ຂປລ
ຍ້ອນວ່າ ບັນດາປະເທດ ສະມາຊິກເອີຣົບ ຍາດກັນຊື້ແກັສທຳມະຊາດ ແຮໄວ້ ກ່ອນຄຳສັ່ງ ຫ້າມນຳເຂົ້າຈາກລັດເຊຍ ມີຜົນບັງຄັບໃຊ້, 6 ເດືອນຕົ້ນປີນີ້, ປະເທດເຫລົ່ານີ້ ໄດ້ນຳເຂົ້າແກັສທຳມະຊາດ ທາດແຫລວ ຈາກລັດເຊຍ ເຖິງ 9,89 ລ້ານໂຕນ ເຊິ່ງໄດ້ສ້າງສະຖິຕິສູງສຸດ ໃນປະຫວັດສາດ ແລະ ເພີ່ມຂຶ້ນ 18% ເມື່ອທຽບໃສ່ ປີກາຍ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ໜັງສືພິມ “ຟາຍນັນໂຊທາມ” ຂອງອັງກິດ ສະບັບວັນທີ 13 ກໍລະກົດນີ້ ລາຍງານວ່າ: ຍ້ອນວ່າ ບັນດາປະເທດ ສະມາຊິກເອີຣົບ ຍາດກັນຊື້ແກັສທຳມະຊາດ ແຮໄວ້ ກ່ອນຄຳສັ່ງ ຫ້າມນຳເຂົ້າຈາກ ລັດເຊຍ ມີຜົນບັງຄັບໃຊ້, 6 ເດືອນຕົ້ນປີນີ້, ປະເທດເຫລົ່ານີ້ ໄດ້ນຳເຂົ້າແກັສທຳມະຊາດ ທາດແຫລວ ຈາກລັດເຊຍ ເຖິງ 9,89 ລ້ານໂຕນ ເຊິ່ງໄດ້ສ້າງສະຖິຕິສູງສຸດ ໃນປະຫວັດສາດ ແລະ ເພີ່ມຂຶ້ນ 18% ເມື່ອທຽບໃສ່ ປີກາຍ.ສະຫະພາບ ເອີຣົບ ຈະຈ່າຍເງິນ ສູງເຖິງ 6 ຕື້ເອີໂຣ. ໃນນັ້ນ, ຝຣັ່ງ, ແບນຊິກ ແລະ ແອັດສະປາຍ ໄດ້ນຳເຂົ້າຫລາຍທີ່ສຸດ ໂດຍຕ່າງໄດ້ນຳເຂົ້າ 3,6 ລ້ານໂຕນ, 2,9 ລ້ານໂຕນ ແລະ 2,7 ລ້ານໂຕນໃນ 6 ເດືອນຕົ້ນປີນີ້ ຕາມລຳດັບ. ສະຫະພາບເອີຣົບ ໄດ້ຫ້າມບໍ່ໃຫ້ນຳເຂົ້າ ແກັສທຳມະຊາດ ທາດແຫລວຈາກ ລັດເຊຍ ພາຍໃຕ້ຂອບສັນຍາ ໄລຍະສັ້ນ ນັບແຕ່ ເດືອນເມສາປີນີ້ ເປັນຕົ້ນມາ, ແຕ່ສາມາດນຳເຂົ້າ ຕໍ່ພາຍໃຕ້ ຂອບສັນຍາ ໄລຍະຍາວ, ຈົນໄປເຖິງ ວັນທີ 1 ມັງກອນປີ 2027./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL