ຂປລ
6 ເດືອນຕົ້ນປີນີ້, ຍອດມູນຄ່າ ການຄ້າຂາເຂົ້າ-ຂາອອກ ລະຫວ່າງ ສປ ຈີນ ກັບອາຊຽນ ໄດ້ບັນລຸເຖິງ 4.340 ຕື້ຢວນ, ເພີ່ມຂຶ້ນ 18,2% ເມື່ອທຽບໃສ່ປີກາຍ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ຂໍ້ມູນຕົວເລກ ອົງການພາສີ ແຫ່ງຊາດຈີນ ລາຍງານວ່າ: 6 ເດືອນຕົ້ນປີນີ້, ຍອດມູນຄ່າ ການຄ້າຂາເຂົ້າ-ຂາອອກ ລະຫວ່າງ ສປ ຈີນ ກັບອາຊຽນ ໄດ້ບັນລຸເຖິງ 4.340 ຕື້ຢວນ, ເພີ່ມຂຶ້ນ 18,2% ເມື່ອທຽບໃສ່ປີກາຍ. ໃນນັ້ນ, ມູນຄ່າການຄ້າຂາເຂົ້າ-ຂາອອກ ໃນໄຕມາດທີ 2 ຂອງປີນີ້ ໄດ້ໄດ້ບັນລຸເຖິງ 2.370 ຕື້ຢວນ, ເພີ່ມຂຶ້ນ 20,2% ເມື່ອທຽບໃສ່ໄຕມາດທີ 2 ຂອງປີກາຍ ແລະ ໄດ້ຮັກສາການເພີ່ມຂຶ້ນ ເປັນ 10 ໄຕມາດຕິດຕໍ່ກັນ. ເຈົ້າໜ້າທີ່ ອົງການພາສີແຫ່ງຊາດຈີນ ກ່າວວ່າ: “ ສປ ຈີນ ແລະ ອາຊຽນ ຕ່າງເປັນຄູ່ການຄ້າ ໃຫຍ່ທີ່ສຸດຂອງກັນ ແລະ ກັນ ເປັນຫລາຍປີຕິດຕໍ່ກັນ. ການຄ້າ ລະຫວ່າງ ສອງຝ່າຍ ໄດ້ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ເຊິ່ງໄດ້ສະແດງໃຫ້ເຫັນວ່າ: ຂະບວນການເຊື່ອມໂຍງເຂົ້າກັນ ດ້ານເສດຖະກິດ ໃນພາກພື້ນຈີນ-ອາຊຽນ ໄດ້ຮັບໝາກຜົນ ທີ່ອຸດົມສົມບູນ.”ຕາມຂ່າວແຈ້ງວ່າ: ສປ ຈີນ ແລະ ອາຊຽນ ໄດ້ເພີ່ມທະວີ ການເຊື່ອມຈອດກັນ ດ້ານພື້ນຖານໂຄງລ່າງ ຢ່າງບໍ່ຢຸດຢັ້ງ ເຊິ່ງໄດ້ເປັນສິ່ງຄ້ຳປະກັນ ທີ່ແຂງແຮງໃຫ້ແກ່ ການຄ້າ ລະຫວ່າງ ສອງຝ່າຍ. 6 ເດືອນຕົ້ນປີນີ້, ການຄ້າຂາເຂົ້າ-ຂາອອກ ລະຫວ່າງ ສປ ຈີນ ກັບອາຊຽນ ໂດຍຜ່ານຊ່ອງທາງໃໝ່ ທາງບົກ ແລະ ທາງທະເລ ພາກຕາເວັນຕົກຂອງ ສປ ຈີນ ໄດ້ເພີ່ມຂຶ້ນ 18,2%. ໃນນັ້ນ, ການຂົນສົ່ງຕາມເສັ້ນທາງລົດໄຟ ແລະ ທາງຫລວງ ຕ່າງໄດ້ເພີ່ມຂຶ້ນ24,7% ແລະ 17,5% ຕາມລຳດັບ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL