ເລຂາທິການໃຫຍ່ປະທານປະເທດ ເຄື່ອນໄຫວເຮັດວຽກ ຢູ່ແຂວງຫລວງພະບາງ

14/07/2026 08:12
ຂປລ ຕອນເຊົ້າວັນທີ 12 ກໍລະກົດ 2026 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ພ້ອມດ້ວຍພັນລະຍາ ແລະ ຄະນະນຳຂັ້ນສູນກາງ ເຄື່ອນໄຫວເຮັດວຽກຢູ່ແຂວງຫລວງພະບາງ.

        ຂປລ.  ໂດຍມີທ່ານ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຫລວງພະບາງ, ພ້ອມດ້ວຍຄະນະໃຫ້ການຕ້ອນຮັບ ແລະ ເຄື່ອນໄຫວຕິດຕາມກວດກາພື້ນທີ່ໂຄງການກໍ່ສ້າງພັດທະນາແຄມນ້ຳຂອງ-ແຄມ ນ້ຳຄານ ນະຄອນຫລວງພະບາງ.

         ໂອກາດນີ້, ທ່ານ ໄຊແກ້ວ ທະວີໃຈ ຫົວໜ້າພະແນກໂຍທາທິການ ແລະ ຂົນສ່ົງ ໄດ້ລາຍງານວ່າ: ໂຄງການກໍ່ສ້າງພັດທະນາແຄມນ້ຳຂອງ-ແຄມນ້ຳຄານ ເປັນການຈັດຕັ້ງປະຕິບັດ ໂຄງການຄຸ້ມຄອງໄພພິບັດທຳມະຊາດ ເຂດອາຊີຕາເວັນອອກສ່ຽງໃຕ້ ເພື່ອປ້ອງກັນຕາຝັ່ງເຈື່ອນ ເພາະໄລຍະຜ່ານມາເຂດແຄມນ້ຳຄານ ແລະ ແຄມນ້ຳຂອງ ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດຫລາຍສົມຄວນ ແລະ ມີຄວາມສ່ຽງ ຕໍ່ການເຊາະເຈື່ອນໃນອະນະຄົດ ຈຶ່ງມີຄວາມຈຳເປັນຕ້ອງກໍ່ສ້າງລະບົບປ້ອງກັນຕາຝັ່ງເຈື່ອນ ຊຶ່ງແຜນກິດຈະກຳໄລຍະທີ 1 ໄດ້ຮັບທຶນສະໜັບສະໜູນຈາກທະນາຄານໂລກ ໄດ້ດຳເນີນການກໍ່ສ້າງຕາຝັ່ງເຈື່ອນ ແລະ ສວນສາທາລະນະເຂດປາກນ້ຳຄານ ຫາເຂດຕີນພະທາດ ຈອມສີ ມີຄວາມຍາວ 1.103 ແມັດ ແລະ ການກໍ່ສ້າງຕາຝັ່ງເຈື່ອນເບື້ອງ ບ້ານໂພນສະອາດ ຫາບ້ານພັນຫລວງ ມີຄວາມຍາວປະມານ 900 ແມັດ, ມີການວາງທໍ່ລະບາຍນ້ຳ 12 ຈຸດ, ຮາງລະບາຍນ້ຳແບບຄອງ 3 ຈຸດ, ກໍ່ສ້າງຂັ້ນໄດທັງສອງຝັ່ງ 22 ຈຸດ ເລີ່ມກໍ່ສ້າງມາແຕ່ເດືອນ ພຶດສະພາ 2023 ມາຮອດເດືອນທັນວາ 2025 ໄດ້ສຳເລັດ 100%, ປັດຈຸບັນພວມສືບຕ່ໍໄລຍະທີ 2 ໂດຍ ຈະມີການສືບຕໍ່ກໍ່ສ້າງປ້ອງກັນຕາຝ່ັງເຈື່ອນ ເບ້ືອງບ້ານພັນຫລວງ ແລະ ສຶກສາສຳຫລວດ-ອອກແບບ ເຂດປ້ອງກັນຕາຝັ່ງເຈື່ອນຄວາມຍາວປະມານ 8 ກິໂລແມັດ ແຕ່ສົ້ນຂົວນ້ຳຄານແຫ່ງທີ 2 ເຂດບ້ານເມືອງງາ ຫາ ຂົວນ້ຳຄານແຫ່ງທີ 3 ເຂດບ້ານ ວັງເງິນ ແລະ ມີແຜນຈະສືບຕໍ່ດຳເນີີນວຽກງານໃນໄລຍະທີ 3 ຕື່ມອີກ. 

         ໂອກາດນີ້, ທ່ານປະທານປະເທດ ແລະ ຄະນະໄດ້ທ່ຽວຊົມສວນ ສາທາລະນະທ່ີກໍ່ສ້າງສຳເລັດ ທັງໄດ້ຮ່ວມປ່ອຍປາລົງສູ່ແມ່ນ້ຳຂອງ ຫລາຍກວ່າ 10.000 ໂຕ ທີ່ບໍລິເວນທ່າເຮືອຂອງວັດຊຽງທອງ ນະຄອນຫລວງພະບາງ, ປະກອບມີປາປາກ, ປາໄນ, ປາອິນເດຍ ເພື່ອເປັນການອະນຸລັກ ແລະ ເພີ່ມພູນຄູນສ້າງຊັບພະຍາກອນສັດນ້ຳ ໃນແມ່ນ້ຳຂອງໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງ ຕະຫລອດໄປ.ນອກຈາກເຄື່ອນໄຫວເຮັດວຽກຢູ່ນະຄອນຫລວງພະບາງ ທ່ານ ທອງລຸນ ສີສຸລິດ ແລະ ຄະນະ ໄດ້ໄປ ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ປາກອູ ຕື່ມອີກ.

ຂ່າວ: ອາພຸດເດດ ບຸບຜາ ພາບ: ທະນູສີນ ອິດທິພົນ

KPL

ຂ່າວອື່ນໆ

ads
ads

Top