ຝຣັ່ງ ຫ້າມເດັກນ້ອຍທີ່ມີອາຍຸຕ່ຳກວ່າ 15 ປີໃຊ້ສື່ສັງຄົມອອນລາຍ

22/07/2026 16:19
Email Print 103
ຂປລ ສະ​ພາ​ແຫ່ງ​ຊາດ ​ແລະ​ ສະ​ພາ​ສູງ​ຝ​ຣັ່ງ ​ໄດ້​ຜ່ານ​ຮັບ​ຮອງ​ຮ່າງ​ກົດ​ໝາຍ ກ່ຽວ​ກັບ​ ການ​ຫ້​າມ​ເດັກ​ນ້ອຍ ​ທີ່​ມີອາຍຸຕ່ຳກວ່າ 15 ປີໃຊ້ ສື່ສັງຄົມ ອອນລາຍ ​ຢ່າງ​ເປັນ​ທາງ​ການ. ຮ່າງ​ກົດ​ໝາຍ​ສະ​ບັບ​ນີ້ ​ຖື​ວ່າ​ ເປັນ​ໜຶ່ງ​ໃນມາດ​ຕະ​ການ​ ປະ​ຕິ​ຮູບ​ທີ່​ສຳ​ຄັນ​ ໃນ​ການ​ດຳ​ລົງ​ຕຳ​ແໜ່ງ​ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ ສະ​ໄໝ​ປັດ​ຈຸ​ບັນ ​ຂອງ​ທ່ານ ແອມ​ມາ​ນູ​ເອວ ມາ​ຄ​ຣົງ.

ຂປລ ວິທະຍຸ ໂທລະພາບ ສູນກາງຈີນ,ວັນ​ທີ 21 ກໍ​ລະ​ກົດ​ນີ້, ສະ​ພາ​ແຫ່ງ​ຊາດ ​ແລະ​ ສະ​ພາ​ສູງ​ຝ​ຣັ່ງ ​ໄດ້​ຜ່ານ​ຮັບ​ຮອງ​ຮ່າງ​ກົດ​ໝາຍ ກ່ຽວ​ກັບ​ ການ​ຫ້​າມ​ເດັກ​ນ້ອຍ ​ທີ່​ມີອາຍຸຕ່ຳກວ່າ 15 ປີໃຊ້ ສື່ສັງຄົມ ອອນລາຍ ​ຢ່າງ​ເປັນ​ທາງ​ການ. ຮ່າງ​ກົດ​ໝາຍ​ສະ​ບັບ​ນີ້ ​ຖື​ວ່າ​ ເປັນ​ໜຶ່ງ​ໃນມາດ​ຕະ​ການ​ ປະ​ຕິ​ຮູບ​ທີ່​ສຳ​ຄັນ​ ໃນ​ການ​ດຳ​ລົງ​ຕຳ​ແໜ່ງ​ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ ສະ​ໄໝ​ປັດ​ຈຸ​ບັນ ​ຂອງ​ທ່ານ ແອມ​ມາ​ນູ​ເອວ ມາ​ຄ​ຣົງ. ອີງ​ຕາມ​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ, ມາດ​ຕະ​ການ​ ຫ້າມໃຊ້​ສື່​ສັງ​ຄົມ​ອ​ອນ​ລາຍ​ຈະ​ໄດ້​ຮັບ​ການ​ປະ​ຕິ​ບັດ​ ໂດຍ​ແບ່ງ​ອອກ​ເປັນ ​ສອງ​ໄລ​ຍະ​ຄື: ນັບ​ແຕ່​ວັນ​ທີ 1 ກັນ​ຍາ 2026 ເປັນ​ຕົ້ນ​ໄປ, ​ເດັກ​ນ້ອຍ​ທີ່​ມີ​ອາ​ຍຸ​ຕ່ຳ​ກວ່າ 15 ປີ ຈະຖືກ​ຫ້າມ​ບໍ່​ໃຫ້​ລົງ​ທະ​ບຽນ​ບັນ​ຊີ ​ສື່​ສັງ​ຄົມ​ອອນ​ລາຍໃໝ່; ເລີ່ມ​ແຕ່​ ເດືອນ​ມັງ​ກອນ​ປີ2027 ເປັນ​ຕົ້ນ​ໄປ, ບັນ​ຊີ​ສື່​ສັງ​ຄົມ​ອອນ​ລາຍ ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນຂອງ​ເດັກ​ນ້ອຍ ​ທີ່​ມີ​ອາ​ຍຸ​ຕ່ຳ​ກວ່າ 15 ປີ ​ຈະ​ຖືກ​ໂຈະ​ຊົ່ວ​ຄາວ ຫລື​ຖືກ​ປິດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ຄູ່ຮ່ວມມືສາກົນ ຕີລາຄາສູງແງ່ຫວັງການບິນ ຫວຽດນາມຂ່າວຕ່າງປະເທດ

