ສື່ມວນຊົນເປັນກະບອກສຽງອັນແຫລມຄົມ ຕໍ່ສູ້ປົກປ້ອງຕ້ານທັດສະນະຜິດເຂວ, ຕ້ານການບິດເບືອນຂອງຄົນບໍ່ດີ

09/07/2026 09:34
ຂປລ ກອງປະຊຸມສື່ມວນຊົນທົ່ວປະເທດ ຄັ້ງທີ I ມີຄວາມສໍາຄັນທາງປະຫວັດສາດ ເນ່ືອງຈາກວ່າໄລຍະຜ່ານມາ, ການຈັດຕັ້ງກອງປະຊຸມໃນລັກສະນະດັ່ງກ່າວ ແມ່ນບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດແຕ່ກໍໄດ້ມີການຊີ້ນຳຢ່າງໃກ້ຊິດ ຈາກຄະນະພັກ-ຄະນະນຳຂອງອົງການສ່ືມວນຊົນຂຶ້ນກັບ.

      ຂປລ. ພາຍຫລັງໂອນສື່ມວນຊົນມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ເຫັນວ່າວຽກງານສື່ມວນຊົນມີຄວາມສຳຄັນທີ່ສຸດໃນການເປັນກະບອກສຽງອັນແຫລມຄົມໃຫ້ແກ່ພັກໃນການໂຄສະນາເຜີຍແຜ່ແນວທາງ, ແຜນນະໂຍບາຍຂອງພັກ, ລັດ ພ້ອມທັງຕໍ່ສູ້ປົກປ້ອງຕ້ານທັດສະນະຜິດເຂວ, ຕ້ານການບິດເບືອນຂອງຄົນບໍ່ດີ. ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 8 ກໍລະກົດ 2026 ໃນໂອກາດຂ່ໍານັບຮັບຕ້ອນກອງປະຊຸມສື່ມວນຊົນທົ່ວປະເທດ ຄັ້ງທີ I  ທີ່ຈະຈັດຂຶ້ນລະຫວ່າງວັນທີ 13- 15 ກໍລະກົດ 2026 ນີ້ວ່າ: ໃນຕົ້ນປີ 2026 ກົມການເມືອງສູນກາງພັກ ໄດ້ອອກມະຕິຕົກລົງວ່າດ້ວຍແຕ່ງຕັ້ງຄະນະຮັບຜິດຊອບລວມໃນການກະກຽມດຳເນີນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I. ຈາກນັ້ນກໍມີຂໍ້ຕົກລົງແບ່ງຄວາມຮັບຜິດຊອບພາຍໃນລວມມີໜ່ວຍງານເນື້ອໃນ;  ໜ່ວຍງານໂຄສະນາ-ຂະບວນການ; ໜ່ວຍງານປ້ອງກັນ ແລະ ຮັກສາສຸຂະພາບ; ໜ່ວຍງານປ່ິນອ້ອມເປັນຕ້ົນໜ່ວຍງານເສດຖະກິດ, ບຸກຄະລາກອນ ແລະ ບໍລິຫານພິທີການ.

    ການກະກຽມກອງປະຊຸມສື່ມວນຊົນທົ່ວປະເທດຄັ້ງນີ້, ໄດ້ລິເລີ່ມພາຍຫລັງກອງປະຊຸມໃຫຍ່ຜູ້ແທນທ່ົວປະເທດ ຄັ້ງທີ XII  ຂອງພັກສິ້ນສຸດລົງ ໃຊ້ເວລາປະມານ 5 ເດືອນ, ມາເຖິງປັດຈຸບັນທັງ 4 ໜ່ວຍງານທີ່ໄດ້ແບ່ງປັນຄວາມຮັບຜິດຊອບແມ່ນມີຄວາມພ້ອມໃນການກະກຽມມີຂ້ສະດວກຄື: ໄດ້ຮັບການຊີ້ນໍາຢ່າງໃກ້ຊິດຈາກກົມການເມືອງ,  ຄະນະເລຂາທິການສູນກາງພັກ ແລະ ການນຳຂັ້ນສູງພັກ-ລັດ; ຄວາມເປັນເຈົ້າການຂອງບັນດາພາກສ່ວນຕ່າງໆ,  ອະນຸກຳມະການຕ່າງໆທີ່ໄດ້ຖືກມອບໝາຍມີຄວາມຕັ້ງໜ້າຫ້າວຫັນ ໃນການກະກຽມ ແລະ ດຳເນີນກິດຈະກຳຕ່າງໆ; ຄວາມເປັນຈິດໜຶ່ງໃຈດຽວຂອງພະນັກງານ, ສະມາຊິກພັກ ທົ່ວຄະນະໂຄສະນາອົບຮົມ ແລະ ບັນດາສື່ມວນຊົນໄດ້ປະກອບສ່ວນສະໜອງຂໍ້ມູນທີ່ອຸດົມສົມບູນ ແລະ ໄດ້ມີການສຳມະນາວິທະຍາສາດຢ່າງເປັນຂະບວນການ. ເຖິງຢ່າງໃດກໍຕາມ, ກໍຍັງມີຂໍ້ຫຍຸ້ງຍາກໃນບາງດ້ານເປັນຕົ້ນກອງປະຊຸມໃນຄັ້ງນີ້ເປັນເທື່ອທໍາອິດຍັງບໍ່ທັນມີບົດຮຽນ; ການສະຫລຸບ, ການບັນທຶກຂໍ້ມູນສະໜອງໃຫ້ແກ່ ການສະຫລຸບຕີລາຄາໃຫ້ມີຄວາມ ຊັດເຈນບາງດ້ານແມ່ນຈຳກັດຂາດລັກສະນະສົມທຽບ; ຄວາມຫຍຸ້ງ ຍາກໃນການເຮັດສາລະຄະດີ ແລະ ການວາງສະແດງຮູບພາບ ຊ່ຶງເວລາການກະກຽມບໍ່ຫລາຍປານໃດ. 

     ກອງປະຊຸມໃນຄັ້ງນີ້, ແນໃສ່ສ້າງການຫັນປ່ຽນຢ່າງແຂງແຮງຮອບດ້ານໃນຂົງເຂດສື່ມວນຊົນ ຊຶ່ງກອງປະຊຸມຈະໄດ້ຕີລາຄາຄືນການຈັດຕັ້ງປະຕິບັດບັນດານິຕິກຳ ກໍຄືການປະຕິບັດພາລະບົດບາດຂອງສ່ືມວນຊົນ, ກວດກາເບິ່ງໂຄງປະກອບກົງຈັກການຈັດຕັ້ງ, ພະນັກງານເຮັດວຽກງານສື່; ການພັດທະນາພື້ນຖານໂຄງລ່າງ, ວັດຖຸເຕັກນິກ ແລະ ບໍລິຫານການເງິນໃຫ້ມີຄວາມເປັນລະບົບ ແລະ ເຂັ້ມແຂງ; ພ້ອມທັງວາງແຜນພັດທະນາວຽກງານສື່ໄປສູ່ຄຸນນະພາບໃໝ່.  ນອກຈາກສະຫລຸບຕີລາຄາການເຄື່ອນໄຫວຂອງສ່ືມວນຊົນແລ້ວ, ຍັງຈະໄດ້ຈັດຝຶກອົບຮົມໃຫ້ຖັນແຖວສື່ມວນຊົນ; ລວມມີ 3  ບົດຂຶ້ນບັນຍາຍ ຄື: ເພີ່ມທະວີບົດບາດການນໍາພາຂອງພັກ ຕ່ໍວຽກງານສື່ມວນຊົນ; ຍົກສູງຈັນຍາບັນຂອງສື່ມວນຊົນ ແລະ ການເຊື່ອມຊຶມນິຕິກຳ ແລະ ກົດໝາຍກ່ຽວຂ້ອງກັບວຽກງານສື່ມວນຊົນ.  ບົນພື້ນຖານກອງປະຊຸມຈະໄດ້ອອກມະຕິຂອງກົມການເມືອງສະບັບໃໝ່ ປ່ຽນແທນມະຕິ ເລກທີ 36/ກມສພ ທີ່ໄດ້ປະກາດໃຊ້ແຕ່ ປີ 1993. ເປົ້າໝາຍຫລັກແມ່ນເພື່ອສ້າງການຫັນປ່ຽນວຽກງານສ່ືມວນຊົນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ, ໄດ້ຮັບການພັດທະນາຮອບດ້ານ. ສ້າງໃຫ້ສື່ມວນຊົນປະຕິບັດບົດບາດຄົບ 4 ລັກສະນະຂອງຕົນຄື: ລັກສະນະຕົວຈິງ, ລັກສະນະສຶກສາອົບຮົມ, ລັກສະນະແນະນຳ ແລະ ລັກສະນະຕໍ່ສູ້; ພ້ອມທັງປະຕິບັດໃຫ້ເປັນຈິງແນວຄິດຊ້ີນຳຂອງສະຫາຍເລຂາທິການໃຫຍ່ທີ່ວ່າ: ສື່ມວນຊົນແມ່ນຜູ້ທີ່ປາກອອກແສງ, ຜູ້ທີ່ແທງເຖິງໃຈ, ສະດຸ້ງໄວເມື່ອໄດ້ອ່ານ, ຜູ້ກ້າຜ່ານອຸປະສັກ, ຜູ້ມັກຄວາມຈິງ ແລະ ຜູ້ຍິງຖືກຕ້ອງ; ຢາກໃຫ້ສື່ມວນຊົນຖືເອົາແນວຄິດຊີ້ນຳນີ້ໄປປະຕິບັດໃຫ້ເປັນຈິງ. 

     ໂອກາດນ້ີ, ທ່ານ ຄຳພັນ ເຜີຍຍະວົງ ຮຽກຮ້ອງຕໍ່ສື່ມວນຊົນທົ່ວປະເທດຈົ່ງຮັກສາມູນເຊື້ອໃນອະດີດ, ປັດຈຸບັນ ແລະ ສືບຕໍ່ເສີມຂະຫຍາຍຜົນງານຂອງຕົນໃຫ້ສູງເດັ່ນຂຶ້ນ. ປະຕິບັດບົດບາດເປັນກະບອກສຽງອັນແຫລມຄົມໃຫ້ພັກ; ປະຕິບັດກົດໝາຍໃຫ້ເຂັ້ມງວດ ແລະ ມີຈັນຍາບັນອາຊີບແນໃສ່ພັດທະນາສ່ຶມວນຊົນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ. 

         ຂ່າວ-ພາບ: ກິດຕາ

KPL

ຂ່າວອື່ນໆ

ads
ads

Top