ສປ ຈີນ ຈະຈັດສັບປະດາດີຈີຕອນ ເອເປັກ

16/07/2026 15:38
ຂປລ ທ່ານ ຫລິນ​ຈ້ຽນ ໂຄ​ສົກ​ກະ​ຊວງ​ ການ​ຕ່າງ​ປະ​ເທດ​ຈີນ​ ກ່າວ​ວ່າ: ໃນ​ຖາ​ນະ​ເປັນ​ປະ​ເທດ ​ເຈົ້າ​ພາບ​ຈັດກອງ​ປະ​ຊຸມ ​ຜູ້​ນຳ​ການ​ຮ່ວມ​ມື​ ດ້ານ​ເສດ​ຖະ​ກິດ ​ປາ​ຊີ-ປາ​ຊີ​ຟິກ ຫລື APEC ປີ 2026, ໃນ​ໝົດ​ປີ​ນີ້, ສປ ຈີນ ​ຈະ​ຈັດ​ກອງ​ປະ​ຊຸມ​ ລະ​ດັບ​ລັດ​ຖະ​ມົນ​ຕີ​ວິ​ຊາ​ການ ຫລື ກິດ​ຈະ​ກຳ​ລະ​ດັບ​ສູງ 10 ກວ່າ​ຄັ້ງ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ກອງ​ປະ​ຊຸມ ຖະ​ແຫລງ​ຂ່າວ​​ ໄດ້​ຈັດ​ຂຶ້ນໃນ​ວັນ​ທີ 15 ກໍ​ລະ​ກົດ​ນີ້, ທ່ານ ຫລິນ​ຈ້ຽນ ໂຄ​ສົກ​ກະ​ຊວງ​ ການ​ຕ່າງ​ປະ​ເທດ​ຈີນ​ ກ່າວ​ວ່າ: ໃນ​ຖາ​ນະ​ເປັນ​ປະ​ເທດ ​ເຈົ້າ​ພາບ​ຈັດກອງ​ປະ​ຊຸມ ​ຜູ້​ນຳ​ການ​ຮ່ວມ​ມື​ ດ້ານ​ເສດ​ຖະ​ກິດ ​ປາ​ຊີ-ປາ​ຊີ​ຟິກ ຫລື APEC ປີ 2026, ໃນ​ໝົດ​ປີ​ນີ້, ສປ ຈີນ ​ຈະ​ຈັດ​ກອງ​ປະ​ຊຸມ​ ລະ​ດັບ​ລັດ​ຖະ​ມົນ​ຕີ​ວິ​ຊາ​ການ ຫລື ກິດ​ຈະ​ກຳ​ລະ​ດັບ​ສູງ 10 ກວ່າ​ຄັ້ງ. ໃນ​ນັ້ນ, ສັບ​ປະ​ດາ ​ດີ​ຈີ​ຕອນ APEC ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເສິງ​ຕູ​ແຂວງ​ເສ​ສວນ​ ທີ່​ເປັນ​ນະ​ຄອນ​ ແຫ່ງ​ການ​ປະ​ດິດ​ສ້າງ​ໃໝ່ ​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ ສປ ​ຈີນ. ນີ້​ແມ່ນ​ໜຶ່ງ​ໃນ​ກິດ​ຈະ​ກຳ​ສຳ​ຄັນ​ທີ່​ສຸດ ແລະ ມີ​ເນື້ອ​ໃນ​ ອຸ​ດົມ​ສົມ​ບູນ​ທີ່​ສຸດ ໃນ​ບັນ​ດາ​ ກອງ​ປະ​ຊຸມ​ ລັດ​ຖະ​ມົນ​ຕີ ​ວິ​ຊາ​ການ​ຂອງ APEC.ທ່ານ ຫລີນ​ ຈ້ຽນ ​ກ່າວ​ຕື່ມ​ວ່າ: “ປີ​ ຈີນ” ຂອງ​ APEC ໄດ້​ຜ່ານ​ໄປ​ເຄິ່ງ​ໜຶ່ງ​ແລ້ວ, ການ​ຮ່ວມ​ມື​ ໃນ​ຂົງ​ເຂດ​ຕ່າງໆ​ ໄດ້​ດຳ​ເນີນ​ໄປ​ ຢ່າງ​ໜັກ​ແໜ້ນ. ສປ ຈີນ ​ຈະ​ສືບ​ຕໍ່​ເປັນ​ເຈົ້າ​ພາບ​ທີ່​ດີ, ພະ​ຍາ​ຍາມ​ຮ່ວມ​ກັບ ​ຝ່າຍ​ຕ່າງໆ ເພື່ອ​ຊຸກ​ຍູ້​ ໝາກ​ຜົນ​ແຫ່ງ​ ການ​ຮ່ວມ​ມື ​ໃນ​ຂົງ​ເຂດ​ຕ່າງ​ໆ ແລະ ກົນ​ໄກ​ຕ່າງໆ, ເຕົ້າ​ໂຮມ​ຄວາມ​ຮັບ​ຮູ້ ​ທີ່​ເປັນ​ເອ​ກະ​ພາບ​ກັນ ​ໃຫ້​ເຖິງ​ລະ​ດັບ​ສູງ​ສຸດ ເພື່ອ​ສ້າງ​ພື້ນ​ຖານ ​ທີ່​ດີ​ໃຫ້​ແກ່ ກອງປະ​ຊຸມ​ຜູ້​ນຳ APEC ທີ່​ຈະ​ຈັດ​ຂຶ້ນ​ ໃນ​ເດືອນ​ພະ​ຈິກ​ປີ​ນີ້ ແລະ ປະ​ກອບ​ສ່ວນ​ໃຫຍ່ ຫລວງກວ່າ​ເກົ່າ ​ເຂົ້າ​ໃນ​ການ​ພັດ​ທະ​ນາ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ​ຂອງ​ພາກ​ພື້ນ ​ອາ​ຊີ-ປາ​ຊີ​ຟິກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top