ຜູ້ເສຍຊີວິດຈາກແຜ່ນດິນໄຫວຢູ່ເວເນຊູເອລາ ເພີ່ມຂຶ້ນຫລາຍກວ່າ 5.000 ຄົນ

21/07/2026 14:30
Email Print 149
ຂປລ ທ່ານ ຈອດ​ໂຣດ​ຣິ​ເກ​ຊ ປະ​ທານ​ສະ​ພາ ​ແຫ່ງ​ຊາດ ​ເວ​ເນ​ຊູ​ເອ​ລາ ໄດ້​ແຈ້ງ​ໃຫ້​ຮູ້​ ໂດຍ​ຜ່ານ​ທາງ ​ສື່​ສັງ​ຄົມ​ອອນ​ລາຍ​ວ່າ, ແຜ່ນ​ດິນ​ໄຫວ​ ຮຸນ​ແຮງ ​ທີ່​ເກີດ​ຂຶ້ນ​ ໃນ​ວັນ​ທີ 24 ມິ​ຖຸ​ນາ​ຜ່ານ​ມາ ​ໄດ້​ເຮັດ​ໃຫ້​ຜູ້​ເສຍ​ຊີ​ວິດ ​ເພີ່ມ​ຂຶ້ນ ຫລາຍກວ່າ 5.000 ຄົນ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 19 ກໍ​ລະ​ກົດ​ນີ້, ທ່ານ ຈອດ​ໂຣດ​ຣິ​ເກ​ຊ ປະ​ທານ​ສະ​ພາ ​ແຫ່ງ​ຊາດ ​ເວ​ເນ​ຊູ​ເອ​ລາ ໄດ້​ແຈ້ງ​ໃຫ້​ຮູ້​ ໂດຍ​ຜ່ານ​ທາງ ​ສື່​ສັງ​ຄົມ​ອອນ​ລາຍ​ວ່າ, ແຜ່ນ​ດິນ​ໄຫວ​ ຮຸນ​ແຮງ ​ທີ່​ເກີດ​ຂຶ້ນ​ ໃນ​ວັນ​ທີ 24 ມິ​ຖຸ​ນາ​ຜ່ານ​ມາ ​ໄດ້​ເຮັດ​ໃຫ້​ຜູ້​ເສຍ​ຊີ​ວິດ ​ເພີ່ມ​ຂຶ້ນ ຫລາຍກວ່າ 5.000 ຄົນ, ຜູ້​ບາດ​ເຈັບ​ຈຳ​ນວນ 16.740 ຄົນ ແລະ ​ໄດ້​ເກີດ​ແຮ່ງ ​ສັ່ນ​ສະ​ເທືອນ ​ຕາມ​ມາ 1.388 ຄັ້ງ. ປັດຈຸບັນ ໜ່ວຍງານ ທີ່ກ່ຽວຂ້ອງ ຍັງສືບຕໍ່ ໃຫ້ການຊ່ວຍເຫລືອ ຜູ້ເຄາະຮ້າຍ ໃນເຫດການ ແຜ່ນດິນໄຫວຄັ້ງນີ້./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top