ຂປລ
ຄະນະກຳມະການໂອລິມປິກສາກົນ ປະກາດວ່າ: ໄດ້ຍົກເລີກ ການໂຈະສິດ ການເປັນສະມາຊິກ ຂອງຄະນະກຳມະການ ໂອລິມປິກຣັດເຊຍ ເປັນການຊົ່ວຄາວ ເຊິ່ງໝາຍຄວາມວ່າ: ນັກກິລາຣັດເຊຍ ຈະສາມາດເຂົ້າຮ່ວມການແຂ່ງຂັນກິລາສາກົນ ຢ່າງເຕັມທີ່.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ຄະນະກຳມະການໂອລິມປິກສາກົນ ປະກາດວ່າ: ໄດ້ຍົກເລີກ ການໂຈະສິດ ການເປັນສະມາຊິກ ຂອງຄະນະກຳມະການ ໂອລິມປິກຣັດເຊຍ ເປັນການຊົ່ວຄາວ ເຊິ່ງໝາຍຄວາມວ່າ: ນັກກິລາຣັດເຊຍ ຈະສາມາດເຂົ້າຮ່ວມການແຂ່ງຂັນກິລາສາກົນ ຢ່າງເຕັມທີ່. ທ່ານ ນາງ ເຄີສຕີ ໂຄເວນທຣີ ປະທານຄະນະກຳມະການໂອລິມປິກສາກົນ ກ່າວວ່າ: ພວກເຮົາຫວັງວ່າ ສາມາດຮັບປະກັນ ໃຫ້ນັກກິລາທຸກຄົນ ມີໂອກາດເຂົ້າຮ່ວມງານກິລາໂອລິມປິກ ໂດຍບໍ່ຕ້ອງແບກຫາບຄວາມຮັບຜິດຊອບ ຕໍ່ການກະທຳຂອງລັດຖະບານ ປະເທດເຂົາເຈົ້າ. ຫລັງຈາກ ເກີດການປະທະກັນ ລະຫວ່າງ ຣັດເຊຍ ແລະ ອູແກຣນໃນເດືອນກຸມພາ 2022, ຄະນະກຳມະການໂອລິມປິກສາກົນ ໄດ້ໂຈະສິດການເປັນສະມາຊິກ ຂອງຄະນະກຳມະການໂອລິມປິກຣັດເຊຍ ເປັນການຊົ່ວຄາວ, ໃນຫລາຍປີຜ່ານມາ, ນັກກິລາຣັດເຊຍ ສາມາດເຂົ້າຮ່ວມການແຂ່ງຂັນກິລາສາກົນ ພຽງແຕ່ໃນຖານະ “ນັກກິລາບຸກຄົນ ທີ່ເປັນກາງ” ເທົ່ານັ້ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL