ກະຈຽບຂຽວ ຜັກພື້ນບ້ານຄຸນຄ່າສູງ ອຸດົມດ້ວຍສານອາຫານດີຕໍ່ສຸຂະພາບ

09/07/2026 10:41
Email Print 603
ຂປລ ຂປລ. ກະຈຽບຂຽວ ເປັນຜັກພື້ນບ້ານທີ່ນິຍົມບໍລິໂພກກັນຢ່າງແຜ່ຫລາຍ ເນື່ອງຈາກມີຄຸນຄ່າທາງໂພຊະນາການສູງ ອຸດົມໄປດ້ວຍວິຕາມິນ, ແຮ່ທາດ, ເສັ້ນໃຍອາຫານ ແລະ ສານຕ້ານອະນຸມູນອິດສະລະ ທີ່ຊ່ວຍບຳລຸງສຸຂະພາບ. ກະຈຽບຂຽວ ມີເສັ້ນໃຍອາຫານສູງ ແລະ ນ້ຳເມືອກຕາມທຳມະຊາດ ຊຶ່ງຊ່ວຍໃຫ້ລະບົບຂັບຖ່າຍເຮັດວຽກໄດ້ດີ.

ຂປລ. ກະຈຽບຂຽວ ເປັນຜັກພື້ນບ້ານທີ່ນິຍົມບໍລິໂພກກັນຢ່າງແຜ່ຫລາຍ ເນື່ອງຈາກມີຄຸນຄ່າທາງໂພຊະນາການສູງ ອຸດົມໄປດ້ວຍວິຕາມິນ, ແຮ່ທາດ, ເສັ້ນໃຍອາຫານ ແລະ ສານຕ້ານອະນຸມູນອິດສະລະ ທີ່ຊ່ວຍບຳລຸງສຸຂະພາບ. ກະຈຽບຂຽວ ມີເສັ້ນໃຍອາຫານສູງ ແລະ ນ້ຳເມືອກຕາມທຳມະຊາດ ຊຶ່ງຊ່ວຍໃຫ້ລະບົບຂັບຖ່າຍເຮັດວຽກໄດ້ດີ. ນອກຈາກນັ້ນ, ຍັງຊ່ວຍສົ່ງເສີມການເຕີບໂຕຂອງຈຸລິນຊີທີ່ມີປະໂຫຍດໃນລຳໄສ້ ຫລື ພຣີໄບໂອຕິກ (prebiotics) ເຮັດໃຫ້ລະບົບຍ່ອຍອາຫານແຂງແຮງຂຶ້ນ. 

