ວຽດເທລ ນຳໜ້າພັດທະນາເຕັກໂນໂລຢີ 6ຈີ

21/07/2026 14:30
Email Print 116
ຂປລ ກຸ່ມ​ບໍ​ລິ​ສັດ ​ອຸດ​ສ​າ​ຫະ​ກຳ-ໂທ​ລະຄົມ ​ມະ​ນາ​ຄົມ​ ກອງ​ທັບ ວຽດເທລ (Viettel )ຫາ​ກໍ່​ກາຍ​ເປັນ ​ຄູ່​ຮ່ວມ​ມື​ທຳ​ອິດ ​ໃນ​ທົ່ວ​ໂລກ ເຊັນ​ໂຄງ​ການ​ ເຂົ້າ​ນຳ​ໃຊ້ແຟຣດ​ຟອມ 6G ​ກັບ Qualcomm Technologies (ກຸ່ມ​ບໍ​ລິ​ສັດ ​ເຕັກ​ໂນ​ໂລ​ຢີ​ນາໆ​ຊາດ​ຂອງ ສ.ອາ​ເມ​ລິ​ກາ) ເຊິ່ງ​ເປີດ​ໂອ​ກາດ ​ເຂົ້າ​ຮ່ວມ​ຄົ້ນ​ຄ້​ວາ ແລະ ພັດ​ທ​ະ​ນາ​ເຕັກ​ໂນ​ໂລ​ຢີ​ ເຄືອ​ຂ່າຍ​ໂທ​ລະ​ສັບ​ມື​ຖື​ລຸ້ນ​ໃໝ່ ​ນັບ​ແຕ່​ຫົວ​ທີ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ກຸ່ມ​ບໍ​ລິ​ສັດ ​ອຸດ​ສ​າ​ຫະ​ກຳ-ໂທ​ລະຄົມ ​ມະ​ນາ​ຄົມ​ ກອງ​ທັບ ວຽດເທລ (Viettel )ຫາ​ກໍ່​ກາຍ​ເປັນ ​ຄູ່​ຮ່ວມ​ມື​ທຳ​ອິດ ​ໃນ​ທົ່ວ​ໂລກ ເຊັນ​ໂຄງ​ການ​ ເຂົ້າ​ນຳ​ໃຊ້ແຟຣດ​ຟອມ 6G ​ກັບ Qualcomm Technologies (ກຸ່ມ​ບໍ​ລິ​ສັດ ​ເຕັກ​ໂນ​ໂລ​ຢີ​ນາໆ​ຊາດ​ຂອງ ສ.ອາ​ເມ​ລິ​ກາ) ເຊິ່ງ​ເປີດ​ໂອ​ກາດ ​ເຂົ້າ​ຮ່ວມ​ຄົ້ນ​ຄ້​ວາ ແລະ ພັດ​ທ​ະ​ນາ​ເຕັກ​ໂນ​ໂລ​ຢີ​ ເຄືອ​ຂ່າຍ​ໂທ​ລະ​ສັບ​ມື​ຖື​ລຸ້ນ​ໃໝ່ ​ນັບ​ແຕ່​ຫົວ​ທີ. ສອງ​ຝ່າຍ ​ໄດ້​ມຸ່ງ​ໄປ​ເຖິງ​ການ​ປະ​ຕິ​ບັດ​ການ​ຄຶ​ນ​ໂທ​ລະ​ສັບ 6G ກ່ອນ​ເຮັດ​ທຸ​ລະ​ກຳ ​ທຳ​ອິດ​ ໃນ​ຕົ້ນ​ປີ 2029 ບົນ​ລະ​ບົບ ແລະ ວັດ​ຖຸ​ອຸ​ປະ​ກອນ​ໂດຍ Viettel ຄົ້ນ​ ຄ້​ວາ, ພັດ​ທະ​ນາ ແລະ ຜະ​ລິດ. ຕາມ​ຂໍ້​ຕົກ​ລົງ​ຮ່ວມ​ມື​ແລ້ວ, Viettel ຈະ​ປະ​ສານ​ສົມ​ທົບ​ກັບ Qualcomm ຄົ້ນ​ຄ້​ວາ, ອອກ​ແບບ, ພັດ​ທະ​ນາ ແລະ ພັດ​ທະ​ນາ​ບັນ​ດາ​ປ້ອມ​ຮັບ​ - ແຈກ​ຢາຍ​ຄື້ນ 6G. Viettel ຮັບ​ປະ​ກັນ​ບັນ​ດາ​ຂັ້ນ​ຕອນ ​ຄົ້ນ​ຄ້​ວາ, ອອກ​ແບບ, ສະ​ສົມ, ຜະ​ລິດ, ທົດ​ລອງ ແລະ ຕີ​ລາ​ຄາ​ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ, ໃນ​ຂະ​ນະ​ທີ່ Qualcomm ສະໜອງ ພ​ຼາດ​ຟອມ​ເຕັກ​ໂນ​ໂລ​ຢີ chipset. ສອ​ງ​ຝ່າຍ​ກໍ່​ຈະ​ປະ​ສານ​ສົມ​ທົບ​ກັນ​ຕີ​ລາ​ຄາ ​ຄວາມ​ສາ​ມາດ​ປັບ​ຕົວ​ ໃຫ້​ເຂົ້າ​ກັນ ລະ​ຫວ່າງ ​ພື້ນ​ຖານ ແພ​ຣດ​ຟອມ 6G ຂອງ Qualcomm ກັບ​ວັດ​ຖຸ​ ອຸ​ປະ​ກອນ​ໂດຍ Viettel ພັດ​ທະ​ນາ, ພ້ອມ​ກັບ ​ປະ​ສິດ​ທິ​ຜົນ​ຂອງ​ການ​ເຄື່ອນ​ໄຫ​ວ​ໃນ​ເງື່ອນ​ໄຂ​ຂຸດ​ຄົ້ນ​ຕົວ​ຈິງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top