ຂປລ
ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ແຂວງຄໍາມ່ວນ ຈັດພິທີປ່ອຍປາປາກ ແລະ ປາມະ ນີການ 20 ພັນກວ່າໂຕ ລົງສູ່ວັງ ສະຫງວນເຂດແມ່ນໍ້າຂອງ ຂຶ້ນໃນ ວັນທີ 13 ກໍລະກົດ 2026 ທີ່ບ້ານ ມ່ວງສຸມ ເມືອງທ່າແຂກ ເນື່ອງໃນ ໂອກາດວັນປ່ອຍ ແລະ ອະນຸລັກ ສັດນໍ້າແຫ່ງຊາດ ຄົບຮອບ 29 ປີ (13 ກໍລະກົດ 1997-13 ກໍລະກົດ 2026) ໂດຍມີທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານ ງານພັກແຂວງຄຳມ່ວນ ພ້ອມດ້ວຍ ຜູ້ຕາງໜ້າຈາກໃນ 10 ຕົວເມືອງ, ອົງການຈັດຕັ້ງມະຫາຊົນ, ພະແນກ ການອ້ອມຂ້າງແຂວງ ແລະ ນ້ອງ ນັກຮຽນເຂົ້າຮ່ວມ.
ທ່ານ ແກ້ວບຸນຂວັນ ໄຊຍະວົງ ສາ ຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງຄໍາມ່ວນ ໄດ້ ກ່າວວ່າ: ໃນປັດຈຸບັນ ຈໍານວນປາ ແລະ ສັດນໍ້າພວມຖືກຄຸກຄາມ ຈາກ ທຳມະຊາດ ແລະ ຄົນ ຊຶ່ງເຮັດໃຫ້ ສັດນ້ຳໃນປັດຈຸບັນ ນັບມື້ນັບຫລຸດ ໜ້ອຍຖອຍລົງເປັນລຳດັບ, ຈາກ ເຫດຜົນດັ່ງກ່າວ ພັກ-ລັດ ຈຶ່ງໄດ້ ຮ່ວມມືກັບຫລາຍອົງການ ເພື່ອວາງ ກົດໝາຍ, ລະບຽບ ແລະ ມາດຕະ ການຕ່າງໆ ໂດຍສຸມໃສ່ໃນການປົກ ປັກຮັກສາສັດນ້ຳ ແລະ ສັດປ່າ ໃຫ້ ຄົງຢູ່ກັບທຳມະຊາດແບບຍືນຍົງ, ຄຽງຄູ່ກັນນັ້ນກໍໄດ້ສົມທົບກັບທຸກ ພາກສ່ວນທັງພາຍໃນ ແລະ ຕ່າງ ປະເທດຂົນຂວາຍຫລາຍໆດ້ານ ເພື່ອຊ່ວຍໃນການປົກປັກຮັກສາ ແລະ ພັດທະນາສັດນ້ຳໃຫ້ນັບມ້ ນັບຫລາຍ ຊຶ່ງໃນໄລຍະຜ່ານມາກໍ ໄດ້ມີການປະກາດ, ສ້າງຕັ້ງ ຫລື ກຳນົດເຂດອະນຸລັກ (ສ້າງວັງ ສະຫງວນ) ໄດ້ 113 ແຫ່ງ ເພື່ອເປັນ ບ່ອນແພ່ພັນ, ນອກນັ້ນກໍໄດ້ສ້າງ ຂະບວນການປ່ອຍປາລົງໜອງ, ລົງ ອ່າງ, ແຫລ່ງນໍ້າຕາມທຳມະຊາດ. ສຳລັບປີນີ້, ທາງພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ໄດ້ ອອກແຈ້ງການກ່ຽວກັບການສ້າງ ຂະບວນການເຖິງຫ້ອງການກະສິ ກຳ ແລະ ສິ່ງແວດລ້ອມເມືອງ, ລົງ ສູ່ທ້ອງຖິ່ນຂັ້ນບ້ານຄື : ຫ້າມນຳໃຊ້ ທາດເບື່ອ, ລະເບີດ, ອາວຸດ, ເຄື່ອງ ໄຟຟ້າ, ຄື້ນ, ເຄື່ອງແສງ, ສຽງ ເພື່ອຫາ ຫລື ຈັບສັດນ້ຳ ແບບດັບ ສູນ; ຫ້າມນຳໃຊ້ເຄື່ອງມືຫາປາທີ່ມີ ຄວາມສ່ຽງໃຫ້ສັດນ້ຳສູນພັນ ເຊັ່ນ: ອວນ, ລີ່, ມອງຕາຖີ່, ໂຕ່ງ, ລອບ ຂະໜາດໃຫຍ່ ແລະ ອື່ນໆ; ຫ້າມ ຫາສັດນ້ຳຈາກແຫລ່ງທຳມະຊາດດ້ວຍການຕັນຫ້ວຍ, ໂສກ, ບຸ່ງ, ຄອງນ້ຳ, ຂຸດໜອງ ຫລື ດູດໜອງ ທຳມະຊາດ ທີ່ມີນ້ຳຕະຫລອດປີ; ຫ້າມຮັບເອົາ, ຊ້ືຂາຍ, ຄອບຄອງ ຫລື ຂົນສົ່ງສັດນ້ຳບັນຊີ 1 ໂດຍ ບ່ໍ່ໄດ້ຮັບອະນຸຍາດ; ຫ້າມສ້າງສິ່ງ ກີດຂວາງທາງເດີນ ຂອງສັດນ້ຳ ໂດຍບ່ໍ່ໄດ້ຮັບອະນຸຍາດ; ຫ້າມລ້ຽງ ຫລື ປ່ອຍສັດນ້ຳ ຕ່າງຖິ່ນທີ່ມີຄວາມ ສ່ຽງທຳລາຍສັດນ້ຳພື້ນເມືອງ ແລະ ລະບົບນິເວດ; ຫ້າມປູກພືດນ້ຳທ່ີ ຈະເປັນການທຳລາຍລະບົບນິເວດ ຫລື ແຫລ່ງລ້ຽງສັດ ໂດຍບໍ່ໄດ້ ຮັບອະນຸຍາດ; ຫ້າມບຸກລຸກ ວັງ ສະຫງວນ ຫລື ເຂດອະນຸລັກພັນ ສັດນ້ຳ, ເຂດປາອໍ, ແຫລ່ງສັດນ້ຳ ວາງໄຂ່, ເຂດຈະເລີນເຕີບໂຕຂອງ ລູກສັດນ້ຳໄວອ່ອນ; ຫ້າມຫາສັດນ້ຳ ໃນລະດູວາງໄຂ່ ; ຫ້າມບໍລິໂພກ, ຊື້-ຂາຍ ສັດນ້ຳ ທີ່ຕາຍບໍ່ຮູ້ສາເຫດ, ເປັນພະຍາດ ຫລື ປົນເປ້ືອນສານ ເຄມີຕົກຄ້າງ ແລະ ຫ້າມມີພຶດຕິກຳ ອື່ນໆ ທີ່ເປັນການລະເມີດກົດໝາຍ.
ນອກຈາກນັ້ນ, ທາງຫ້ອງການ ກະສິກໍາ ແລະ ປ່າໄມ້ ເມືອງທ່າແຂກ ຍັງໄດ້ອະນຸມັດໃຫ້ບ້ານມ່ວງສຸມ ສ້າງວັງສະຫງວນຂຶ້ນເພື່ອຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນສັດນ້ໍາ ຂອງບ້ານ ຢູ່ສາຍນໍ້າຂອງ ເຂດຄຸ້ມ ຄອງ ແລະ ນໍາໃຊ້ຊັບພະຍາກອນ ສັດນໍ້າຂອງບ້ານ ໂດຍມີຊື່ວັງວ່າ “ວັງສະຫງວນພະທາດສີໂຄດ ຕະບອງ.
KPL