ຂປລ
ໃນໂອກາດເຄື່ອນໄຫວວຽກງານຢູ່ແຂວງຫລວງພະບາງ, ວັນທີ 13 ກໍລະກົດ 2026 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ພົບປະໂອ້ລົມ ຄະນະນໍາ ແລະ ພະນັກງານຫລັກແຫລ່ງ ແຂວງຫລວງພະບາງ.
ຂປລ. ໂດຍທ່ານໄດ້ເນັ້ນໃຫ້ການນຳຂອງແຂວງ ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ; ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນພັກ, ເປັນຫລັກແຫລ່ງເຕົ້າໂຮມຄວາມສາມັກຄີໃນທົ່ວປວງຊົນ, ຍົກສູງຄວາມເປັນແບບຢ່າງນໍາໜ້າ ຂອງຄະນະພັກແຕ່ລະຂັ້ນ; ເສີມຂະຫຍາຍທ່າແຮງບົ່ມຊ້ອນໃນການພັດທະນາ ໂດຍສຸມໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ ບັນລຸຕາມຄາດໝາຍທີ່ວາງໄວ້, ຖືສຳຄັນການປົກປັກຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ ກໍຄື ຂອງທ້ອງຖິ່ນຫລວງພະບາງ ໃຫ້ມີຄວາມຍືນຍົງ, ຮັກສາໄດ້ຄວາມເປັນມໍລະດົກໂລກຫລວງພະບາງ, ບໍ່ໃຫ້ມີການສວຍໃຊ້ບັນດາອາຄານສະຖານທີ່ເກົ່າແກ່ໃຫ້ເປັນການພັດທະນາໃໝ່ ທີ່ບໍ່ກົມກືນກັບຄວາມເປັນມໍລະດົກໂລກຫລວງພະບາງ, ສຸມໃສ່ການບຸກທະລຸດ້ານການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຮັບປະກັນໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນ ດ້ວຍການນຳໃຊ້ທ່າແຮງຂອງທ້ອງຖິ່ນ ຕາມທິດພັດທະນາສີຂຽວ ແລະ ຍືນຍົງ.
ໂອກາດນີ້, ທ່ານ ບຸນເລື່່ອມ ມະນີວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ ກໍໄດ້ລາຍງານສະພາບການພັດທະນາແຂວງໃນໄລຍະຜ່ານມາ ພາຍໃຕ້ການນໍາພາ-ຊີ້ນໍາວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກ ແຂວງ ໃນໄລຍະ 6 ເດືອນຜ່ານມາ ເຫັນວ່າມີຜົນສໍາເລັດຫລາຍດ້ານ, ບາງດ້ານສາມາດບັນລຸຄາດໝາຍ ແລະ ລື່ນຄາດໝາຍທີີ່ວາງໄວ້ ອັນພົ້ນເດັ່ນ ໄດ້ກໍານົດແບບແຜນວິທີເຮັດວຽກ ຂອງປະທານ-ຮອງປະທານຄະນະກໍາມະການປົກຄອງແຂວງ ແລະ ແບ່ງຄວາມຮັບຜິດຊອບ ໃຫ້ມີຄວາມສອດຄ່ອງ, ສ້າງແຜນກໍານົດພະນັກງານນໍາພາຄຸ້ມຄອງ (ຂັ້ນແຂວງຄຸ້ມຄອງ) ຢູ່ເມືອງໂພນທອງ, ເມືອງວຽງຄໍາ ແລະ ເມືອງງອຍ ແລະ ພະແນກການ-ອົງການຈໍານວນໜຶ່ງ, ປັບປຸງກົງຈັກ ຢູ່ບັນດາພະແນກການຈໍານວນໜຶ່ງ, ປະກາດການສ້າງຕັັ້ງຕາແສງໄດ້ 8 ຕາແສງ ຄື: ຕາແສງຊຽງທອງ ນະຄອນຫລວງພະບາງ, ຕາແສງ ປາກອູ, ຕາແສງປາກແຈກ, ຕາແສງ ຫາດປາງ ເມືອງປາກອູ ແລະ ຕາ ແສງພູຄູນ, ຕາແສງຜາເກັ່ງ, ຕາ ແສງພູວຽງ ແລະ ຕາແສງທ່າບ່ໍແກ້ວ ເມືອງພູຄູນ. ໃນນັ້ນ, ຕາແສງ ຊຽງທອງ ນະຄອນຫລວງພະບາງ ທີີ່ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ຕາມພາລະບົດບາດ, ສິດ, ໜ້າທີ່ ເປັນປົກກະຕິ ແລະ ຄາດຄະເນຈະປະກາດສ້າງຕັ້ງຕາແສງໃນທົ່ວແຂວງ ໃຫ້ສໍາເລັດໃນເດືອນຕຸລາ ປີ 2026. ພ້ອມນີ້, ທ່ານໄດ້ສະເໜີ ໃຫ້ເລຂາທິການໃຫຍ່ ຊ່ວຍຊຸກຍູ້ ໂຄງການສ້າງຂົວຂ້າມນໍ້າຂອງ ລະ ຫວ່າງ ນະຄອນຫລວງພະບາງ ຫາ ເມືອງຈອມເພັດ ໃຫ້ໄດ້ຮັບການຈັດ ຕັ້ງປະຕິບັດຕາມແຜນການທີ່ກໍາ ນົດໄວ້, ຊ່ວຍຊຸກຍູ້ໂຄງການກໍ່ສ້າງເສັັ້ນທາງແຕ່ ພູທິດເຜິ້ງເຊື່ອມຈອດຊາຍແດນ ແຂວງດຽນບຽນ ສສ ຫວຽດນາມ ຄວາມຍາວ 107 ກິໂລແມັດ ແລະ ການກໍ່ສ້າງຍົກລະດັບດ່ານຊາຍແດນປະເພນີນາຊອນ- ຫ້ວຍປວກຈາກດ່ານປະເພນີຂຶ້ນ ເປັນດ່ານສາກົນເພື່ອອຳນວຍ ຄວາມສະດວກໃຫ້ແກ່ການສັນຈອນ ແລະ ການຂົນສົ່ງສີນຄ້າ.
ຂ່າວ: ອາພຸດເດດ ບຸບຜາ ພາບ: ທະນູສີນ ອິດທິພົນ
KPL