ຂປລ
ມະຫາວິທະຍາໄລແຫ່ງ ຊາດ (ມຊ) ກໍຄື ພາກວິຊາສື່ສານ ມວນຊົນ, ຄະນະອັກສອນສາດ ໃຫ້ ຄວາມສຳຄັນຕໍ່ການພັດທະນາ ແລະ ສ້າງບຸກຄະລາກອນດ້ານສື່ສານ ມວນຊົນ ໃຫ້ມີຄວາມຮູ້, ຄວາມສາ ມາດຢ່າງຮອບດ້ານ, ມີຈັນຍາບັນ ວິຊາຊີບ ແລະ ສາມາດນຳໃຊ້ເຕັກ ໂນໂລຊີສື່ສານສະໄໝໃໝ່ ໄດ້ຢ່າງ ມີປະສິດທິຜົນ ເພື່ອຕອບສະໜອງ ຄວາມຕ້ອງການຂອງສັງຄົມໃນຍຸກດີຈິຕອນ ໂດຍເນັ້ນພັດທະນາທັກສະທັງພາກທິດສະດີ ແລະ ພາກ ປະຕິບັດຕົວຈິງ ໃຫ້ນັກສຶກສາໄດ້ຝຶກ ຜະລິດຂ່າວ, ບົດຄວາມ, ລາຍການ ວິທະຍຸ-ໂທລະພາບ, ສື່ດີຈິຕອນ, ສື່ ສັງຄົມອອນລາຍ ແລະ ອື່ນໆ.
ທ່ານ ອຸ່ນຫລ້າ ສີວັນເພັງ ຮອງ
ຜ
ູ້ອຳນວຍການໃຫຍ່ ມະຫາວິທະຍາ
ໄລແຫ່ງຊາດ ໄດ້ຕາງໜ້າໃຫ້ພາກ
ວິຊາສື່ສານມວນຊົນ, ຄະນະອັກ
ສອນສາດ ມຊ ໄດ້ປະກອບຄຳເຫັນ
ກ່ຽວກັບຫົວຂໍ້: “ການພັດທະນາ
ບຸກຄະລາກອນສື່ສານມວນຊົນໃຫ້
ເປັນມືອາຊີບ ແລະ ທັນກັບຍຸກສະ
ໄໝ” ໃນກອງປະຊຸມວຽກງານສື ່
ມວນຊົນທົ່ວປະເທດ ຄັ້ງທີ I ເມື່ອບໍ່
ດົນນີ້ວ່າ: ໂດຍເຫັນໄດ້ເຖິງຄວາມ
ສຳຄັນ ແລະ ຄວາມຮຽກຮ້ອງ
ຕ້ອງການອັນຮີບດ່ວນຂອງວຽກ
ງານສື່ມວນຊົນ ຕໍ່ກັບການພັດທະ
ນາປະເທດຊາດ, ພາກວິຊາພາສາ
ລາວ ຄະນະອັກສອນສາດ ກໍຄື ມະ
ຫາວິທະຍາໄລແຫ່ງຊາດ ຈຶ່ງໄດ້
ມີວິໄສທັດລິເລີ່ມສ້າງຕັ້ງ “ໜ່ວຍ
ວິຊາສື່ສານມວນຊົນ” ຂຶ້ນໃນປີ
2004 ໂດຍຜ່ານການຮຽນ-ການ
ສອນ ແລະ ການພັດທະນາຢ່າງຕໍ່
ເນື່ອງ, ຫລັງຈາກນັ້ນໄດ້ຍົກລະດັບ
ຂຶ້ນເປັນ “ພາກວິຊາສື່ສານມວນ
ຊົນ” ໃນປີ 2016, ປັດຈຸບັນ ສາ
ມາດສ້າງບຸກຄະລາກອນສື່ສານ
ມວນຊົນ ອອກໄປຮັບໃຊ້ສັງຄົມ
ແລ້ວຈຳນວນ 18 ຊຸດ ຊຶ່ງເຍົາວະ
ຊົນ ແລະ ສິດເກົ່າເຫລົ່ານັ້ນ ປັດຈຸ
ບັນໄດ້ກາຍເປັນກຳລັງແຮງຫລັກ
ທີ່ເຄື່ອນໄຫວຮັບໃຊ້ສັງຄົມໃນທຸກ
ຂົງເຂດ ລວມທັງນັກຂ່າວ, ບັນນາ
ທິການ, ນັກຜະລິດສື່ ຕະຫລອດ
ຮອດພະນັກງານຖະແຫລງຂ່າວ
ວັດທະນະທຳ ທັງໃນລະດັບສູນ
ກາງ ແລະ ທ້ອງຖິ່ນ.
