ສິລະປະການຝັງມຸກ (Mother-of-Pearl Inlay) ອັນເກົ່າແກ່ຂອງຈີນກັບມາສ້າງສີສັນໃນຍຸກສະໄໝໃໝ່

11/07/2026 12:55
Email Print 168
ຂປລ ເປັນເວລາ 3.000 ກວ່າປີທີ່ສິລະປະການຝັງມຸກເຊິ່ງໃນພາສາຈີນເອີ້ນວ່າຫຼົວຕຽນ (Luodian - 螺钿) ໄດ້ກາຍເປັນວິທີໜຶ່ງທີ່ເປັນທີ່ນິຍົມສຳລັບການປະດັບປະດາພະລາຊະວັງ, ເຄື່ອງດົນຕີແລະ ເຄື່ອງປະດັບ ຂອງບັນດາຊົນຊັ້ນສູງ.

(ຂປລ) ເປັນເວລາ 3.000 ກວ່າປີທີ່ສິລະປະ ການຝັງມຸກ ເຊິ່ງໃນພາສາຈີນ ເອີ້ນວ່າຫຼົວຕຽນ (Luodian - ) ໄດ້ກາຍເປັນວິທີໜຶ່ງ ທີ່ເປັນ ທີ່ນິຍົມ ສຳລັບການປະດັບ ປະດາພະລາຊະວັງ, ເຄື່ອງດົນຕີ ແລະ ເຄື່ອງປະດັບຂອງ ບັນດາຊົນຊັ້ນສູງ. ເມື່ອວັນທີ 3 ກໍລະກົດ, ທີ່ມະຫາ ວິທະຍາໄລ ເຣັນມິນ (Renmin University of China), ນັກຂ່າວຈາກ ພາກພື້ນອາຊີ- ປາຊີຟິກໄດ້ເຕົ້າໂຮມກັນ ເພື່ອສຶກສາວ່າ ສີລະປະຫັດຖະກຳ ອັນເກົ່າແກ່ ທີ່ໄດ້ຮັບການ ຍອມຮັບວ່າ ເປັນມໍລະດົກ ທາງວັດທະນະທຳ ທີ່ຈັບຕ້ອງບໍ່ໄດ້ ຂອງຈີນນີ້ ກຳລັງເຊື່ອມຈອດ ຊ່ອງວ່າງລະຫວ່າງ ສິລະປະປະຫວັດສາດ ແລະ ນະວັດຕະກຳ ສະໄໝໃໝ່ ຢ່າງປະສົບຜົນສຳເລັດ ໄດ້ແນວໃດ.

ຮູບແບບສິລະປະທີ່ບໍ່ມີວັນສູນຫາຍ

ຮາກຖານຂອງ ສິລະປະນີ້ ມີມາຕັ້ງແຕ່ ຕົ້ນລາຊະວົງຊາງ, ຫຼົວຕຽນກ່ຽວຂ້ອງ ກັບຂະບວນການ ທີ່ລະອຽດອ່ອນ ໃນການຝົນ ເປືອກຫອຍ ໃຫ້ ບາງປານເຈ້ຍ ເພື່ອສ້າງເປັນຮູບຊົງ, ນົກ, ດອກໄມ້ແລະລວດລາຍ ເລຂາຄະນິດທີ່ຊັບຊ້ອນ. ຫຼັງຈາກນັ້ນ, ຊິ້ນສ່ວນເຫຼົ່ານີ້ ຈະຖືກນຳໄປຝັງລົງ ເທິງ ພື້ນໄມ້ ຫຼື ເຄື່ອງເຄືອບ.


ອາຈານສື (Teacher Shi) ຈາກມະຫາວິທະຍາໄລ ເຣັນມິນອະທິບາຍວ່າ:“ສັນຍາລັກ ແລະ ຄວາມໝາຍ ຂອງມຸກນັ້ນ ມີຮາກຖານ ຢ່າງເລິກເຊິ່ງ ໃນວັດທະນະທຳຈີນ, ມັນເປັນຕົວແທນ ຂອງຄວາມສິລິມຸງຄຸນ, ຄວາມຮັ່ງມີ, ອາຍຸຍືນ ແລະ ຄວາມສຸກ. ມັນເປັນສື່ກາງ ທີ່ຜູ້ຄົນໃຊ້ ເພື່ອສົ່ງຕໍ່ ຄວາມປາຖະໜາ ແລະ ພອນເພື່ອຊີວິດ ທີ່ດີຂຶ້ນ".

ສິລະປະນີ້ຮຸງເຮືອງ ທີ່ສຸດໃນລາຊະວົງຖັງ. ໜຶ່ງໃນບັນດາຊັບສົມບັດ ທາງປະຫວັດສາດ ທີ່ຖືກຍົກຂຶ້ນມາເວົ້າ ເຖິງຄື: ປີປາ (Pipa - ເຄື່ອງດົນຕີ ພື້ນເມືອງຈີນ) ທີ່ເຮັດຈາກໄມ້ຈືຕັນ (zitan) ອັນລ້ຳຄ່າແລະ ຝັງດ້ວຍເປືອກຫອຍ ເຊິ່ງເປັນທີ່ນິຍົມ ຂອງຈັກກະພັດ ເສວິນຈົງແລະ ພະ ມະເຫສີ ຢາງກຸ້ຍເຟຍ. ຄວາມຫຼົງໄຫຼ ໃນສິລະປະນີ້ ຂອງພະລາຊີນີ ຢາງໄດ້ປ່ຽນໃຫ້ ມັນກາຍເປັນກະແສ ນິຍົມ, ເປັນການວາງ ຮາກຖານໃຫ້ແກ່ ຄວາມນິຍົມ ທີ່ຍືນຍົງໃນວົງການ ອາພອນ ແລະ ການຕົບແຕ່ງ ເຮືອນຊານ.

ການປົກປັກຮັກສາມໍລະດົກຜ່ານນະວັດຕະກຳ

ເຖິງວ່າຈະມີ ກຽດຕິຍົດສູງສົ່ງ, ແຕ່ສິລະປະນີ້ ກໍກຳລັງປະເຊີນກັບ ສິ່ງທ້າທາຍ ຂອງຍຸກສະໄໝ ລວມທັງຄ່າແຮງງານ ທີ່ສູງ ແລະ ທັກສະພິເສດ ທີ່ຈຳເປັນ ຕ້ອງມີ. ຊ່າງຫັດຖະກຳ ລະດັບອາຈານເຊັ່ນ: ອາຈານອ້າຍຈູນ (Aijun) ຈາກເມືອງຈີຊານ (Jishan) ໃນແຂວງຊານຊີ (Shanxi) ເຊິ່ງເປັນ ພາກພື້ນ ທີ່ມີຊື່ສຽງ ໃນດ້ານເຕັກນິກ ການເຮັດເຄື່ອງເຄືອບ ແບບດັ້ງເດີມ, ປັດຈຸບັນກຳລັງ ເປັນຜູ້ບຸກເບີກ ໃນການອະນຸລັກ ແລະ ປັບປຸງສິລະປະນີ້ ໃຫ້ທັນສະໄໝ.

ດ້ວຍການຈັດຕັ້ງ ກອງປະຊຸມປຶກສາຫາລື ແລະ ສຳມະນາໂດຍ ສະເພາະ, ຊ່າງຫັດຖະກຳ ກຳລັງປະສົມ ປະສານວິທີການ ແບບດັ້ງເດີມ ເຂົ້າກັບການອອກແບບ ຮ່ວມສະໄໝ. ອາຈານສືກ່າວວ່າ: "ພວກ​ເຮົາ​ກຳ​ລັງ​ ພະ​ຍາ​ຍາມ​ຮັກ​ສາ ​ເຕັກ​ນິກ​ເຫຼົ່າ​ນີ້​ໄວ້, ໃນຂະນະທີ່ ວັດສະດຸຍັງຄົງຄວາມ ບໍລິສຸດແລະ ເປັນທຳມະຊາດ, ແຕ່ການນຳໃຊ້ ໄດ້ມີການປ່ຽນແປງ. ໃນປັດຈຸບັນ, ຫຼົວຕຽນບໍ່ໄດ້ຈຳກັດ ຢູ່ພຽງແຕ່ ເຄື່ອງເຟີນີເຈີ ແບບດັ່ງເດີມ ເທົ່ານັ້ນ; ແຕ່ຍັງພົບເຫັນ ຫຼາຍຂຶ້ນໃນເຄື່ອງ ປະດັບສະໄໝໃໝ່, ເຄື່ອງໃຊ້ຊັ້ນສູງ ແລະ ເຄື່ອງຂອງທີ່ ລະນຶກທີ່ສັ່ງເຮັດ ພິເສດ ສຳລັບການ ແລກປ່ຽນທາງ ການທູດລະດັບສູງ.

ສິລະປະແຫ່ງຄວາມອົດທົນ

ຂະບວນການຜະລິດ ຍັງຄົງຄວາມເຂັ້ມງວດ ຄືກັບຫຼາຍສະຕະວັດກ່ອນ. ວຽກທີ່ມີຄຸນ ນະພາບສູງ ພຽງອັນດຽວອາດ ໃຊ້ເວລາເຖິງ ໜຶ່ງຫາສອງ ເດືອນໃນການ ເຮັດໃຫ້ສຳເລັດ. ເຕັກນິກນີ້ຕ້ອງການ ການເຄືອບດ້ວຍຢາງ ທຳມະຊາດຫຼາຍຊັ້ນ ແລະປ່ອຍໃຫ້ແຫ້ງ, ໂດຍທີ່ຊິ້ນ ສ່ວນຂອງ ເປືອກຫອຍ ແຕ່ລະອັນຈະຕ້ອງ ຖືກຝັງລົງພື້ນຜິວ ຢ່າງແໜ້ນໜາ. ຜົນໄດ້ຮັບ ທີ່ອອກມາຄື ພື້ນຜິວທີ່ລຽບນຽນ ແລະແວວວາວ ເຊິ່ງສະທ້ອນ ໃຫ້ເຫັນເຖິງ ແສງສະຫວ່າງ ແລະ ປະຫວັດສາດ ຂອງວັດສະດຸດັ່ງກ່າວ.

ລັດຖະບານຈີນ ໄດ້ດຳເນີນບາດກ້າວ ທີ່ສຳຄັນໃນການປົກປ້ອງ ມໍລະດົກນີ້ໂດຍການຂຶ້ນ ທະບຽນຮູບແບບ ທີ່ແຕກຕ່າງກັນ ຕາມເຂດເຊັ່ນ: ໃນກວາງໂຈວ ແລະຈີຊານ, ໃຫ້ເປັນມໍລະດົກ ທາງວັດທະນະທຳ ທີ່ຈັບຕ້ອງບໍ່ໄດ້ ຂອງຊາດ. ຜ່ານການຈັດງານ ວາງສະແດງ ລະຫວ່າງປະເທດ ແລະການ ແລກປ່ຽນ ດ້ານການສຶກສາ, ເຕັກນິກເຫຼົ່ານີ້ ກຳລັງຖືກນຳສະເໜີ ຕໍ່ຜູ້ຊົມທົ່ວໂລກ, ເພື່ອຮັບປະກັນ ວ່າແສງສີທີ່ເຫຼື້ອມ ງາມຂອງຫຼົວຕຽນ ຈະສືບຕໍ່ເປັ່ງປະກາຍ ໄປສູ່ຄົນຮຸ່ນຫຼັງ.


KPL

ຂ່າວອື່ນໆ

ads
ads

Top