ຂປລ
ລັດຖະບານຈີນ ໄດ້ອະນຸມັດ “ແຜນພັດທະນາ 5 ປີຄັ້ງທີ 15 ໃນການເປີດກວ້າງ ການບໍລິໂພກ” ເຊິ່ງເປັນແຜນພັດທະນາ ລະດັບຊາດ ສະບັບທຳອິດ ໃນຂົງເຂດ ການບໍລິໂພກຂອງ ສປ ຈີນ ໂດຍໄດ້ກຳນົດ ແຜນດຳເນີນງານ ໃຫ້ແກ່ ການສືບຕໍ່ ເປີດກວ້າງ ຄວາມຕ້ອງການພາຍໃນ ແລະ ກະຕຸກຊຸກຍູ້ ການບໍລິໂພກຂອງ ສປ ຈີນໃນ 5 ປີຕໍ່ໜ້າ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ລັດຖະບານຈີນ ໄດ້ອະນຸມັດ “ແຜນພັດທະນາ 5 ປີຄັ້ງທີ 15 ໃນການເປີດກວ້າງ ການບໍລິໂພກ” ເຊິ່ງເປັນແຜນພັດທະນາ ລະດັບຊາດ ສະບັບທຳອິດ ໃນຂົງເຂດ ການບໍລິໂພກຂອງ ສປ ຈີນ ໂດຍໄດ້ກຳນົດ ແຜນດຳເນີນງານ ໃຫ້ແກ່ ການສືບຕໍ່ ເປີດກວ້າງ ຄວາມຕ້ອງການພາຍໃນ ແລະ ກະຕຸກຊຸກຍູ້ ການບໍລິໂພກຂອງ ສປ ຈີນໃນ 5 ປີຕໍ່ໜ້າ. ແຜນພັດທະນາດັ່ງກ່າວ ໄດ້ສະເໜີເປົ້າໝາຍ ການພັດທະນາສຳຄັນ ຢ່າງຈະແຈ້ງວ່າ: ເມື່ອຮອດປີ 2030, ຂະໜາດຕະຫລາດ ການບໍລິໂພກ ຈະໄດ້ຮັບການເປີດກວ້າງອອກ ຢ່າງຕໍ່ເນື່ອງ, ອັດຕາການບໍລິໂພກ ຂອງພົນລະເມືອງຈີນ ໄດ້ຮັບການຍົກສູງຂຶ້ນ ຢ່າງຈະແຈ້ງ, ການບໍລິໂພກ ດ້ານສິນຄ້າ ແລະ ການບໍລິການທົ່ວສັງຄົມ ຈະຮັກສາການເຕີບໂຕອ່າວໄວ, ຍອດມູນຄ່າການຈຳໜ່າຍ ເຄື່ອງອຸປະໂພກ-ບໍລິໂພກໃນສັງຄົມຈີນ ຈະບັນລຸ ປະມານ 60.000 ຕື້ຢວນ. ສິ່ງທີ່ຄວນເວົ້າເຖິງນັ້ນຄື: ແຜນພັດທະນາດັ່ງກ່າວ ປະກອບມີ 9 ພາກສ່ວນ ໂດຍໄດ້ສຸມໃສ່ການລ້ຽງດູຜູ້ເຖົ້າ, ການລ້ຽງດູ ເດັກອ່ອນ, ການທ່ອງທ່ຽວ ວັດທະນະທຳ ແລະ ການບຳລຸງສຸຂະພາບ ທີ່ເປັນຄວາມຕ້ອງການ ດ້ານການບໍລິໂພກ ທີ່ມີລັກສະນະພື້ນຖານ, ລັກສະນະປັບປຸງ ແລະ ລັກສະນະພັດທະນາ ເຊິ່ງເປັນການໃຫ້ຄຳຕອບ ຢ່າງຈະແຈ້ງວ່າ: ໃນຍຸກໃໝ່ນີ້ຈະເຮັດແນວໃດ ເພື່ອຊຸກຍູ້ການເພີ່ມຂະໜາດ ແລະ ຍົກຄຸນນະພາບຂອງການບໍລິໂພກ ແລະ ຕອບສະໜອງ ຕາມຄວາມຕ້ອງການຂອງປະຊາຊົນ ທີ່ຢາກມີຊີວິດການເປັນຢູ່ ຫລາຍຮູບແບບ ແລະ ຄຸນນະພາບ ສູງກວ່າເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL