ອິນໂດເນເຊຍ ເລັ່ງເປີດສູນກາງດ້ານການເງິນແຫ່ງໃໝ່ ຫລຸດຜ່ອນພາສີ ລາຍໄດ້ 100%

09/07/2026 22:44
ຂປລ ອິນໂດເນເຊຍ ພວມວາງແຜນ ມາດຕະການ ຫລຸດຜ່ອນພາສີ ຄັ້ງໃຫຍ່ ສຳລັບ ສູນກາງການເງິນ ລະຫວ່າງປະເທດ ທີ່ ສະເໜີຈັດຕັ້ງຂຶ້ນໃໝ່ ເຊິ່ງລວມມີ ອັດຕາພາສີ ລາຍໄດ້ບຸກຄົນ ທຳມະດາ 0% ສຳລັບ ທຸລະກິດ ບາງປະເພດ ແລະ ຜູ້ຊ່ຽວຊານ ດ້ານການເງິນ ຕ່າງປະເທດ.

ຂປລ. ສຳນັກຂ່າວຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍດ ເມື່ອບໍ່ດົນມານີ້ວ່າ: ອິນໂດເນເຊຍ ພວມວາງແຜນ ມາດຕະການ ຫລຸດຜ່ອນພາສີ ຄັ້ງໃຫຍ່ ສຳລັບ ສູນກາງການເງິນ ລະຫວ່າງປະເທດ ທີ່ ສະເໜີຈັດຕັ້ງຂຶ້ນໃໝ່ ເຊິ່ງລວມມີ ອັດຕາພາສີ ລາຍໄດ້ບຸກຄົນ ທຳມະດາ 0% ສຳລັບ ທຸລະກິດ ບາງປະເພດ ແລະ ຜູ້ຊ່ຽວຊານ ດ້ານການເງິນ ຕ່າງປະເທດ.

ຮ່າງກົດໝາຍ ຈັດຕັ້ງ ສູນກາງການເງິນ ລະຫວ່າງ ປະເທດ ອິນໂດເນເຊຍ ໂດຍມີ ການປຶກສາຫາລືກັນ ເມື່ອວັນຈັນ (6 ກໍລະກົດ ທີ່ຜ່ານມາ) ໃນການຮັບຟັງ ຄວາມຄິດເຫັນ ສາທາລະນະ ລະຫວ່າງ ສະມາຊິກ ສະພານິຕິບັນຍັດ ແລະ ຜູ້ຊ່ຽວຊານ ດ້ານກົດໝາຍ ແລະ ເສດຖະກິດ, ໂດຍຈະສະເໜີ ການຫລຸດຜ່ອນ ພາສີລາຍໄດ້ ວິສາຫະກິດ 100% ສຳລັບທຸລະກິດ ທີ່ ດຳເນີນງານ ໃນເຂດ ດັ່ງກ່າວ ພ້ອມກັບ ການຍົກເວັ້ນ ພາສີລາຍໄດ້ ເຕັມຈຳນວນ ສຳລັບ ຜູ້ຊ່ຽວຊານ ດ້ານການເງິນຕ່າງປະເທດ.

ໂດຍຊາວຕ່າງປະເທດ ທີ່ຖືວີຊ້າຄຳ ໃນເຂດດັ່ງກ່າວ ອາດຈະບໍ່ຖືກນັບລວມ. ໃນຂະນະທີ່ ນັກລົງທຶນຕ່າງປະເທດ ທີ່ໄດ້ຮັບເງິນປັນຜົນ ຫລື ຜົນຕອບແທນ ຈາກ ການລົງທຶນອື່ນໆ ຈາກສູນກາງ ດັ່ງກ່າວ ອາດຈະໄດ້ຮັບ ການຍົກເວັ້ນພາສີຫັກ ໃນລາຍຈ່າຍ ຫລື ພາສີຈັດເກັບຂອງ ອິນໂດເນເຊຍ. ນອກຈາກນັ້ນ, ຮ່າງກົດໝາຍນີ້ ຍັງອະນຸຍາດໃຫ້ ຍົກເວັ້ນພາສີມູນຄ່າເພີ່ມ (VAT), ພາສີຂາຍສິນຄ້າ ຟຸມເຟືອຍ ແລະ ອາກອນນຳເຂົ້າ ລວມທັງ ອະນຸຍາດໃຫ້ ລັດຖະບານກຳນົດ ມາດຕະການ ຫລຸດຜ່ອນ ພາສີເພີ່ມເຕີມໄດ້./

KPL

ຂ່າວອື່ນໆ

ads
ads

Top