ຂປລ
ລາຄານຳມັນໂລກ ເພີ່ມຂຶ້ນສູງ ໃນວາລະທຸລະກຳ ຂອງວັນທີ 20 ກໍລະກົດ, ພາຍຫລັງທີ່ ສ.ອາເມລິກາ ເປີດບັ້ນບຸກໂຈມຕີໃໝ່ ແນໃສ່ ອີຣານ, ໃນຂະນະທີ່ ບັນດາການຜັນແປ ດ້ານຄວາມໝັ້ນຄົງຢູ່ຊ່ອງແຄບທະເລຮໍມຸສ(Hormuz) ສືບຕໍ່ເຮັດໃຫ້ເກີດຄວາມວິຕົກກັງວົນ ກ່ຽວກັບຄວາມສ່ຽງ ແຫລ່ງສະໜອງ ພະລັງງານທົ່ວໂລກ ຖືກຂາດວັກຂາດຕອນ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ລາຄານ້ຳມັນໂລກ ເພີ່ມຂຶ້ນສູງ ໃນວາລະທຸລະກຳ ຂອງວັນທີ 20 ກໍລະກົດ, ພາຍຫລັງທີ່ ສ.ອາເມລິກາ ເປີດບັ້ນບຸກໂຈມຕີໃໝ່ ແນໃສ່ ອີຣານ, ໃນຂະນະທີ່ ບັນດາການຜັນແປ ດ້ານຄວາມໝັ້ນຄົງ ຢູ່ຊ່ອງແຄບ ທະເລຮໍມຸສ(Hormuz) ສືບຕໍ່ເຮັດໃຫ້ເກີດ ຄວາມວິຕົກກັງວົນ ກ່ຽວກັບຄວາມສ່ຽງ ແຫລ່ງສະໜອງ ພະລັງງານທົ່ວໂລກ ຖືກຂາດວັກ ຂາດຕອນ. ໃນວາລະທຸລະກຳ, ລາຄານ້ຳມັນ Brent ມີຈຸດເວລາເພີ່ມຂຶ້ນ 3,8% ຂຶ້ນກວ່າ 91 ໂດລາສະຫະລັດ/ຖັງ, ເຊິ່ງເປັນລະດັບສູງສຸດ ນັບແຕ່ວັນທີ 11 ມິຖຸນາ, ໃນຂະນະທີ່ ລາຄານຳມັນດິບ ອາເມລິກາ (WTI) ເພີ່ມຂຶ້ນເກືອບ 85 ໂດລາສະຫະລັດ/ຖັງ. ສາເຫດຂອງສະພາບລາຄາຂຶ້ນສູງ ແມ່ນຍ້ອນ ສ.ອາເມລິກາ ສືບຕໍ່ດຳເນີນ ບັນດາການເຄື່ອນໄຫວ ດ້ານການທະຫານແນໃສ່ ອີຣານ, ເຮັດໃຫ້ເພີ່ມ ຄວາມວິຕົກກັງວົນ ກ່ຽວກັບ ຄວາມສ່ຽງ ແຫລ່ງສະໜອງນ້ຳມັນ ຜ່ານຊ່ອງແຄບ ທະເລ Hormuz ຖືກຂາດວັກ ຂາດຕອນ. ນີ້ແມ່ນເສັ້ນທາງ ຂົນສົ່ງຍຸດທະສາດ, ແຫ່ງທີ່ມີ 1/5 ປະລິມານ ບໍລິໂພກ ນ້ຳມັນທົ່ວໂລກ ທີ່ໄດ້ຂົນສົ່ງ ຜ່ານທາງທະເລ. ກ່ອນໜ້ານັ້ນ,ວັນທີ 19 ກໍລະກົດ, ສ.ອາເມລິກາ ໄດ້ປຸກລະດົມ ການບຸກໂຈມຕີໃໝ່ແນໃສ່ ອີຣານ, ເປັນມື້ທີ່ 9 ຢ່າງລ້ຽນຕິດທີ່ ສ.ອາເມລິກາ ດຳເນີນບັນດາການບຸກໂຈມຕີ ແນໃສ່ ອີຣານ, ພາຍຫລັງ ການປະທະກັນຢູ່ ຕາເວັນອອກກາງ ເກີດຂຶ້ນຄືນໃໝ່ ໃນຕົ້ນເດືອນ ກໍລະກົດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL