບ. ໂຄງສ້າງເສດຖະກິດໄດ້ມີການຂະຫຍາຍຕົວໃນແຕ່ລະຂະແໜງການ ໂດຍຂະແໜງການບໍລິການ ໄດ້ມີການຂະຫຍາຍຕົວໂດດເດັ່ນ ແລະ ກວມເອົາ 51,54% ດ້ວຍມູນ ຄ່າ 634,25 ຕື້ກີບ, ຂະແໜງກະສິກໍາປະຕິບັດໄດ້ 431,72 ຕື້ກີບ ກວມເອົາ 35,08% ແລະ ຂະແໜງອຸດສາຫະກໍາ ປະຕິບັດໄດ້ 164,74 ຕື້ ກີບ ກວມເອົາ 13,39% ຂອງລວມຍອດຜະລິດຕະພັນ. ດ້ານພື້ນຖານໂຄງລ່າງ ແລະ ຊີວິດການເປັນຢູ່ກໍໄດ້ຮັບການຍົກລະດັບຂຶ້ນຢ່າງຈະແຈ້ງ ໂດຍທ່ົວເມືອງມີບ້ານທ່ີໄດ້ຊົມໃຊ້ໄຟຟ້າຖາວອນ ຈໍານວນ 72 ບ້ານ ກວມເອົາ 92,30%. ສຳລັບການປະເມີນຕາມມາດຕະຖານພົ້ນທຸກ, ປັດຈຸບັນທົ່ວເມືອງຫລວງນໍ້າທາ ມີບ້ານທີ່ພົ້ນທຸກ 72 ບ້ານ ກວມເອົາ 92,30% ຂອງຈໍານວນບ້ານທັງໝົດ. ຄອບຄົວທີ່ສາມາດຫລຸດພົ້ນອອກຈາກຄວາມທຸກຍາກ 10.579 ຄອບຄົວ, ກວມເອົາ 96,52%.
ນອກຈາກນັ້ນ, ຍັງໄດ້ປະກາດເປັນເມືອງຢຸດຕິການຖ່າຍຊະຊາຍ ໄດ້ສຳເລັດ 100% ພ້ອມທັງປະກາດບ້ານສາທາລະນະສຸກແບບ ຢ່າງໄດ້ຄົບທັງໝົດ 78 ບ້ານ. ສຳລັບຄາດໝາຍສູ້ຊົນໃນຊຸມປີຕໍ່ໜ້າ, ເມືອງຫລວງນໍ້າທາ ຈະສືບຕໍ່ສ້າງຄວາມເຂັ້ມແຂງຮອບດ້ານ ໂດຍຕັ້ງເປົ້າໝາຍສູ້ຊົນເຮັດໃຫ້ລວມຍອດມູນຄ່າຜະລິດຕະພັນ ພາຍໃນບັນລຸໃຫ້ໄດ້ 3.382 ຕື້ກີບ. ພ້ອມກັນນັ້ນ, ຈະຮັກສາອັດຕາການຂະຫຍາຍຕົວຂອງເສດຖະກິດໃຫ້ ຢູ່ໃນລະດັບ 4,05% ແລະ ສູ້ຊົນຍົກລະດັບລາຍຮັບສະເລ່ຍຕໍ່ຫົວຄົນໃຫ້ໄດ້ 21,55 ລ້ານກີບຕໍ່ຄົນຕໍ່ປີ.
KPL