ໃນຍຸກແຫ່ງການຫັນປ່ຽນເປັນ
ດີຈິຕອນ ແລະ ຂໍ້ມູນຂ່າວສານທີ ່
ຫລາກຫລາຍ ພາກວິຊາສື່ສານ
ມວນຊົນ ໄດ້ມີການຄົ້ນຄວ້າ ແລະ
ຫັນປ່ຽນຫລັກສູດການຮຽນ-ການ
ສອນ ສະບັບໃໝ່ ໂດຍຫັນຈາກ “ທິດ
ສະດີດັ້ງເດີມ” ໄປສູ່ “ການປະສົມ
ປະສານທັກສະເຕັກໂນໂລຊີ ແລະ
ການປະຕິບັດຕົວຈິງ” ຢ່າງຮອບ
ດ້ານ ແນໃສ່ພັດທະນາບຸກຄະລາ
ກອນສື່ສານມວນຊົນ ໃຫ້ເປັນມືອາ
ຊີບ ແລະ ທັນກັບຍຸກສະໄໝ ໂດຍ
ເນັ້ນໃສ່ 4 ປັດໄຈຫລັກ ຄື: ສ້າງ
ທັກສະເຕັກໂນໂລຊີ ແລະ ຄວາມຮູ້
ສະເພາະດ້ານທີ່ທັນສະໄໝ; ການ
ຮຽນ-ການສອນ ແບບເນັ້ນການປະ
ຕິບັດຕົວຈິງ ແລະ ເຊື່ອມໂຍງກັບ
ສັງຄົມ; ຍົກລະດັບວິຊາສະເພາະ
ແລະ ທັກສະເຕັກໂນໂລຊີຂອງຄູ
ອາຈານ ແລະ ປູກຝັງຈັນຍາບັນ,
ຄຸນສົມບັດ ແລະ ສະຕິຮັບຜິດຊອບ
ຕໍ່ສັງຄົມ.
ທ່ານ ອຸ່ນຫລ້າ ສີວັນເພັງ ສະເໜີ
ໃຫ້ມີການສ້າງກົນໄກການຮ່ວມມື
ແລະ ເຊື່ອມຈອດ ລະຫວ່າງ ສະຖາ
ບັນການສຶກສາ (ຜູ້ສ້າງ) ແລະ ບັນ
ດາກົມກອງສື່ມວນຊົນ (ຜູ້ໃຊ້) ໃຫ້
ແໜ້ນແຟ້ນກວ່າເກົ່າ ໂດຍສະເພາະ
ແມ່ນການຈັດກິດຈະກຳຮ່ວມກັນ,
ການຮອງຮັບນັກສຶກສາລົງຝຶກ
ງານ ແລະ ການຮັບເຂົ້າເຮັດວຽກ;
ໃຫ້ພາກສ່ວນກ່ຽວຂ້ອງຍົກລະດັບ
ການສະໜັບສະໜູນດ້ານທຶນຮອນ
ແລະ ອຸປະກອນເຕັກໂນໂລຊີທີ່ທັນ
ສະໄໝ ເຊັ່ນ: ເຄື່ອງມືຖ່າຍທຳ ເຂົ້າ
ໃນການຮຽນ-ການສອນ ເພື່ອໃຫ້
ນັກສຶກສາໄດ້ຝຶກຊ້ອມກັບເຄື່ອງມື
ທີ່ແທ້ຈິງຫລາຍກວ່າເກົ່າ, ທັງນີ້ກໍ
ເພື່ອໃຫ້ການພັດທະນາບຸກຄະລາ
ກອນສື່ສານມວນຊົນ ມີຄວາມເຂັ້ມ
ແຂງ, ຕໍ່ເນື່ອງ ແລະ ຍືນຍົງ.
ຂ່າວ: ທະນູທອງ
ພາບ: ອ່າຍຄຳ
KPL