ກຳປູເຈຍ ຜະລິດຄຳແທ່ງປະສົມໄດ້ 20 ໂຕນ ໃນໄລຍະ 5 ປີຜ່ານມາ

09/07/2026 22:44
ຂປລ ທ່ານ ອີງ ດິໂພລາ ອະທິບໍດີ ກົມຊັບພະຍາກອນ ແຮ່ທາດ ກະຊວງບໍ່ແຮ່ ແລະ ພະລັງງານ ຂອງ ກຳປູເຈຍ ກ່າວໃນງານຖະແຫລງຂ່າວ ວ່າ: ນັບຕັ້ງແຕ່ ເລີ່ມການ ສະກັດ (ຂຸດຄົ້ນ) ຄຳ ໃນໄລຍະ 5 ປີຜ່ານມາ

ຂປລ. ສຳນັກຂ່າວ ອິນໂຟເຄວສ, ເມື່ອບໍ່ດົນມານີ້, ທ່ານ ອີງ ດິໂພລາ ອະທິບໍດີ ກົມຊັບພະຍາກອນ ແຮ່ທາດ ກະຊວງບໍ່ແຮ່ ແລະ ພະລັງງານ ຂອງ ກຳປູເຈຍ ກ່າວໃນງານ ຖະແຫລງຂ່າວ ວ່າ: ນັບຕັ້ງແຕ່ ເລີ່ມການ ສະກັດ (ຂຸດຄົ້ນ) ຄຳ ໃນໄລຍະ 5 ປີຜ່ານມາ (ເດືອນມິຖຸນາ 2021 ເປັນຕົ້ນມາ) ກຳປູເຈຍ ສາມາດ ຜະລິດ ຄຳແທ່ງ ເຄິ່ງບໍລິສຸດ ໄດ້ປະມານ 20 ໂຕນ.

ເຈົ້າໜ້າທີ່ ກະຊວງບໍ່ແຮ່ ແລະ ພະລັງງານ ຂອງ ກຳປູເຈຍ ເປີດເຜີຍ ຕື່ມວ່າ: ປັດຈຸບັນ ມີ 7 ບໍລິສັດ ທີ່ໄດ້ຮັບໃບອະນຸຍາດ ໃຫ້ດຳເນີນ ການສະກັດ ແລະ ປ່ຽນຮູບຄຳ ຢູ່ແຂວງມົນ ດົນຄີຣີ, ກະແຈະ, ພະວິຫານ ແລະ ກຳປົງທົມ.

ນອກຈາກນັ້ນ, ທ່ານ ທອງ ເມັງດາວິດ ຮອງຜູ້ອຳນວຍການ ສູນການສຶກສາ ຈີນ-ອາຊຽນ ແຫ່ງມະຫາວິທະຍາໄລ ເຕັກໂນໂລຊີ ແລະ ວິທະຍາສາດ ກຳປູເຈຍ ກ່າວວ່າ: ປະລິມານ ການສະກັດຄຳ ທີ່ເພີ່ມຂຶ້ນນີ້ ໄດ້ສະແດງໃຫ້ເຫັນວ່າ ກຳປູເຈຍ ໄດ້ຫັນປ່ຽນຈາກ ການຮ່ອນຄຳແບບ ດັ້ງເດີມ ໄປສູ່ ລະບົບອຸດສາຫະກຳ ບໍ່ແຮ່ ທີ່ຢູ່ພາຍໃຕ້ ການຄຸ້ມຄອງ ຢ່າງເປັນທາງການ./

KPL

ຂ່າວອື່ນໆ

ads
ads

Top