6ເດືອນຕົ້ນປີ ມີຄົນເຂົ້າ-ອອກຜ່ານແດນສາກົນພູເກືອ 120.000 ກ່ວາຄົນ

15/07/2026 10:23
ຂປລ ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ໄລຍະ 6 ເດືອນ ຕົ້ນປີ 2026 ຢູ່ດ່ານສາກົນພູເກືອ ແຂວງອັດຕະປື ມີຄົນເດີນທາງຜ່ານ ເຂົ້າ-ອອກທັງໝົດ 123.333 ຄົນ, ຍິງ 28.214 ຄົນ, ເດັກ 6.474 ຄົນ ໃນນັ້ນ, ຄົນແຈ້ງເຂົ້າເມືອງ 61.919 ຄົນ, ຍິງ 14.121 ຄົນ, ເດັກ 3.272 ຄົນ, ລວມມີ 44 ສັນຊາດ ແລະ ຄົນແຈ້ງອອກເມືອງ ມີ 61.414 ຄົນ, ຍິງ 14.093 ຄົນ, ເດັກ 3.202 ຄົນ, ລວມມີ 48 ສັນຊາດ.

 ນອກນີ້, ຍັງມີລົດ ແຈ້ງເຂົ້າເມືອງ 30.058 ຄັນ, ມີ 4 ສັນຊາດ, ລົດແຈ້ງອອກລວມເມືອງ ມີ 28.492 ຄັນ ລວມມີ 3 ສັນຊາດ. ທ່ານ ພັທ ໂພໄຊ ຄຸນຈະເລີນ ຫົວໜ້າດ່ານຕໍາຫລວດກວດຄົນ ເຂ້ົາ-ອອກເມືອງ (ຕມ) ປະຈໍາ ດ່ານສາກົນພູເກືອ ໄດ້ໃຫ້ສໍາພາດ ໃນວັນທີ 10 ກໍລະກົດ 2026 ນີ້ວ່າ: ໃນໄລຍະ 6 ເດືອນຜ່ານ ມາ ເຈົ້າໜ້າທີ່ ຕມ ໄດ້ເອົາໃຈໃສ່ ປະສານສົມທົບກັບພາກສ່ວນຂະ ແໜງການທີ່ກ່ຽວຂ້ອງ ໃນການແກ້ໄຂວຽກງານປະກົດການຫຍ້ໍ ທໍ້ ທີ່ເກີດຂຶ້ນພາຍໃນດ່ານສາກົນພູ ເກືອ, ພ້ອມທັງສະຫລຸບຖອດຖອນ ບົດຮຽນກ່ຽວກັບການຈັດຕັ້ງປະ ຕິບັດໜ້າທີ່. ນອກນີ້, ຍັງໄດ້ປະ ສານສົມທົບກັບດ່ານສາກົນເບີອີ (ສສ ຫວຽດນາມ) ເພື່ອແລກປ່ຽນ ສະພາບການທີ່ເກີດຂຶ້ນໃນຂອບເຂດ ຊາຍແດນ ກໍຄືຂອບເຂດປະຕູດ່ານ ໃຫ້ມີຄວາມສະຫງົບໂດຍພື້ນຖານ. ພ້ອມນີ້, ກໍາລັງເຈົ້າໜ້າທີ່ຕຳຫລວດ ກວດຄົນເຂົ້າ-ອອກເມືອງ ທີ່ປະຈຳ ການຢູ່ດ່ານສາກົນພູເກືອ ແມ່ນມີ ແນວຄິດຫລັກໝັ້ນການເມືອງໜັກ ແໜ້ນ ຫ້າວຫັນ ເຮັດສຳເລັດໜ້າທ່ີ ວຽກງານວິຊາສະເພາະທີ່ການ ຈັດຕັ້ງມອບໝາຍໃຫ້. ຊຶ່ງສະແດງ ອອກໃນການບໍລິການບັນດາຄົນ ຕ່າງດ້າວ ແລະ ຊາວຕ່າງປະເທດ ລວມທັງພົນລະເມືອງລາວ ທີ່ມີການ ເຂົ້າ-ອອກຜ່ານປະຕູດ່ານ ແມ່ນມີ ຄວາມເປັນລະບຽບຮຽບຮ້ອຍ ຮັບ ປະກັນທາງດ້ານຄວາມສະຫງົບ ປອດໄພ, ມີຄວາມສາມັກຄີ ຮັກແພງ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ບໍ່ວ່າໃນຍາມເຈັບເປັນ ກໍຄືການເຮັດໜ້າທ່ ວຽກງານວິຊາສະເພາະ.

ທ່ານ ພັທ ໂພໄຊ ຄຸນຈະເລີນ ໃຫ້ ຮູ້ຕື່ມວ່າ: ໃນຕໍ່ໜ້ານີ້ ທາງເຈົ້າໜ້າທ່ີ ຕມ ປະຈໍາດ່ານສາກົນພູເກືອ ຈະສືບ ຕໍ່ຍົກສູງການຄຸ້ມຄອງ ແລະ ກວດ ກາຄົນເຂົ້າ-ອອກເມືອງ ໃຫ້ຖືກຕ້ອງ ຕາມກົດໝາຍ, ເພີ່ມທະວີການຄຸ້ມ ຄອງຄົນຕ່າງປະເທດ, ພາຫະນະ ແລະ ສິນຄ້າຜ່ານດ່ານ ພ້ອມທັງ ປ້ອງກັນການເຂົ້າ-ອອກເມືອງ ຜິດກົດໝາຍ, ສືບຕໍ່ປະສານງານ ຢ່າງໃກ້ຊິດກັບພາກສ່ວນປະຈຳ ດ່ານ ເຊັ່ນ: ພາສີ, ກັກກັນພືດ-ສັດ, ສາທາລະນະສຸກ, ທະຫານ ແລະ ຕຳຫລວດ ເພ່ືອອຳນວຍຄວາມສະ ດວກໃນການຜ່ານດ່ານ ແລະ ຮັກ ສາຄວາມປອດໄພ. ນອກຈາກນັ້ນ, ຈະເນັ້ນໜັກໃສ່ການຕໍ່ສູ້ ແລະ ສະກັດ ກັ້ນອາຊະຍາກຳຂ້າມຊາດ, ການຄ້າ ມະນຸດ, ການລັກລອບເຂົ້າ-ອອກ ເມືອງ ແລະ ການນຳໃຊ້ເອກະສານ ປອມຄວບຄູ່ກັບການນຳເຕັກໂນ ໂລຊີມາໃຊ້ໃນການບໍລິຫານຂໍ້ມູນ ເພື່ອຍົກລະດັບປະສິດທິພາບການ ບໍລິການ.

ພ້ອມນີ້, ຈະສືບຕໍ່ເອົາໃຈໃສ່ວຽກ ງານສ້າງພະນັກງານ ອົບຮົມ ແລະ ພັດທະນາຄວາມຮູ້ຄວາມສາມາດ ດ້ານວິຊາສະເພາະ ຄຸນນະທຳ ແລະ ລະບຽບວິໄນ ເພື່ອໃຫ້ການປະຕິບັດ ໜ້າທີ່ຕອບສະໜອງຕໍ່ສະພາບການ ຕົວຈິງ ແລະ ປະກອບສ່ວນຮັກສາ ຄວາມໝັ້ນຄົງ ຄວາມສະຫງົບ ຕາມ ຊາຍແດນ ພ້ອມສ້າງຄວາມເຊື່ອໝັ້ນ ໃຫ້ແກ່ປະຊາຊົນ ແລະ ນັກເດີນທາງ ທີ່ໃຊ້ບໍລິການຜ່ານດ່ານສາກົນພູ ເກືອ.       

 ຂ່າວ: ມະນີວອນ

KPL

ຂ່າວອື່ນໆ

ads
ads

Top