ເຈົ້າໜ້າທີ່ ປກສ ຈັບກຸ່ມແກ້ງພະນັນອອນລາຍ ແລະ ສະແກມເມີ ໄດ້ຫລາຍກ່ວາ 589 ຄົນ

22/07/2026 09:37
Email Print 707
ຂປລ ເຈົ້າໜ້າທີ່ໜ່ວຍສະເພາະ ກິດ ແກ້ໄຂບັນຫາສະແກມເມີ ກະ ຊວງປ້ອງກັນຄວາມສະຫງົບ (ປກສ) ຮ່ວມກັບກຳລັງປ້ອງກັນເຄື ່ອນທີ່ ໄດ້ ເຂົ ້າຈັບກຸ່ມແກ້ງເປີດໃຫ້ບໍລິການເວັບພະນັນອອນລາຍ ແລະ ກຸ ່ມແກ້ງ ໍ້ໂກງຊັບທາງໂທລະຄົມ ແລະ ການ ື່ສານ (ແກ້ງສະແກມເມີ) ໃນວັນທີ 18 ກໍລະກົດ 2026 ຢູ່ອາຄານໃຫ້ ເຊົ່າເຂດບ້ານດົງໂພສີ ເມືອງຫາດ ຊາຍຟອງ ນະຄອນຫລວງວຽງຈັນ ສາມາດກັກຕົວຜູ້ຖືກຫາໄດ້ 589 ຄົນ.

ໃນນັ້ນ, ປະກອບມີ 4 ສັນຊາດ. ການເຂົ້າມ້າງກຸ່ມແກ້ງເວັບພະ ນັນອອນລາຍ ແລະ ສະແກມເມີ ໃນ ຄັ້ງນີ້, ສາມາດກັກຕົວຜູ້ຖືກຫາໄດ້ 589 ຄົນ, ຍິງ 309 ຄົນ, ມີ 4 ສັນຊາດ. ໃນນີ້, ສັນຊາດໄທ ມີ 373 ີ້, ຄົນ, ຍິງ 198 ຄົນ, ສັນຊາດລາວ 199 ຄົນ, ຍິງ 105 ຄົນ, ສັນຊາດ ຫວຽດນາມ 15 ຄົນ, ຍິງ 4 ຄົນ ແລະ ສັນຊາດກຳປູເຈຍ ຍິງ 2 ຄົນ. ພ້ອມ ນ ຍັງໄດ້ຢຶດຂອງກາງ ປະກອບມີ: ຄອມພິວເຕີຕັ້ງໂຕະ 1.517 ໜ່ວຍ, ໂນດບຸກ 4.045 ໜ່ວຍ, ໂທລະສັບ ມືຖື 5.245 ໜ່ວຍ ເພື່ອນຳໄປກວດ ສອບ ແລະ ສືບສວນຂະຫຍາຍ. ປັດຈຸ ບັນ, ເຈົ ້າໜ້າທີ ່ກໍາລັງດໍາເນີນການສືບ ສວນ-ສອບສວນ ເພື່ອຫາຫົວໂປ່ໂຕ ການ ແລະ ຜູ້ຮ່ວມຂະບວນການມາ ດໍາເນີນຄະດີຕາມລະບຽບກົດໝາຍ. ໂອກາດນີ້, ເຈົ້າໜ້າທີ່ຂໍສະແດງ ຄວາມຂອບໃຈຕໍ່ພໍ່ແມ່ປະຊາຊົນ ພົນລະເມືອງດີທີ່ໄດ້ແຈ້ງຂໍ້ມູນທີ່ ເປັນປະໂຫຍດໃຫ້ເຈົ້າໜ້າທີ ່ ຈົນນຳໄປສູ່ການບຸກມ້າງຂະບວນການດັ່ງ ກ່າວໄດ້ຢ່າງຕໍ່ເນື່ອງ ແລະ ຂໍຮຽກ ຮ້ອງມາຍັງພໍ່ແມ່ປະຊາຊົນ ຈົ່ງ ພ້ອມກັນມີສະຕິໃນການໃຊ້ສື່ສັງຄົມ ອອນລາຍ ຢ່າຕົກເປັນເຫຍື ່ອຂອງ ກ ຸ່ມແກ້ງສະແກມເມີ ແລະ ຢຸດຫລິ້ນການພະນັນທຸກຮູບແບບ ໂດຍສະ ເພາະພະນັນອອນລາຍ, ຖ້າຫາກ ທ່ານພົບເຫັນບຸກຄົນ, ກຸ່ມຄົນ ແລະ ສະຖານທີ່ ທີ່ສົງໄສເຄື່ອນໄຫວກະ ຜິດຕໍ່ກົດໝາຍ ໃຫ້ຮີບຮ້ອນແຈ້ງຕໍ່ ເຈົ້າໜ້າທີ່ໂດຍດ່ວນ, ແຈ້ງເຂົ້າມາທາງເພຈກົມຕຳຫລວດເສດຖະ ກິດ ຫລື ແຈ້ງເຂົ້າສາຍດ່ວນ 1533 ໄດ້ຕະຫລອດເວລາ. ພາບ-ຂ່າວ: ຄໍາໂຖ

KPL

ຂ່າວອື່ນໆ

    • ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດວັດທະນະທຳ-ສັງຄົມ

      ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ

      10/21/2026 9:53:28 AM

      ສປປ ລາວ ຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ ຊຶ່ງກຸ່ມອາຊະຍາກຳໄດ້ມີການເຄື່ອນໄຫວທີ່ເລິກແລບ ແລະ ສັບຊ້ອນຫຼາຍຂຶ້ນ ເນື່ອງຈາກ ສປປ ລາວ ເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກການຄ້າມະນຸດ ໂດຍສະເພາະທີ່ຕັ້ງພູມສັນຖານຂອງປະເທດ, ສາເຫດຫຼັກແມ່ນການໄປອອກແຮງງານຢູ່ຕ່າງປະເທດແບບບໍ່ຖືກຕ້ອງ, ຄວາມບໍ່ເຂົ້າໃຈລະບຽບກົດໝາຍ ແລະ ປັດໄຈຊຸກຍູ້ຈາກເຕັກໂນໂລຊີ-ສື່ສັງຄົມອອນລາຍ.

    • ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງວັດທະນະທຳ-ສັງຄົມ

      ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງ

      10/21/2026 9:14:19 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ໃນອາທິດຜ່ານມາ, ພາຍໃຕ້ການເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ນຳສະເໜີຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ (ສະບັບປັບປຸງ) ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ສຸມໃສ່ປະກອບຄຳຄິດຄຳເຫັນໃຫ້ມີເນື້ອໃນກະທັດຮັດ, ຄົບຖ້ວນ, ສົມບູນ ເພື່ອກ້າວໄປສູ່ການຮັບຮອງ ແລະ ປະກາດໃຊ້.

    • ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນວັດທະນະທຳ-ສັງຄົມ

      ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນ

      10/19/2026 10:03:17 AM

      ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2026 ຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ໂດຍຈະຈັດຫຼາຍກິດຈະກຳທາງສາສະໜາ ແລະ ກິດຈະກຳອື່ນໆປິ່ນອ້ອມ.

    • ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ວັດທະນະທຳ-ສັງຄົມ

      ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້

      10/16/2026 8:47:45 AM

      ຂປລ. ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງອຸດົມ ໄຊ ຈັດຝຶກອົບຮົມ ການກວດສອບ ສານພິດຕົກຄ້າງ ໃນພືດຜັກ ແລະ ໝາກໄມ້ ໃຫ້ວິຊາການສະເພາະ ດ້ານ ຂອງແຂວງເມື່ອມໍ່ໆມາ ນີ້ ໂດຍການເປັນປະທານຂອງ ທ່ານ ວິໄຊ ບຸລະສິນ ຮອງຫົວໜ້າ ພະແນກກະສິກຳ ແລະ ສ່ິງແວດ ລ້ອມ ແຂວງອຸດົມໄຊ ພ້ອມດ້ວຍຜ້ ຕາງໜ້າຈາກສູນປ້ອງກັນພືດ, ກົມ ປູກຝັງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຊ່ຽວຊານຈາກໂຄງການຟາມ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໄຊ, ເມືອງ ແບງ, ເມືອງຮຸນ ແລະ ເມືອງນາໝໍ້ ທີ່ນອນຢູ່ໃນເປົ້າໝາຍເຂົ້າຮ່ວມ.

    • ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະວັດທະນະທຳ-ສັງຄົມ

      ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະ

      10/16/2026 8:42:47 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ທ່ານ ຫົງຄຳ ພິມມະສານ ຮອງປະທານຄະນະ ກຳມະການປົກຄອງ ແຂວງຊຽງ ຂວາງ ພ້ອມດ້ວຍຄະນະໄດ້ຕ້ອນ ຮັບພະອາຈານໃຫຍ່ ອຳມະຣິນ ບຸນວິເສດ ຮອງຫົວໜ້າຫ້ອງການບໍລິຫານງານສູນກາງ ອົງການພຸດ ທະສາສະໜາສຳພັນລາວ (ອພສ) ພ້ອມດ້ວຍຄະນະ ຈາກແຂວງຊຽງ ຂວາງ, ແຂວງຫລວງພະບາງ ແລະ ແຂວງຫົວພັນ ເຂົ້າພົບປະ ໃນວັນທີ 13 ຕຸລາ 2026 ທີ່ຫ້ອງວ່າການ ແຂວງ.

ads
ads

Top