ກຳປູເຈຍ-ສປ ຈີນ ເຊັນສັນຍາວ່າດ້ວຍການຈັດຊື້ເຮືອບິນ C909 ຈຳນວນ 20 ລຳ

20/07/2026 10:54
Email Print 269
ຂປລ ບໍ​ລິ​ສັດ​ກາ​ນ​ບິນ​ ກຳ​ປູ​ເຈຍ ແລະ ບໍ​ລິ​ສັດ​ເຮືອ​ບິນ​ການ​ຄ້າ​ຈີນ​ ຈຳ​ກັດ ໄດ້​ເຊັນ​ສັນ​ຍາ ​​ວ່າ​ດ້ວຍ​ການຈັດ​ຊື້​ເຮືອ​ບິນ C909 ຈຳ​ນວນ 20 ​ ລຳ​ ຢູ່​ນະ​ຄອນ​ຊຽງ​ໄຮ້ຂອ​ງ ສປ ​ຈີນ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ເມື່ອບໍ່ດົນມານີ້, ບໍ​ລິ​ສັດ​ກາ​ນ​ບິນ​ ກຳ​ປູ​ເຈຍ ແລະ ບໍ​ລິ​ສັດ​ເຮືອ​ບິນ​ການ​ຄ້າ​ຈີນ​ ຈຳ​ກັດ ໄດ້​ເຊັນ​ສັນ​ຍາ ​​ວ່າ​ດ້ວຍ​ການຈັດ​ຊື້​ເຮືອ​ບິນ C909 ຈຳ​ນວນ 20 ​ ລຳ​ ຢູ່​ນະ​ຄອນ​ຊຽງ​ໄຮ້ຂອ​ງ ສປ ​ຈີນ. ຂະນະດຽວກັນ, ອົງການການບິນ ພົນລະເຮືອນ ກຳປູເຈຍ ແລະ ບໍລິສັດເຮືອບິນ ການຄ້າຈີນ ຈຳກັດ ຍັງໄດ້ເຊັນບົດບັນທຶກ ຄວາມເຂົ້າໃຈ ເພື່ອຮັບປະກັນ ໃຫ້ເຮືອບິນ C909 ປະຕິບັດງານ ຢ່າງສຳເລັດຜົນ, ພ້ອມທັງ ລົງເລິກການຮ່ວມມື ໃນຂົງເຂດຕ່າງໆ ລະຫວ່າງ ສອງຝ່າຍຕື່ມອີກ ເຊັ່ນ: ພື້ນຖານໂຄງລ່າງ ດ້ານການບິນພົນລະເຮືອນ, ການຮັບປະກັນ ການດຳເນີນງານ, ການບຳລຸງ ສ້າງບຸກຄະລາກອນ, ການຝຶກອົບຮົມ ດ້ານການສ້ອມແປງ ແລະ ອື່ນໆ. ​ເຮືອບິນ C909 ແມ່ນເຮືອບິນໂດຍສານ 90 ບ່ອນນັ່ງ ທີ່ບິນໄລຍະທາງກາງ ແລະ ສັ້ນ ເຊິ່ງຄົ້ນຄວ້າ ແລະ ຜະລິດໂດຍ ສປ ຈີນ, ຕົ້ນຕໍ່ແມ່ນປະຕິບັດໜ້າທີ່ ຂົນສົ່ງໂດຍສານ ລະຫວ່າງ ຕົວເມືອງຂະໜາດກາງ ແລະ ນ້ອຍ, ປັດຈຸບັນ, ໄດ້ເຂົ້າສູ່ຕະຫລາດຂອງຫລາຍປະເທດ ເຊັ່ນ: ສປປ ລາວ, ອິນໂດເນເຊຍ, ສສ ຫວຽດນາມ ແລະ ປະເທດອື່ນໆ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top