      ຄູ່ຮ່ວມມືສາກົນ ຕີລາຄາສູງແງ່ຫວັງການບິນ ຫວຽດນາມ

      7/22/2026 4:40:17 PM

      ສສ ຫວຽດນາມ ພວມຢູ່ໃນທ່າກາຍເປັນໜຶ່ງ ໃນບັນດາຕະຫລາດການບິນເຕີບໂຕໄວທີ່ສຸດ ຢູ່ພາກພື້ນ ອາຊີ- ປາ ຊີຟິກ ໃນ 2 ທົດສະວັດ ຈະມາເຖິງ. ໃນ​ຂອບ​ເຂດ​ງານ​ວາງ​ສະ​ແດງ Farnborough International Airshow 2026 (20/7- 21/7) ຢູ່ ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ທີ່​ຫາ​ກໍສິ້ນ​ສຸດ​ລົງ ​ໃນ​ວັນ​ທີ 21 ກໍ​ລະ​ກົດ, ບໍ​ລິ​ສັດ​ການ​ບິນ​ແຫ່ງ​ຊາດ ຫວຽດ​ນາມ (Vietnam Airlines)ໄດ້​ລົງ​ນາ​ມ​ ໃນ​ບັນ​ດ​າ​ຂໍ້​ຕົກ​ລົງ​ເຊົ່າ ​ເຮືອ​ບິນ Boeing 737 MAX 8 ຕື່ມ​ອີກ 19 ລຳ​ກັບ 3 ບໍ​ລິ​ສັ​ດ​ໃຫ້​ເຊົ່າ​ເຮືອ​ບິນ ​ແຖວ​ໜ້າ​ໂລກ.

    • ສ.ອາເມລິກາ ກະກຽມຈັດວາງອັດຕາພາສີຮອບໃໝ່ ສຳລັບ 60 ຄູ່ຮ່ວມມືທາງການຄ້າຂ່າວຕ່າງປະເທດ

      ສ.ອາເມລິກາ ກະກຽມຈັດວາງອັດຕາພາສີຮອບໃໝ່ ສຳລັບ 60 ຄູ່ຮ່ວມມືທາງການຄ້າ

      7/22/2026 4:32:18 PM

      ທ່ານ ເຈມີສັນ ເກຣ (Jamieson Greer) ຜູ້​ຕາງ​ໜ້າ​ດ້ານ​ການ​ຄ້າ ອາ​ເມ​ລິ​ກາ ກໍ​ໄດ້​ເຕື້ອ​ງ​ເຖິ​ງ ​ເລື່ອງ ສ.ອາ​ເມ​ລິ​ກາ ມີ​ກົດ​ໝາຍ​ຫ້າມ ​ດຳ​ເນີນ​ທຸ​ລະ​ກຳ​ສິນ​ຄ້າ ​ທີ່​ໄດ້​ຜະ​ລິດ​ດ້ວຍ ​ແຮງ​ງານ​ຜູ້​ຖືກ​ບັງ​ຄັບ, “ໃນ​ຂະ​ນະ​ທີ່​ ສ່ວນ​ໃຫຍ່​ປະ​ເທດ​ອື່ນ ຍັງ​ບໍ່​ທັນ​ປະ​ກາດ​ໃຊ້​ກົດ​ໝາຍ​ທີ່​ຄ້າຍ​ຄື​ກັນ ຫລື ປະ​ຕິ​ບັດ​ຂໍ້​ກຳ​ນົດ​ ໃນ​ປັດ​ຈຸ​ບັນ​ ຍັງ​ບໍ່​ທັນ​ມີ​ປະ​ສິດ​ທິ​ຜົນ​ເທື່ອ”.

