ໂຮງຮຽນຫລາຍແຫ່ງໃນຟີລິບປິນ ຕ້ອງປິດຊົ່ວຄາວ ຍ້ອນພາຍຸບາວີ

09/07/2026 10:05
ຂປລ ມີຫລາຍ​ໂຮງ​ຮຽນ​ໃນ​ທົ່ວ​ເຂດ ເມໂທຣ ມານິລາ(Metro Manila), ຟີ​ລິບ​ປິນ ຕ້ອງ​ປິດ​ໂຮງຮຽນ ຍ້ອນ​ເກີດ​ຝົນ​ຕົກ​ໜັກ​ ຫລັງຈາກ ໄດ້ຮັບ​ຜົນ​ກະ​ທົບ​ຈາກ​ພາ​ຍຸ ບາວີ(Bavi)ພັດເຂົ້າຢ່າງຮຸນແຮງ.

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ,  ວັນ​ທີ 08 ກໍ​ລະ​ກົດ, ມີຫລາຍ​ໂຮງ​ຮຽນ​ໃນ​ທົ່ວ​ເຂດ ເມໂທຣ ມານິລາ(Metro Manila), ຟີ​ລິບ​ປິນ ຕ້ອງ​ປິດ​ໂຮງຮຽນ ຍ້ອນ​ເກີດ​ຝົນ​ຕົກ​ໜັກ​ ຫລັງຈາກ ໄດ້ຮັບ​ຜົນ​ກະ​ທົບ​ຈາກ​ພາ​ຍຸ ບາວີ(Bavi)ພັດເຂົ້າຢ່າງຮຸນແຮງ.  ພາ​ຍຸ​ລູກ​ໃຫຍ່ Bavi ໄດ້​ເຂົ້າ​ເຂດ​ຕິດ​ຕາມ​ຂອງ ຟີ​ລິບ​ປິນ (PAR) ດ້ວຍ​​ກຳ​ລັງ​ແຮງ​ລົມ​ໃກ້​ຈຸດ​ສູນ​ກາງ​ຂອງ​ພາ​ຍຸ​ຮັກ​ສາຢູ່ລະ​ດັບສູງ​ສຸດ 185 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ​ ໃກ້​ເຂດ​ໃຈ​ກາງ​ຂອງ​ພາ​ຍຸ, ​ກຳ​ລັງ​ແຮງ​ລົມພັດ ກະ​ໂຊກ​ຂຶ້ນ​ເຖິງ 230 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ. ພາ​ຍຸ​ພວມ​ເຄື່ອນຕົວ​ໄປ​ທາງ​ທິດ​ຕາ​ເວັນ​ຕົກ ດ້ວຍ​ລະ​ດັບ​ຄວາມ​ໄວ 25 ກິ​ໂລ​ແມັດຕໍ່​ຊົ່ວ​ໂມງ ໃນ 24 ຊົ່ວ​ໂມງ​ຈະ​ມາ​ເຖິງ, ຫຼັງ​ຈາກ​ນັ້ນ​ຫັນ​ໄປ​ສູ່​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ, ອາດ​ຈະ​ຫຍັບ​ໃກ້​ເຂົ້າ​ເຂດ​ຂົ້ວ​ເໜືອ Luzon ໃນ​ວັນ​ທີ 10 ກໍ​ລະ​ກົດ, ກ່ອນ​ທີ່ຈະ​ມຸ​່ງ​ໄປ​ສູ່​ເກາະ​ແຫ່ງ​ຕ່າງໆ​ ຢູ່​ພາກ​ໃຕ້​ຂອງ ຍີ່​ປຸ່ນ ແລະ ເຂດ​ທະ​ເລ​ທາງ​ທິດ​ເໜືອ ໄຕ້​ຫວັນ (ຈີນ).ອົງ​ການ​ອຸ​ຕິ​ນິ​ຍົມ, ພູ​ມີສາດ​ຟີ​ຊິກ​ສາດ ແລະ ດາ​ລາ​ສາດ ຟີ​ລິບ​ປິນ (Pagasa) ໄດ້​ກ່າວ​ເຕືອນ​ຈະ​ເກີດ​ຝົນ​ຕົກ​ໜັກ​ຢູ່​ບາງ​ເຂດ​ຂຶ້ນ​ກັບໝູ່​ເກາະ Visayas ແລະ Mindanao. ການ​ເດີນ​ທາງໄປ​ມາ​ຢູ່​ທະ​ເລ​ໄດ້ມີ​ຄວາມ​ສ່ຽງ​ສຳ​ລັບ​ເຮືອ​ກ່ຳ​ປັ່ນ​ຂະ​ໜາດ​ໃຫຍ່​ທຸກ​ຊະ​ນິດ. ບັນ​ດາ​ລູກ​ເຮືອ ​ຕ້ອງ​ຊອກ​ຫາ​ບ່ອນ​ຫລົບ​ໄພ ທີ່​ປອດ​ໄພ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top