ຂປລ
ການຄຸ້ມຄອງເກັບລາຍຮັບງົບປະມານ ໂດຍການຫັນເປັນທັນສະໄໝພາຍຫລັງການຜັນຂະຫຍາຍ ແລະ ນໍາໃຊ້ລະບົບຄຸ້ມຄອງການເກັບລາຍຮັບສ່ວຍສາອາກອນ (TaxRIS) ທີ່ມີຫົວໜ່ວຍວິສາຫະກິດຫລາຍກວ່າ 195.000 ຫົວໜ່ວຍ, ເຮັດໃຫ້ສາມາດຄຸ້ມຄອງ, ຕິດຕາມການເກັບລາຍຮັບຜ່ານລະບົບດັ່ງກ່າວ ໄດ້ເພີ່ມຂຶ້ນ 251% ທຽບໃສ່ກ່ອນການນໍາໃຊ້ລະບົບ ຫລື ເພີ່ມຂຶ້ນສະເລ່ຍຫລາຍກວ່າ 20% ໃນແຕ່ລະປີ.
ຂປລ. ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ຄຳ ຊັກຖາມຂອງສະພາແຫ່ງຊາດກ່ຽວກັບການຄຸ້ມຄອງເກັບລາຍຮັບງົບປະມານ ໂດຍການຫັນເປັນທັນສະໄໝມີຄວາມຄືບໜ້າ, ຂ້ໍຫຍຸ້ງຍາກ ແລະ ບັນຫາຄົງຄ້າງ ຕ່າງໆໃນວາລະດຳເນີນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ກໍລະກົດ 2026 ວ່າ: ໄລຍະ ກ່ອນການເກັບລາຍຮັບຫັນເປັນທັນສະໄໝສ່ວນໃຫຍ່ໄດ້ເກັບລາຍ ຮັບເປັນເງິນສົດ, ແຕ່ພາຍຫລັງກະຊວງການເງິນ ໄດ້ສຸມໃສ່ຫັນ ເປັນທັນສະໄໝນັບແຕ່ປີ 2020 ເປັນຕົ້ນມາບວກກັບການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ ໂດຍສະ ເພາະຄຳສ່ັງເລກທີ 18/ນຍ ແລະ ດຳລັດເລກທີ 205 ຮອດປັດຈຸບັນ, ອັດຕາສ່ວນການຈັດເກັບລາຍຮັບ ຜ່ານລະບົບທະນາຄານ ເຄື່ອງມື ທັນສະໄໝອື່ນໆກວມເອົາ 95% ແລະ ເກັບເປັນເງິນສົດມີພຽງ 5% ຂອງລາຍຮັບທັງໝົດ. ການຫັນເປັນທັນສະໄໝຂອງຂະແໜງພາສີສາມາດເກັບລາຍຮັບໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນໄລຍະ 3 ປີຜ່ານມາ, ທຽບໄລຍະດຽວກັນສະເລ່ຍປີລະ 34%, ປັດຈຸບັນນໍາໃຊ້ຢູ່ນະຄອນຫລວງວຽງຈັນ ແລະ ຈະຜັນຂະຫຍາຍໄປຂອບເຂດທົ່ວປະເທດ.
ພາຍຫລັງການຜັນຂະຫຍາຍ ແລະ ນໍາໃຊ້ລະບົບຄຸ້ມຄອງການ ເກັບລາຍຮັບສ່ວຍສາອາກອນທີ່ມີບັນດາຫົວໜ່ວຍວິສາຫະກິດຫລາຍ ກວ່າ 195.000 ຫົວໜ່ວຍ, ເຮັດໃຫ້ ສາມາດຄຸ້ມຄອງຕິດຕາມເກັບລາຍຮັບຜ່ານລະບົບໄດ້ເພີ່ມຂຶ້ນ 251% ທຽບໃສ່ກ່ອນການນໍາໃຊ້ລະບົບ ຫລື ເພີ່ມຂຶ້ນສະເລ່ຍຫລາຍກວ່າ 20% ໃນແຕ່ລະປີ; ການເກັບອາກອນຈາກການຄ້າທາງເອເລັກໂຕຣນິກ (Digital Tax) ໂດຍສະເພາະການລົງທະບຽນຂອງຫົວໜ່ວຍທີ່ບໍ່ມີທ່ີຕັ້ງຢູ່ປະເທດລາວ (Microsoft, FaceBook, Youtube, Netfix ແລະ ອື່ນໆ) ທີ່ໄດ້ເລີ່ມຈັດຕັ້ງປະຕິບັດນັບແຕ່ທ້າຍປີ 2024 ເປັນ ຕົ້ນມາສາມາດເກັບລາຍຮັບໄດ້ປະມານ 12 ລ້ານໂດລາສະຫະລັດ; ໄດ້ສຳເລັດການຜັນຂະຫຍາຍລະບົບຄຸ້ມຄອງໃບເກັບເງິນອາກອນເອເລັກໂຕຣນິກ (E-Tax Invoice) ຢູ່ 4 ແຂວງ ຄື: ແຂວງວຽງຈັນ (ເມືອງ ວັງວຽງ), ແຂວງຫລວງພະບາງ (ນະຄອນຫລວງພະບາງ), ແຂວງຈຳປາສັກ (ເສັ້ນທາງເລກ 16) ແລະ ນະຄອນຫລວງວຽງຈັນ, ສາ ມາດເກັບລາຍຮັບເພີ່ມຂຶ້ນໄດ້ 25 ຕື້ກວ່າກີບ. ຖ້າຫາກສາມາດຜັນ ຂະຫຍາຍ ແລະ ນໍາໃຊ້ຢ່າງເປັນ ລະບົບກັບທຸກຫົວໜ່ວຍທຸລະກິດຈະເຮັດໃຫ້ລາຍຮັບຂອງທ້ອງຖິ່ນເພີ່ມຂຶ້ນ ແລະ ເກີນແຜນ, ພ້ອມ ທັງເປັນການປັບປຸງການຖືບັນຊີທ່ີຖືກຕ້ອງ ແລະ ເປັນເງື່ອນໄຂໃຫ້ຫົວໜ່ວຍທຸລະກິດເຂົ້າເຖິງສິນເຊ່ືອຜ່ານກອງທຶນເພື່ອການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ໄດ້ເພີ່ມຂຶ້ນ; ສຳ ເລັດການເຊື່ອມຕໍ່ຖານຂໍ້ມູນທີ່ດິນ ແຫ່ງຊາດ ກັບລະບົບຄຸ້ມຄອງລາຍ ຮັບສ່ວຍສາອາກອນ, ສາມາດດຶງ ຂໍ້ມູນຕອນດິນໄດ້ 2 ລ້ານກວ່າຕອນ ແລະ ສຳເລັດການກຳນົດທີ່ຕັ້ງຂອງ ຕອນດິນ 1,4 ລ້ານຕອນ; ປະຊາຊົນສາມາດນໍາໃຊ້ແອັບປະເພດການນໍາໃຊ້ທ່ີດິນ (ປັກມຸດ) ແລະ ຊຳລະຜ່ານທະນາຄານໄດ້. ປັດຈຸບັນເພື່ອເອກະພາບກັນຕໍ່ກົນໄກການຄຸ້ມຄອງຄ່າທໍານຽມ, ຄ່າບໍລິການໃນການນໍາໃຊ້ລະບົບທີ່ດິນແບບລວມສູນທັນສະໄໝ, ພ້ອມທັງການເກັບອາກອນທີ່ດິນປະຈຳປີ (ທີ່ຍັງຄ້າງ) ແລະ ອາກອນລາຍໄດ້ຈາກການຊື້-ຂາຍທີ່ດິນ ຊຶ່ງຈະໄດ້ເລີ່ມຈັດຕັ້ງປະຕິບັດໃນໄຕມາດທີ III, 2026.
ການຜັນຂະຫຍາຍລະບົບດັ່ງກ່າວ, ສາມາດຫັນການເກັບຄ່າທໍານຽມ, ຄ່າບໍລິການ ແລະ ກອງທຶນ ຕ່າງໆຢູ່ຈຸດດຽວເຂົ້າບັນຊີຄັງເງິນແຫ່ງລັດແບບລວມສູນ ແລະ ມີຜົນສໍາເລັດທ່ີພ້ົນເດ່ັນດ່ັງນ້ີ: ສຳເລັດການຜັນຂະຫຍາຍລະບົບຢູ່ 15 ດ່ານສາກົນ (ເພີ່ມໃໝ່ 6 ດ່ານສາກົນ ໃນໄລຍະ 6 ເດືອນຕົ້ນປີ 2026) ແລະ ສືບຕໍ່ຜັນຂະຫຍາຍໃຫ້ສຳເລັດ 12 ດ່ານສາກົນເປ້ົາໝາຍພາຍໃນ ປີ 2026 ແລະ ຈະສືບຕ່ໍຜັນຂະຫຍາຍໄປບັນດາກົມ ແລະ ຂະແໜງການອື່ນໆ.
ຂ່າວ: ສົມຫວັງ; ພາບ: ອ່າຍຄໍາ
KPL