ຈີນ ຊື້ຄຳເພີ່ມຂຶ້ນສູງສຸດ ໃນຮອບກວ່າ 2 ປີ

09/07/2026 22:44
ຂປລ ທະນາຄານກາງຈີນ (PBOC) ໄດ້ເພີ່ມຄຳສຳຮອງ ໃນເດືອນມິຖຸນາ ຫລາຍທີ່ສຸດ ໃນຮອບກວ່າ 2 ປີ ເຊິ່ງກົງກັນຂ້າມກັບ ລາຄາຄຳໃນຕະຫລາດໂລກ ທີ່ຫລຸດລົງຢ່າງໜັກ ໃນໄລຍະເວລາດຽວກັນ.

ຂປລ. ສຳນັກຂ່າວ ອິນໂຟເຄວສ: ທະນາຄານກາງຈີນ (PBOC) ໄດ້ເພີ່ມຄຳສຳຮອງ ໃນເດືອນມິຖຸນາ ຫລາຍທີ່ສຸດ ໃນຮອບກວ່າ 2 ປີ ເຊິ່ງກົງກັນຂ້າມກັບ ລາຄາຄຳໃນ ຕະຫລາດ ໂລກ ທີ່ຫລຸດລົງຢ່າງໜັກ ໃນໄລຍະເວລາດຽວກັນ.

ໂດຍຂໍ້ມູນ ຈາກ PBOC ທີ່ເຜີຍແຜ່ ເມື່ອບໍ່ດົນມານີ້ວ່າ: ປະລິມານຄຳສຳຮອງຂອງຈີນ ໃນທ້າຍເດືອນມິຖຸນາ ເພີ່ມຂຶ້ນເປັນ 75,44 ລ້ານທຣອຍອອນ (Troy Ounce) ຈາກ 74,96 ລ້ານທຣອຍອອນ ເມື່ອທ້າຍເດືອນພຶດສະພາ ຫລືປະລິມານທີ່ເພີ່ມຂຶ້ນ 480.000 ທຣອຍອອນ ກວມເອົາ ເກືອບ 15 ໂຕນ. ໂດຍຖືເປັນ ການເພີ່ມຂຶ້ນ ລາຍເດືອນ ທີ່ຫລາຍທີ່ສຸດ ນັບຕັ້ງແຕ່ ເດືອນຕຸລາ 2023 ແລະ ເປັນການສະສົມຄຳ ຢ່າງຕໍ່ເນື່ອງ ເປັນເດືອນທີ 20.

ເຖິງແມ່ນວ່າ ປະລິມານຄຳສຳຮອງ ຈະເພີ່ມຂຶ້ນ, ແຕ່ມູນຄ່າຄຳສຳຮອງ ຂອງ ຈີນກັບຫລຸດລົງເຫຼືອ 3.0372 ແສນລ້ານໂດລາ ເມື່ອທ້າຍເດືອນມິຖຸນາ ຈາກ 3.4075 ແສນລ້ານໂດລາ ໃນເດືອນຜ່ານມາ, ເນື່ອງຈາກ ລາຄາຄຳໃນຕະຫລາດໂລກ ໄດ້ປັບຕົວຫລຸດລົງ./

KPL

ຂ່າວອື່ນໆ

ads
ads

Top