    • ທ່ານ ຫວາງຢີ້ ພົບປະກັບ ເລຂາທິການໃຫຍ່ອາຊຽນຂ່າວຕ່າງປະເທດ

      ທ່ານ ຫວາງຢີ້ ພົບປະກັບ ເລຂາທິການໃຫຍ່ອາຊຽນ

      7/22/2026 4:25:14 PM

      ທ່ານ​ ຫວາງ​ຢີ້ ກຳ​ມະ​ການ​ ກົມ​ການ​ເມືອງ ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ໄດ້​ພົບ​ປະກັບ ​ທ່ານ​ ກາວ​ກິມ​ຮຸນ ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ.

    • ແບບຈຳລອງຂອງປັນຍາປະດິດ ແບບເປີດກວ້າງຂະໜາດໃຫຍ່ ຂອງ ສປ ຈີນ ມີຍອດດາວໂຫລດທົ່ວໂລກຫລາຍກວ່າ 10 ຕື້ເທື່ອຂ່າວຕ່າງປະເທດ

      ແບບຈຳລອງຂອງປັນຍາປະດິດ ແບບເປີດກວ້າງຂະໜາດໃຫຍ່ ຂອງ ສປ ຈີນ ມີຍອດດາວໂຫລດທົ່ວໂລກຫລາຍກວ່າ 10 ຕື້ເທື່ອ

      7/22/2026 4:13:26 PM

      ສປ ຈີນ ​ໄດ້​ລົງ​ເລິກຂະ​ຫຍາຍ ​ການ​ພັດ​ທະ​ນາ “ປັນ​ຍາ​ປະ​ດິດ+”, ​ເຊິ່ງ​ເຮັດ​ໃຫ້ອັດ​ຕາ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ ປັນ​ຍາ​ປະ​ດິດ ​ຂອງວິ​ສາ​ຫະ​ກິດ​ ອຸດ​ສາ​ຫະ​ກຳ​ ການ​ຜະ​ລິດ​ຂະ​ໜາດ​ໃຫຍ່ ທີ່​ມີ​​ລາຍ​ຮັບຈາກ​ການ​ດຳ​ເນີນ​ທຸ​ລະ​ກິດ​ຕົ້ນ​ຕໍ ​ຫລາຍ ກວ່າ 20 ລ້ານຢວນ​ຕໍ່​ປີ ໄດ້​ບັນ​ລຸກວ່າ 30%, ​ແບບ​ຈຳ​ລອງປັນ​ຍາ​ປະ​ດິດ​​ ແບບ​ເປີດກວ້າງຂະ​ໜາດ​ໃຫຍ່​ຂອງ ສປ ​ຈີນ ​ບັນ​ລຸ​ຍອດດາວ​ໂຫລດ​ທົ່ວ​ໂລກ ​ຫລາຍກວ່າ 10 ຕື້​ເທື່ອ.

    • ໂຮນລັງ ປະກາດມາດຕະການລົງໂທດ ທາງການຄ້າຕໍ່ຈຸດຕັ້ງຖິ່ນຖານ ແບບຜິດກົດໝາຍຂ່າວຕ່າງປະເທດ

      ໂຮນລັງ ປະກາດມາດຕະການລົງໂທດ ທາງການຄ້າຕໍ່ຈຸດຕັ້ງຖິ່ນຖານ ແບບຜິດກົດໝາຍ

      7/22/2026 4:13:15 PM

      ລັດ​ຖະ​ບານ​ໂຮນ​ລັງ​ ໄດ້​ປະ​ກາດ​ ມາດ​ຕະ​ການ​ລົງ​ໂທດ​ ທາງ​ການ​ຄ້າ​ ຕໍ່​ຈຸດ​ຕັ້ງ​ຖິ່ນ​ຖານ ແບບ​ຜິດ​ກົດ​ໝາຍ​ ຂອງ​ອິດ​ສະ​ຣາ​ແອນ ​​ເປັນ​ເວ​ລາ 3 ປີ ​ເລີ່ມແຕ່​ວັນ​ທີ 22 ກັນ​ຍາ​ປີ​ນີ້ ​ເປັນ​ຕົ້ນ​ໄປ.

ads
ads

Top