ເຖິງແນວໃດກໍດີ, ມືນີ້ ຄໍລຳ ສຶກສາຫາຄວາມຮູ້ ຈະມານຳສະເໜີກ່ຽວກັບຄຸນປະໂຫຍດຂອງກະຈຽບຂຽວມີດັ່ງນີ້: ຊ່ວຍຫລຸດນໍ້າຕານໃນເລືອດ ເໝາະສໍາລັບຜູ້ປ່ວຍພະຍາດເບົາຫວານ, ຜູ້ທີ່ຄວບຄຸມນ້ຳຕານ ເເລະ ນ້ຳໜັກ; ຫລຸດຜ່ອນອາການຖ່າຍຍາກ ເພາະມີນໍ້າເມືອກທີ່ຊ່ວຍເຮັດໃຫ້ອາຈົມອ່ອນຕົວລົງ ແລະ ຍັງມີເສັ້ນໃຍທີ່ດີສໍາລັບການຂັບຖ່າຍ, ຫລຸດຜ່ອນ cholesterol ໃນຮ່າງກາຍ; ຫລຸດຜ່ອນຄວາມສ່ຽງໃນການເປັນພະຍາດກະເພາະ, ກະເພາະອັກເສບ ແລະ ລຳໄສ້ອັກເສບ. ສຳລັບໃຜທີ່ເປັນພະຍາດກະເພາະຢູ່ເເລ້ວ ການກິນດອກກະຈຽບຂຽວພ້ອມມີນ້ຳເມືອກໜຽວໆຂອງມັນ ຈະຊ່ວຍເຂົ້າໄປເຄືອບເເຜໃນກະເພາະອາຫານໄດ້ອີກດ້ວຍ, ນຳຝັກກະຈຽບຂຽວມາຕົ້ມເເລ້ວໃສ່ເກືອໜ້ອຍໜຶ່ງ ສາມາດຫລຸດຜ່ອນອາການກົດໄຫລຢ້ອນໄດ້; ບຳລຸງສາຍຕາ ໝາກກະຈຽບຂຽວມີວິຕາມິນເອ ແລະ ສານຕ້ານອະນຸມູນອິດສະລະ ຊຶ່ງຊ່ວຍບຳລຸງສາຍຕາ, ປ້ອງກັນພະຍາດຕໍ້ກະຈົກ ແລະ ຫລຸດຄວາມເສື່ອມຂອງຈໍປະສາດຕາ; ບຳລຸງກະດູກ ແລະ ແຂ້ວ ເພາະມີແຄວຊ້ຽມ ແລະ ວິຕາມິນເຄ ທີ່ມີຄວາມສຳຄັນຕໍ່ການເສີມສ້າງຄວາມແຂງແຮງຂອງກະດູກ ແລະ ແຂ້ວ, ຊ່ວຍປ້ອງກັນພະຍາດກະດູກຜ່ອຍໃນອະນາຄົດ. ພ້ອມນັ້ນ, ກະຈຽບຂຽວ ຍັງມີໂຟເລດສູງ, ຊ່ວຍເສີມສ້າງເມັດເລືອດແດງ ແລະ ເປັນສິ່ງຈໍາເປັນຕໍ່ການພັດທະນາຂອງລູກໃນທ້ອງ. ເພາະສະນັ້ນ, ມັນຈຶ່ງເໝາະກັບແມ່ຍິງຖືພາ, ເປັນຜັກທີ່ມີສານຕ້ານອະນຸມູນ
ອິດສະລະສູງ (Glutathione) ມີສ່ວນຊ່ວຍໃນການຕ້ານມະເຮັງ ແລະ ອື່ນໆ.
ຂໍ້ຄວນລະວັງ : ເນື່ອງຈາກໝາກກະຈຽບຂຽວມີສານອັອກຊາເລດສູງ, ຜູ້ທີ່ມີບັນຫາເລື່ອງນິ້ວໃນໝາກໄຂ່ຫລັງຄວນກິນໃນປະລິມານທີ່ເໝາະສົມ ແລະ ບໍ່ຄວນກິນຫລາຍເກີນໄປ.

KPL

ຂ່າວອື່ນໆ

    • ທູດອັດສະຕຣາລີ ຢ້ຽມຢາມກຸ່ມຫັດຖະກຳ ຢູ່ຫລວງພະບາງບົດ-ສາລະຄະດີ

      ທູດອັດສະຕຣາລີ ຢ້ຽມຢາມກຸ່ມຫັດຖະກຳ ຢູ່ຫລວງພະບາງ

      7/21/2026 1:06:52 PM

      ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ເມື່ອບໍ່ດົນ ມານີ້, ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດ ອົດສະຕຣາ ລີ ປະຈຳ ສປປ ລາວ ຢ້ຽມຢາມກຸ່ມ ຫັດຖະກຳ ຂອງບຸກຄົນທີ່ມີຄວາມ ພິການ ຢູ່ບ້ານຊ່າງໄຫ ເມືອງປາກ ອູ ແຂວງຫລວງພະບາງ

    • ເມືອງທົ່ງມີໄຊ ປະກາດສ້າງຕັ້ງຕາແສງ ທົ່ງໃຫຍ່ ແລະ ຕາແສງມີໄຊບົດ-ສາລະຄະດີ

      ເມືອງທົ່ງມີໄຊ ປະກາດສ້າງຕັ້ງຕາແສງ ທົ່ງໃຫຍ່ ແລະ ຕາແສງມີໄຊ

      7/21/2026 1:00:37 PM

      ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ພິທີປະກາດ ສ້າງຕັ້ງຕາແສງທົ່ງໃຫຍ່ ແລະ ຕາ ແສງມີໄຊ ເມືອງທົ່ງມີໄຊ ແຂວງ ໄຊຍະບູລີ ຈັດຂຶ້ນໃນວັນທີ 18 ກໍລະກົດ 2026 ໂດຍມີ ທ່ານ ເພັງ ນິລັນ ຄໍາພັນເພັງ ເລຂາພັກແຂວງ ໄຊຍະບູລີ, ທ່ານ ພົຈວ ບຸນຍອງ ດວງດີ ຫົວໜ້າການທະຫານກອງ ບັນຊາການທະຫານແຂວງໄຊຍະບູ ລີ ພ້ອມດ້ວຍຄະນະຮັບຜິດຊອບສ້າງ ຕາແສງ, ອົງການປົກຄອງແຕ່ລະ ບ້ານ ແລະ ປະຊາຊົນເຂົ້າຮ່ວມ.

