ຂປລ
ທ່ານ ຫວາງຢີ້ ກຳມະການ ກົມການເມືອງ ສູນກາງພັກກອມມູນິດຈີນ ລັດຖະມົນຕີ ກະຊວງການຕ່າງປະເທດຈີນ ໄດ້ພົບປະກັບ ທ່ານ ກາວກິມຮຸນ ເລຂາທິການໃຫຍ່ ອາຊຽນ.

ຂປລ ວິທະຍຸ ໂທລະພາບ ສູນກາງຈີນ,ວັນທີ 21 ກໍລະກົດນີ້ ຢູ່ນະຄອນຫລວງ ມະນີລາ ປະເທດ ຟິລິບປິນ, ທ່ານ ຫວາງຢີ້ ກຳມະການ ກົມການເມືອງ ສູນກາງພັກກອມມູນິດຈີນ ລັດຖະມົນຕີ ກະຊວງການຕ່າງປະເທດຈີນ ໄດ້ພົບປະກັບ ທ່ານ ກາວກິມຮຸນ ເລຂາທິການໃຫຍ່ ອາຊຽນ.ໃນໂອກາດນີ້ ທ່ານ ຫວາງຢີ້ ກ່າວວ່າ: ປີນີ້ແມ່ນ ຄົບຮອບ 50 ປີຂອງການລົງນາມ “ສົນທິສັນຍາມິດຕະພາບ ແລະ ການຮ່ວມມື ອາຊີ ຕາເວັນອອກ ສຽງໃຕ້” ແລະ ຄົບຮອບ 5 ປີຂອງການສ້າງຕັ້ງສາຍພົວພັນ ຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ສປ ຈີນ ກັບ ອາຊຽນ. ສປ ຈີນ ຈະສືບຕໍ່ ສະໜັບສະໜູນການສ້າງ ປະຊາຄົມອາຊຽນ, ສະໜັບສະໜູນ ປະເທດສະມາຊິກອາຊຽນ ຮ່ວມກັນເສີມສ້າງ ຄວາມເຂັ້ມແຂງ ດ້ວຍຕົນເອງ. ທ່ານ ຫວາງຢີ້ຊີ້ ໃຫ້ເຫັນວ່າ, ທະເລຈີນໃຕ້ ແມ່ນບ້ານເມືອງຮ່ວມກັນ ຂອງປະເທດໃນພາກພື້ນນີ້, ບໍ່ຄວນກາຍເປັນອຸປະສັກໃນການພົວພັນ ລະຫວ່າງ ສປ ຈີນ ກັບອາຊຽນ. ສປ ຈີນ ຍິນດີຮ່ວມກັບ ອາຊຽນ ເລັ່ງລັດຊຸກຍູ້ການປຶກສາຫາລື ກ່ຽວກັບ “ກົດແຫ່ງການປະພຶດ ຢູ່ທະເລຈີນໃຕ້”, ຈັບເອົາສິດທ່າບຸກກ່ຽວກັບ ບັນຫາທະເລຈີນໃຕ້ ໄວ້ໃນກຳມືຂອງຕົນ.ທ່ານ ກາວກິມຮຸນ ກ່າວວ່າ, ອາຊຽນ ແລະ ສປ ຈີນ ແມ່ນບ້ານໃກ້ເຮືອນຄຽງ ທີ່ບໍ່ສາມາດແຍກ ຈາກກັນໄດ້, ສປ ຈີນແມ່ນຄູ່ຮ່ວມຍຸດທະສາດຮອບດ້ານ ທີ່ສຳຄັນທີ່ສຸດ ຂອງອາຊຽນ. ອາຊຽນ ສະໜັບສະໜູນ ການເລັ່ງລັດ ການປຶກສາຫາລືກ່ຽວກັບ “ກົດແຫ່ງການປະພຶດ ຢູ່ທະເລຈີນໃຕ້”, ຊຸກຍູ້ໃຫ້ທະເລຈີນໃຕ້ ກາຍເປັນທະເລ ແຫ່ງສັນຕິພາບ ແລະ ທະເລ ແຫ່ງການຮ່ວມມື./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL