ອົງການອະນາໄມໂລກ ເຕືອນ ເອີຣົບ ກຽມຮັບມືກັບຄື້ນຄວາມຮ້ອນຈະເກີດຂຶ້ນອີກຄັ້ງ

09/07/2026 22:44
ຂປລ ອົງການ ອະນາໄມໂລກ (WHO) ເຕືອນວ່າ ເອີຣົບ ອາດຈະຕ້ອງຜະເຊີນກັບ ຄື້ນຄວາມຮ້ອນ ທີ່ຮຸນແຮງ ເຊິ່ງອາດຈະເກີດຂຶ້ນ ອີກຄັ້ງ ເໜືອ ມະຫາສະໝຸດ ອັດລັງຕິກ. ໃນຂະນະທີ່ ອຸນຫະພູມ ຢູ່ປອກຕຸຍການ ແລະ ແອັດສະປາຍຕອນໃຕ້ ຄາດວ່າ ຈະເພີ່ມຂຶ້ນສູງເຖິງ 43 ອົງສາ ໃນໄວໆນີ້.

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກນະຄອນຫລວງ ລອນດອນ ປະເທດ ອັງກິດ ເມື່ອບໍ່ດົນມານີ້ວ່າ: ອົງການ ອະນາໄມໂລກ (WHO) ເຕືອນວ່າ ເອີຣົບ ອາດຈະ ຕ້ອງຜະເຊີນກັບ  ຄື້ນຄວາມຮ້ອນ ທີ່ຮຸນແຮງ ເຊິ່ງອາດຈະເກີດຂຶ້ນ ອີກຄັ້ງ ເໜືອ ມະຫາສະໝຸດ ອັດລັງຕິກ. ໃນຂະນະທີ່ ອຸນຫະພູມ ຢູ່ປອກຕຸຍການ ແລະ ແອັດສະປາຍຕອນໃຕ້ ຄາດ ວ່າຈະເພີ່ມຂຶ້ນສູງເຖິງ 43 ອົງສາ ໃນໄວໆນີ້.

ທ່ານ ຮັນສ໌ ຄລູເກີ (Hans Kluge) ຜູ້ອຳນວຍການ ປະຈຳພາກພື້ນ ເອີຣົບ ຂອງ WHO ໄດ້ຈັດ ກອງປະຊຸມ ສຸກເສີນຂຶ້ນ ໃນວັນທີ 6 ກໍລະກົດ ຜ່ານມາ,  ໂດຍຮ່ວມກັບ ຕົວແທນ ຈາກ 41 ປະເທດ ໃນພາກພື້ນ, ຄະນະກຳມາທິການເອີຣົບ (EC) ແລະ ກຸ່ມພາກ ປະຊາສັງຄົມ ເພື່ອປຶກສາຫາລື ກ່ຽວກັບ ບົດຮຽນ ຈາກຄື້ນຄວາມຮ້ອນ ຄັ້ງຫລ້າສຸດ ແລະ ການກຽມພ້ອມ ຮັບມື ໃນອະນາຄົດ.

ທ່ານ ຄລູເກີ ກ່າວໃນຖະແຫລງການ ວ່າ: ປະເທດ ທີ່ມີ ແຜນປະຕິບັດງານ ດ້ານສຸຂະພາບ ຈາກຄວາມຮ້ອນ ແມ່ນສາມາດ ຕອບສະໜອງໄດ້ ຢ່າງວ່ອງໄວ ແລະ ປົກປ້ອງ ປະຊາ ກອນຂອງ ຕົນເອງໄດ້ດີກວ່າ ໃນໄລຍະ ທີ່ເກີດຄື້ນຄວາມຮ້ອນ ເມື່ອເດືອນມິຖຸນາ ທີ່ຜ່ານມາ. ເຖິງຢ່າງໃດກໍຕາມ, ມີປະເທດສະມາຊິກ ໃນເອີຣົບ ບໍ່ຮອດເຄິ່ງໜຶ່ງ ທີ່ມີແຜນການ ດັ່ງກ່າວ./

 

KPL

ຂ່າວອື່ນໆ

ads
ads

Top