ນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ພົບປະໂອ້ລົມ ການນຳເມືອງໄຊບົວທອງ

22/07/2026 09:50
ຂປລ ໃນໂອກາດລົງພົບປະໂອ້ລົມ ແລະ ຊີ້ນໍາວຽກງານ ຢູ່ເມືອງໄຊບົວທອງ ແຂວງຄໍາມ່ວນ ວັນທີ 20 ກໍລະກົດ 2026, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ຄະນະນຳຂອງເມືອງ ສຸມໃສ່ວຽກງານຈຳນວນໜຶ່ງ .

         ຂປລ. ເປັນຕົ້ນ ເພີ່ມທະວີນຳພາ-ສຶກສາອົບຮົມການເມືອງແນວຄິດ ຂອງພະນັກງານ ແລະ ປະຊາຊົນ ໃຫ້ມີຄວາມໜັກແໜ້ນ ແລະ ເຂົ້າຮ່ວມປະຕິບັດແນວທາງນະໂຍບາຍຂອງພັກ-ລັດ; ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໃຫ້ ບັນລຸຕາມຄາດໝາຍ; ເອົາໃຈໃສ່ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃຫ້ປະກົດຜົນເປັນຈິງ; ສົ່ງເສີມການຜະລິດກະສິກຳເປັນສິນຄ້າ ແລະ ພັດທະນາພື້ນຖານໂຄງລ່າງເສັ້ນທາງ, ການທ່ອງທ່ຽວ ແລະ ພະ ລັງງານໄຟຟ້າໃຫ້ມີຄວາມສະດວກ ແລະ ຮັບປະກັນຄວາມປອດໄພ.

      ພ້ອມນີ້, ໃຫ້ເອົາໃຈໃສ່ກໍ່ສ້າງ ແລະ ປັບປຸງເສັ້ນທາງໃນເຂດຊົນນະບົດຕາມທ່າແຮງເປັນຕົ້ນ ເອົາດິນ-ຫີນມາປູແລ້ວອັດໃຫ້ແໜ້ນ; ເອົາໃຈໃສ່ແກ້ໄຂບັນຫານ້ຳປະປາ ໂດຍຄົ້ນຄວ້າໃຫ້ພາກເອກະຊົນມາລົງທຶນ ໂດຍມີການສຳຫລວດແຫລ່ງນໍ້າ, ຈຳນວນຄອບຄົວ ແລະ ປະລິມານຄວາມຕ້ອງການຊົມໃຊ້ຢ່າງຄັກແນ່ ເພື່ອຮັບປະກັນການສະໜອງນໍ້າໃຫ້ພຽງພໍ; ເພີ່ມທະວີການແກ້ໄຂບັນດາປະກົດການຫຍໍ້ ທໍ້ໃນສັງຄົມ, ລວມທັງການລັກລອບຂຸດຄົ້ນແຮ່ທາດ ແລະ ການລັກລອບຕັດໄມ້-ເຄື່ອນຍ້າຍໄມ້ ຊຶ່ງເຈົ້າໜ້າທີ່ຕ້ອງເປັນແບບຢ່າງ ແລະ ເປັນຫລັກແຫລ່ງໃນການແກ້ໄຂບັນຫາຢ່າງຈິງຈັງແທ້; ເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ຕາແສງ, ມີການສ້າງລະບຽບການ- ກົນໄກ ແລະ ແບ່ງຄວາມຮັບຜິດຊອບພາຍໃນໃຫ້ຈະແຈ້ງ; ເອົາໃຈໃສ່ວຽກງານສຳມະໂນຄົວ ເພື່ອຕິດຕາມການເຂົ້າ-ອອກຂອງປະຊາຊົນ; ສືບຕໍ່ຍົກສູງຄຸນນະພາບການສຶກສາ, ເພີ່ມທະວີການຕິດຕາມ, ເຝ້ົາລະວັງ-ຮັບມືກັບໄພທຳຊາດທ່ີອາດເກີດຂຶ້ນຢ່າງທັນການ.

      ເມືອງໄຊບົວທອງ ມີເນື້ອທີ່ທັງໝົດ 909,76 ກິໂລຕາແມັດ, ມີ 44 ບ້ານ, 4 ຕາແສງ ໂດຍໄດ້ປະກອບບຸກຄະລາກອນ ແລະ ປະກາດການຈັດຕັ້ງຕາແສງສຳເລັດແລ້ວ, ປະຊາຊົນປະກອບດ້ວຍເຜົ່າຜູ້ໄທ ກວມ 83,2% ແລະ ເຜົ່າມະກອງກວມ 16,8%; ທ່າແຮງຫລັກ ແມ່ນດ້ານກະສິກໍາ-ປ່າໄມ້, ການບໍລິການ ແລະ ການທ່ອງທ່ຽວ; ໃນໄລຍະ 6 ເດືອນຕົ້ນປີ 2026 ເສດຖະກິດຂະຫຍາຍຕົວສະເລ່ຍ 4%, ລາຍຮັບສະເລ່ຍຕໍ່ຫົວຄົນ ໄດ້ 23,2 ລ້ານກີບ/ປີ, ການເກັບລາຍຮັບເຂົ້າງົບປະມານປະຕິບັດ ໄດ້ 901,88 ລ້ານກີບ ເທົ່າກັບ 55,27% ຂອງແຜນການປີ; ສາ ມາດຜະລິດເຂົ້າກຸ້ມກິນ ແລະ ຂາຍ ເປັນສິນຄ້າ, ທັງມີການສົ່ງເສີມປູກ ມັນຕົ້ນ ແລະ ລ້ຽງສັດເປັນຟາມ; ມີ ເສັ້ນທາງຄົມມະນາຄົມ ທີ່ສາມາດທຽວໄດ້ 2 ລະດູ ກວມເອົາ 90%, ຕາຂ່າຍໄຟຟ້າກວມເອົາ 100% ຂອງຈໍານວນບ້ານໃນທົ່ວເມືອງ, ມີບ້ານພົ້ນທຸກ 31 ບ້ານ, ບ້ານປອດຢາເສດຕິດ 6 ບ້ານ.

ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ໄດ້ມອບທຶນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຈຳນວນໜຶ່ງໃຫ້ແກ່ເມືອງດັ່ງກ່າວ.

ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ.

KPL

ຂ່າວອື່ນໆ

ads
ads

Top