ຍອດປະລິມານການຂົນສົ່ງສິນຄ້າຂ້າມຊາດຜ່ານເສັ້ນທາງລົດໄຟຈີນ-ລາວ ບັນລຸຫລາຍກວ່າ 20 ລ້ານໂຕນ

09/07/2026 10:04
ຂປລ ນັບມາ​ຮອດວັນທີ 8 ກໍ​ລະ​ກົດ​ນີ້, ຍອດປະ​ລິ​ມານ​ ການ​ຂົນ​ສົ່ງສິນຄ້າ ຂ້າມ​ຊາດ ຜ່ານ​ເສັ້ນ​ທາງ ລົດໄຟຈີນ-ລາວ ​ບັນ​ລຸ​ຫລາຍກວ່າ 20 ລ້ານໂຕນ, ແລ່ນ​ຂະ​ບວນ​ລົດ​ໄຟ​ ຂົນ​ສົ່ງ​ສິນ​ຄ້າ ​ຂ້າມ​ຊາດ ຫລາຍກວ່າ 23.000 ຖ້ຽວ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,  ກຸ່ມບໍ​ລິ​ສັດ ​ທາງ​ລົດ​ໄຟ​ຈີນ ​ຈຳ​ກັດ​ ສາ​ຂາ​ຄຸນ​​ມິງ ​ແຈ້ງ​ໃຫ້​ຮູ້​ວ່າ: ນັບມາ​ຮອດວັນທີ 8 ກໍ​ລະ​ກົດ​ນີ້, ຍອດປະ​ລິ​ມານ​ ການ​ຂົນ​ສົ່ງສິນຄ້າ ຂ້າມ​ຊາດ ຜ່ານ​ເສັ້ນ​ທາງ ລົດໄຟຈີນ-ລາວ ​ບັນ​ລຸ​ຫລາຍກວ່າ 20 ລ້ານໂຕນ, ແລ່ນ​ຂະ​ບວນ​ລົດ​ໄຟ​ ຂົນ​ສົ່ງ​ສິນ​ຄ້າ ​ຂ້າມ​ຊາດ ຫລາຍກວ່າ 23.000 ຖ້ຽວ. ນັບ​ແຕ່ປີ​ນີ້ ​ເປັນ​ຕົ້ນ​ມາ, ຍອດປະ​ລິ​ມານ​ການ​ຂົນ​ສົ່ງສິນຄ້າ ຂ້າມ​ຊາດ ​ຜ່ານ​ເສັ້ນ​ທາງລົດໄຟຈີນ-ລາວ ສືບ​ຕໍ່​​ຢູ່ໃນ​ລະ​ດັບ​ສູງ, ປະ​ລິ​ມານ​ການຂົນ​ສົ່ງ​ສະ​ເລ່ຍ​ມື້​ລະ 17.000 ໂຕນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top