    • ອັດຕະປື ສະຫລອງວັນສ້າງສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີບົດ-ສາລະຄະດີ

      ອັດຕະປື ສະຫລອງວັນສ້າງສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ

      7/21/2026 12:55:46 PM

      ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ໃນທ້າຍອາທິດ ຜ່ານມາ, ແຂວງອັດຕະປື ຈັດພິທີ ສະເຫລີມສະ ຫລອງວັນສ້າງຕັ້ງ ສະຫະ ພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955-20 ກໍລະກົດ 2026) ທີ່ຫໍປະຊຸມໃຫຍ່ ຂອງແຂວງ, ໂດຍມີທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກ ແຂວງອັດຕະປື ພ້ອມດ້ວຍອະດີດ ການນໍາເພດຍິງ, ຄະນະບໍລິຫານ ງານ, ຄະນະໜ່ວຍ, ຮາກ ຖານ ແລະ ສະມາຊິກສະຫະ ພັນແມ່ຍິງເຂົ້າ ຮ່ວມ.

    • ກຸ່ມບໍລິສັດເຄມີຫວຽດນາມ ເຂົ້າຮ່ວມງານ ວາງສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2026ບົດ-ສາລະຄະດີ

      ກຸ່ມບໍລິສັດເຄມີຫວຽດນາມ ເຂົ້າຮ່ວມງານ ວາງສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2026

      7/21/2026 11:11:51 AM

      ຂປລ. ກຸ່ມບໍລິສັດເຄມີຫວຽດນາມ (Vinachem) ເປັນກຸ່ມບໍລິສັດຊັ້ນນໍາຂອງຫວຽດນາມ ທີ່ໄດ້ນໍາເອົາຜະລິດຕະພັນຕ່າງໆຂອງກຸ່ມບໍລິສັດມາວາງສະແດງ ແລະ ຈໍາໜ່າຍໃນງານວາງສະແດງສິນຄ້າລາວ-ຫວຽດນາມ ປະຈໍາປີ 2026 (VIETLAO EXPO 2026) ທີ່ຈັດຂຶ້ນໃນລະຫວ່າງວັນທີ 16-20 ກໍລະກົດ 2026 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫລວງວຽງຈັນ

    • ວິຖີຊີວິດ ແລະ ຮີດຄອງປະເພນີດັ້ງເດີມ ຂອງຊົນເຜົ່າຫໍ້ບົດ-ສາລະຄະດີ

      ວິຖີຊີວິດ ແລະ ຮີດຄອງປະເພນີດັ້ງເດີມ ຂອງຊົນເຜົ່າຫໍ້

      7/21/2026 11:06:43 AM

      ຂປລ. ຊົນເຜົ່າຫໍ້ ເປັນໜຶ່ງໃນຊົນເຜົ່າທີ່ອາໄສຢູ່ພາກເໜືອຂອງ ສປປ ລາວ ໂດຍສະເພາະໃນແຂວງຜົ້ງສາລີ, ຫລວງນ້ຳທາ,​ບໍ່ແກ້ວ, ອຸດົມໄຊ ແລະ ແຂວງຫລວງພະບາງ. ຊົນເຜົ່ານີ້ມີຕົ້ນກຳເນີດຈາກປະເທດຈີນ ແລະ ໄດ້ອົບພະຍົບເຂົ້າມາຕັ້ງຖິ່ນຖານຢູ່ດິນແດນຂອງລາວໃນຊ່ວງໄລຍະທ້າຍສະຕະວັດທີ XIX. ເຂົາເຈົ້າເອີ້ນຕົນເອງວ່າ “ຫໍ້” ແລະ ຊື່ນີ້ກໍເປັນຊື່ທີ່ໃຊ້ໃນທາງລັດຖະການຈົນຮອດປັດຈຸບັນ.

ads
ads

Top