ຂປລ
ກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການ ມໍລະດົກໂລກ ຂຶ້ນກັບ ອົງການການສຶກສາ, ວິທະຍາສາດ ແລະ ວັດ ທະນະທຳ ແຫ່ງສະຫະປະຊາຊາດ (UNESCO) ຖືກໄຂຂຶ້ນໃນວັນທີ 19 ກໍລະກົດ ຢູ່ນະຄອນ ປູສານ(Busan) ສ.ເກົາຫລີ, ດ້ວຍການເຂົ້າຮ່ວມ ຂອງຜູ້ແທນ ປະມານ 3.000 ຄົນ

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການ ມໍລະດົກໂລກ ຂຶ້ນກັບ ອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ (UNESCO) ຖືກໄຂຂຶ້ນໃນວັນທີ 19 ກໍລະກົດ ຢູ່ນະຄອນ ປູສານ(Busan) ສ.ເກົາຫລີ, ດ້ວຍການເຂົ້າຮ່ວມ ຂອງຜູ້ແທນ ປະມານ 3.000 ຄົນ ມາຈາກບັນດາປະເທດສະມາຊິກ, ບັນດາອົງການສັງເກດການ, ອົງການຈັດຕັ້ງ ບໍ່ຂຶ້ນກັບ ລັດຖະບານ ແລະ ວົງການນັກຮຽນຮູ້ ເພື່ອແນໃສ່ ປຶກສາຫາລື ບັນດາບັນຫາກ່ຽວກັບ ການອະນຸລັກຮັກສາ ມໍລະດົກວັດທະນະທຳ ແລະ ທຳມະຊາດ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ຄາເລັດ ເອລ-ເອນານີ (Khaled El-Enany) ຜູ້ອຳນວຍການໃຫຍ່ UNESCO ໄດ້ເນັ້ນໜັກວ່າ: ມໍລະດົກໂລກ ບໍ່ພຽງແຕ່ແມ່ນຂີດໝາຍ ຂອງອະດີດຕະການ ເທົ່ານັ້ນ ຫາກຍັງ ແມ່ນແຫລ່ງ ບັນດານໃຈ ໃຫ້ແກ່ ປັດຈຸບັນ ແລະ ອະນາຄົດອີກດ້ວຍ. ນອກນີ້ ຍັງຮຽກຮ້ອງ ໃຫ້ບັນດາປະເທດ ເພີ່ມທະວີ ຄວາມສາມັກຄີ, ຮ່ວມມືກັນ ເພື່ອຮັບມືກັບ ບັນດາສິ່ງທ້າທາຍລວມ ແລະ ປົກປັກຮັກສາ ບັນດາຄຸນຄ່າລວມ ຂອງມວນມະນຸດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL