ຂປລ
ກອງປະຊຸມປະຈຳປີ ສະຫະພັນ ການສື່ສານ ອາຊີ ແລະ ອາຊີ ຕາເວັນອອກສ່ຽງໃຕ້ 2026 ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ຢູ່ ຄຸນໝິງ, ແຂວງ ຢຸນໜານ ຂອງ ສປ ຈີນ. ຫົວຂໍ້ໄດ້ຮັບຄວາມສົນໃຈ ຈາກຫລາຍອົງການ ແລະ ອົງການຈັດຕັ້ງ ສື່ມວນຊົນ ພາຍໃນພາກພື້ນ ແມ່ນຄວາມຮັບຜິດຊອບ ຂອງສື່ມວນຊົນ ໃນຍຸກສະໄໝດີຈີຕອນ ແລະ ຍຸກ AI.

ຂປລ.ວິທະຍຸກະຈາຍສຽງຫວຽດນາມ, ກອງປະຊຸມປະຈຳປີ ສະຫະພັນ ການສື່ສານ ອາຊີ ແລະ ອາຊີ ຕາເວັນອອກສ່ຽງໃຕ້ 2026 ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ຢູ່ ຄຸນໝິງ, ແຂວງ ຢຸນໜານ ຂອງ ສປ ຈີນ. ຫົວຂໍ້ໄດ້ຮັບຄວາມສົນໃຈ ຈາກຫລາຍອົງການ ແລະ ອົງການຈັດຕັ້ງ ສື່ມວນຊົນ ພາຍໃນພາກພື້ນ ແມ່ນຄວາມຮັບຜິດຊອບ ຂອງສື່ມວນຊົນ ໃນຍຸກສະໄໝດີຈີຕອນ ແລະ ຍຸກ AI.ຈາກນັ້ນ ນັກຂ່າວ ດົ່ງແມ້ງຮຸ່ງ, ຮອງປະທານ ຜູ້ປະຈຳການ ສະມາຄົມ ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ, ເນັ້ນໜັກວ່າ ປະຈຸບັນມີ 93% ບັນດາຫ້ອງການຂ່າວ ພວມມີທ່າອ່ຽງ ເພີ່ມທະວີ ການລົງທຶນເຂົ້າ AI, ສະນັ້ນ, ເລື່ອງຍົກອອກ ບັນດາຫລັກການ ເພື່ອຫັນການນຳໃຊ້ AI ເປັນມາດຖານ ໃນບັນດາ ອົງການສື່ມວນຊົນ ແລະ ກຳນົດທິດຄຸນສົມບັດ ຈັນຍາບັນອາຊີບ ໃນຍຸກສະໄໝ ດີຈີຕອນ ໄດ້ຮັບຄວາມເອົາໃຈໃສ່ ເປັນພິເສດຢູ່ ຫວຽດນາມ. ໃນສະພາບການຕົວຈິງນັ້ນ, ຜູ້ຕາງໜ້າ ຫວຽດນາມ ໄດ້ແນະນຳ ບັນດາຂໍ້ສະເໜີສ້າງ “ພັນທະມິດ ຮ່ວມມືດີຈີຕອນ” ລະຫວ່າງ ບັນດາອົງການສື່ມວນຊົນ ຢູ່ພາຍໃນພາກພື້ນ. ໃນຂະນະນັ້ນ, ທ່ານ ຫົວໜ້າຄະນະໂຄສະນາ ຄະນະພັກແຂວງ ຢຸນໜານ, ສປ ຈີນ, ປາດຖະໜາວ່າ ບັນດາ ສະມາຊິກຈະຕັ້ງໜ້າໝູນໃຊ້ ກຳລັງແຮງຂອງເຕັກໂນໂລຊີ ໃນສະພາບ ປັນຍາປະດິດ (AI) ພວມປ່ຽນແປງ ສື່ມວນຊົນທົ່ວໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL