ເວທີສົນທະນາເຈົ້າຄອງນະຄອນໂລກ 2026 ຈັດຂຶ້ນຢູ່ສິບສອງພັ່ນນາ

16/07/2026 15:38
ຂປລ ກອງປະຊຸມ ເວທີສົນທະນາ ເຈົ້າຄອງນະຄອນໂລກ 2026 ໄດ້ຈັດຂຶ້ນຢູ່ກິ່ງ ແຂວງປົກຄອງຕົນເອງເຜົ່າລື້ ສິບສອງ ພັ່ນນາ ແຂວງຢຸນນານຂອງ ສປ ຈີນ. ເວທີສົນທະນາຄັ້ງນີ້ ຈັດຂຶ້ນພາຍໃຕ້ຫົວຂໍ້ “ປ່າຝົນ ແລະ ບ້ານເມືອງ: ການຢູ່ ຮ່ວມກັນ, ສ້າງສາຮ່ວມກັນ ແລະ ຊົມໃຊ້ຮ່ວມກັນ”

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ລະຫວ່າງ ວັນທີ 14-16 ກໍລະກົດນີ້, ກອງປະຊຸມ ເວທີສົນທະນາ ເຈົ້າຄອງນະຄອນໂລກ 2026 ໄດ້ຈັດຂຶ້ນຢູ່ກິ່ງ ແຂວງປົກຄອງຕົນເອງເຜົ່າລື້ ສິບສອງພັ່ນນາ ແຂວງຢຸນນານຂອງ ສປ ຈີນ. ເວທີສົນທະນາຄັ້ງນີ້ ຈັດຂຶ້ນພາຍໃຕ້ຫົວຂໍ້ “ປ່າຝົນ ແລະ ບ້ານເມືອງ: ການຢູ່ຮ່ວມກັນ, ສ້າງສາຮ່ວມກັນ ແລະ ຊົມໃຊ້ຮ່ວມກັນ”, ຄວບຄູ່ກັບການຈັດກິດຈະກໍາຕ່າງໆ ເປັນ ຕົ້ນແມ່ນເວທີສົນທະນາຫລັກ ແລະ ການຢ້ຽມຢາມ ທັດສະນະສຶກສາ ເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ ປິ່ນອ້ອມຫົວຂໍ້ຕ່າງໆ ເຊັ່ນ: ການສ້າງຊົນນະບົດ ໃຫ້ຈະເລີນ ຮຸ່ງເຮືອງ, ການພັດທະນາ ອຸດສາຫະກໍາ ທີ່ມີເອກະລັກ, ການອະນຸລັກ ຮັກສາສິ່ງແວດລ້ອມ ແລະ ອື່ນໆ ລວມເຖິງ ການສ້າງເວທີການແລກປ່ຽນ ລະຫວ່າງ ນະຄອນ ແລະ ເວທີການເຜີຍແຜ່ ຂໍ້ມູນຂ່າວ ສານສາກົນ. ເວທີສົນທະນາດັ່ງກ່າວ ຊີ້ນໍາໂດຍ ຫ້ອງການຖະແຫລງຂ່າວ ລັດຖະບານຈີນ, ຈັດໂດຍຫ້ອງການຖະແຫລງຂ່າວ ອົງການປົກຄອງແຂວງຢຸນນານ ແລະ ອົງການປົກຄອງກິ່ງ ແຂວງສິບສອງພັ່ນນາ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ເອີຣົບ ນຳເຂົ້າແກັສທາດແຫລວຈາກ ລັດເຊຍ ຢ່າງຫລວງຫລາຍຂ່າວຕ່າງປະເທດ

      ເອີຣົບ ນຳເຂົ້າແກັສທາດແຫລວຈາກ ລັດເຊຍ ຢ່າງຫລວງຫລາຍ

      7/16/2026 3:38:20 PM

      ຍ້ອນ​ວ່າ ​ບັນ​ດາ​ປະ​ເທດ ​ສະ​ມາ​ຊິກ​ເອີ​ຣົບ ​ຍາດ​​ກັນຊື້​ແກັ​ສ​ທຳ​ມະ​ຊາດ​​ ແຮ​ໄວ້ ກ່ອນ​ຄຳ​ສັ່ງ ​ຫ້າມ​ນຳ​ເຂົ້າ​ຈາກ​ລັດ​ເຊຍ ມີ​ຜົນ​ບັງ​ຄັບ​ໃຊ້, 6 ເດືອນ​ຕົ້ນ​ປີ​ນີ້, ປະ​ເທດ​ເຫລົ່າ​ນີ້​ ໄດ້​ນຳ​ເຂົ້າ​ແກັ​ສ​ທຳ​ມ​ະຊາດ ​ທາດ​ແຫລວ ​ຈາກ​ລັດ​ເຊຍ ​ເຖິງ 9,89 ລ້ານ​ໂຕນ ເຊິ່ງ​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ ໃນ​ປະ​ຫວັດ​ສາດ ແລະ ເພີ່ມ​ຂຶ້ນ 18% ເມື່ອ​ທຽບ​ໃສ່​ ປີ​ກາຍ.

    • ສສ ຫວຽດນາມ ເລັ່ງພັດທະມິດຮ່ວມມືດີຈີຕອນ ກັບບັນດາ ອົງການສື່ມວນຊົນໃນພາກພື້ນຂ່າວຕ່າງປະເທດ

      ສສ ຫວຽດນາມ ເລັ່ງພັດທະມິດຮ່ວມມືດີຈີຕອນ ກັບບັນດາ ອົງການສື່ມວນຊົນໃນພາກພື້ນ

      7/16/2026 3:38:18 PM

      ກອງ​ປະ​ຊຸມ​ປະຈຳ​ປີ ​ສະ​ຫະ​ພັນ ການ​ສື່​ສານ ອາ​ຊີ ແລະ ອາ​ຊີ​ ຕາ​ເວັນ​ອອກ​ສ່ຽງ​ໃຕ້ 2026 ໄດ້​ຈັດ​ຂຶ້​ນ​ ເມື່ອບໍ່ດົນມານີ້ ຢູ່ ຄຸນ​ໝິງ, ແຂວງ ຢຸນ​ໜານ ຂອງ ສປ ຈີນ. ຫົວ​ຂໍ້​ໄດ້​ຮັບ​ຄວາມ​ສົນ​ໃຈ ຈາກຫລາຍ​ອົງ​ການ ແລະ ອົງ​ການ​ຈັດ​ຕັ້ງ​ ສື່ມວນ​ຊົນ ​ພາຍ​ໃນ​ພາກ​ພື້ນ ແມ່ນ​ຄວາມ​ຮັບ​ຜິດ​ຊອບ ​ຂອງ​ສື່ມວນ​ຊົນ​ ໃນ​ຍຸກ​ສະ​ໄໝ​ດີ​ຈີ​ຕອນ​ ແລະ ຍຸກ AI.

    • ສປ ຈີນ ເຜີຍແຜ່ ແຜນພັດທະນາລະດັບຊາດ ສະບັບທຳອິດ ໃນຂົງເຂດການບໍລິໂພກຂ່າວຕ່າງປະເທດ

      ສປ ຈີນ ເຜີຍແຜ່ ແຜນພັດທະນາລະດັບຊາດ ສະບັບທຳອິດ ໃນຂົງເຂດການບໍລິໂພກ

      7/16/2026 3:38:16 PM

      ລັດ​ຖະ​ບານ​ຈີນ​ ໄດ້​ອະ​ນຸ​ມັດ “ແຜນ​ພັດ​ທະ​ນາ 5 ປີ​ຄັ້ງ​ທີ 15 ໃນ​ການ​ເປີດກວ້າງ​ ການ​ບໍ​ລິ​ໂພກ” ເຊິ່ງ​ເປັນແຜນ​ພັດ​ທະ​ນາ ​ລະ​ດັບ​ຊາດ ​ສະ​ບັບ​ທຳ​ອິດ​ ໃນ​ຂົງ​ເຂດ​ ການ​ບໍ​ລິ​ໂພກຂອງ​ ສປ ຈີນ ໂດຍ​ໄດ້​​ກຳ​ນົດ ແຜນດຳ​ເນີນ​ງານ​ ໃຫ້​ແກ່ ການ​ສືບ​ຕໍ່​ ເປີດກວ້າງ​ ຄວາມ​ຕ້ອງ​ການ​ພາຍ​ໃນ ແລະ ກະ​ຕຸກ​ຊຸກ​ຍູ້​ ການ​ບໍ​ລິ​ໂພກ​ຂອງ​ ສປ ຈີນ​ໃນ 5 ປີ​ຕໍ່​ໜ້າ.

    • ສປ ຈີນ ຈະຈັດສັບປະດາດີຈີຕອນ ເອເປັກຂ່າວຕ່າງປະເທດ

      ສປ ຈີນ ຈະຈັດສັບປະດາດີຈີຕອນ ເອເປັກ

      7/16/2026 3:38:10 PM

      ທ່ານ ຫລິນ​ຈ້ຽນ ໂຄ​ສົກ​ກະ​ຊວງ​ ການ​ຕ່າງ​ປະ​ເທດ​ຈີນ​ ກ່າວ​ວ່າ: ໃນ​ຖາ​ນະ​ເປັນ​ປະ​ເທດ ​ເຈົ້າ​ພາບ​ຈັດກອງ​ປະ​ຊຸມ ​ຜູ້​ນຳ​ການ​ຮ່ວມ​ມື​ ດ້ານ​ເສດ​ຖະ​ກິດ ​ປາ​ຊີ-ປາ​ຊີ​ຟິກ ຫລື APEC ປີ 2026, ໃນ​ໝົດ​ປີ​ນີ້, ສປ ຈີນ ​ຈະ​ຈັດ​ກອງ​ປະ​ຊຸມ​ ລະ​ດັບ​ລັດ​ຖະ​ມົນ​ຕີ​ວິ​ຊາ​ການ ຫລື ກິດ​ຈະ​ກຳ​ລະ​ດັບ​ສູງ 10 ກວ່າ​ຄັ້ງ.

    • ຍອດມູນຄ່າການຄ້າຈີນ-ອາຊຽນ ເພີ່ມຂຶ້ນຫລາຍກວ່າ 18%ຂ່າວຕ່າງປະເທດ

      ຍອດມູນຄ່າການຄ້າຈີນ-ອາຊຽນ ເພີ່ມຂຶ້ນຫລາຍກວ່າ 18%

      7/16/2026 3:38:08 PM

      6 ເດືອນ​ຕົ້ນ​ປີ​ນີ້, ຍອດ​ມູນ​ຄ່າ​ ການ​ຄ້າ​ຂາ​ເຂົ້າ-ຂາ​ອອກ ​ລະ​ຫວ່າງ​ ສປ ຈີນ ​ກັບ​ອາ​ຊຽນ ໄດ້​ບັນ​ລຸ​ເຖິງ 4.340 ຕື້ຢວນ, ເພີ່ມ​ຂຶ້ນ 18,2% ເມື່ອ​ທຽບ​ໃສ່​​ປີ​ກາຍ.

ads
ads

Top