ຂະແໜງກະສິກຳ ແລະ ສິ່ງເວດລ້ອມ ກຳນົດຫລາຍມາດຕາການຄຸ້ມຄອງປ່າໄມ້ໃຫ້ຍືນຍົງ

09/07/2026 09:55
ຂປລ ໄລຍະຜ່ານມາ ລັດຖະບານໄດ້ສະເໜີຂໍຫັນປ່ຽນທີ່ດິນປ່າໄມ້ເປັນທ່ີດິນປະເພດອື່ນ ເພ່ືອນໍາໃຊ້ເຂົ້າໃນການພັດທະນາໂຄງການຕ່າງໆ ໂດຍສະເພາະໂຄງການຂຸດຄົ້ນບໍ່ແຮ່, ໂຄງການພັດທະນາໄຟຟ້າ, ໂຄງການກະສິກຳ ແລະ ໂຄງການອື່ນໆເປັນຈໍານວນຫລາຍພັນເຮັກຕາ ຊຶ່ງເຮັດໃຫ້ເນື້ອທີ່ດິນປ່າໄມ້ຫລຸດລົງໃນແຕ່ລະປີ, ແຕ່ການຟື້ນຟູປ່າ ແລະ ປູກປ່າທົດແທນຂອງບັນດາໂຄງການດັ່ງກ່າວ ສ່ວນຫລາຍຍັງບ່ໍທັນໄດ້ຮັບການຈັດຕັ້ງປະຕິບັດທີ່ເປັນຮູບປະທຳ.

          ຂປລ.  ສະນັ້ນ, ເພື່ອຮັບປະກັນເຮັດໃຫ້ເນື້ອທີ່ປ່າປົກຫຸ້ມໃຫ້ໄດ້ 65% ຮອດປີ 2030 ຕາມແຜນການນັ້ນ, ລັດຖະບານ ກໍຄືຂະແໜງກະສິກຳ ແລະ ສ່ິງແວດລ້ອມ ໄດ້ກຳນົດທິດທາງ, ແຜນການ, ວິທີການ ແລະ ມາດຕະການຕ່າງໆຈັດຕັ້ງປະຕິບັດຢ່າງ ເຂັ້ມງວດ ໂດຍສະເພາະຈະເຂັ້ມງວດໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າໄມ້ ແລະ ທີ່ດິນປ່າໄມ້ ທີ່ມີຢູ່ໃນປັດຈຸບັນ ແລະ ສົ່ງເສີມການເຂົ້າຮ່ວມຂອງທຸກພາກສ່ວນໃນສັງຄົມ, ສູ້ຊົນສໍາຫລວດ, ຈັດສັນ ແລະ ກຳນົດເຂດທີ່ດິນປ່າໄມ້ທຳມະຊາດທີ່ຍັງບ່ທັນບັນລຸຄາດໝາຍໄປຄຽງຄູ່ກັບການຍູ້ແຮງຂະບວນການຟ້ືນຟູປ່າ ແລະ ສົ່ງເສີມການປູກໄມ້.

      ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຊີ້ແຈງກ່ຽວກັບບັນຫາດັ່ງກ່າວ ໃນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ກໍລະກົດ 2026 ນີ້ວ່າ: ຕາມຜົນການສໍາຫລວດຄວາມປົກຫຸ້ມປ່າໄມ້ ໃນປີ 2025 ແມ່ນກວມ 62,56% ຂອງເນື້ອທີ່ທົ່ວປະເທດ ຊຶ່ງເຫັນວ່າເພີ່ມຂຶ້ນຈາກຂໍ້ມູນປີ 2020 ປະມານ 0,56%. ສາເຫດທີ່ເພີ່ມຂຶ້ນໄດ້ໜ້ອຍແມ່ນຍ້ອນການບຸກລຸກປ່າໄມ້, ການຫັນປ່ຽນທີ່ດິນປ່າໄມ້ເປັນດິນປະເພດອື່ນຂອງບັນດາໂຄງການພັດທະນາ. ແຕ່ເຖິງຢ່າງໃດກໍຕາມ, ເພື່ອເຮັດໃຫ້ເນື້ອທີ່ປ່າໄມ້ ແລະ ເນື້ອທີ່ປົກຫຸ້ມປ່າໄມ້ເພີ່ມຂຶ້ນໃຫ້ໄດ້ 65% ໃນປີ 2030, ພັກ ແລະ ລັດຖະບານໄດ້ອອກຄໍາສັ່ງ 15/ ນຍ, ຄໍາສັ່ງ 11/ນຍ, ຄໍາສັ່ງ 11/ ຄລສພ, ທັງໄດ້ອອກແຈ້ງການໂຈະການພິຈາລະນາໂຄງການບໍ່ແຮ່ໃໝ່ ແລະ ຂະແໜງກະສິກຳກໍໄດ້ເອົາໃຈ ໃສ່ຄຸ້ມຄອງປ່າໄມ້ຕາມລະບົບ 3 ປະເພດປ່າ ແລະ ວຽກງານດ່ັງກ່າວ ໄດ້ຖືກກຳນົດເປັນ 1 ໃນ 7 ແຜນງານຂອງຂະແໜງກະສິກຳ ແລະ ສິ່ງແວດລ້ອມແຕ່ນີ້ຮອດປີ 2030. ເພື່ອຮັບປະກັນຄາດໝາຍສູ້ຊົນດັ່ງກ່າວ ລັດຖະບານ ກໍຄື ຂະແໜງກະສິກຳ ແລະ ສ່ິງແວດລ້ອມ ໄດ້ກຳນົດທິດທາງ, ແຜນການ, ວິທີການ ແລະ ມາດຕະການໃນການຈັດຕັ້ງປະຕິບັດເປັນຕົ້ນຈະຟື້ນຟູປ່າ ໂດຍທຳມະຊາດໃຫ້ໄດ້ 520.000 ເຮັກຕາ, ສົ່ງເສີມປູກໄມ້ອຸດສາຫະກຳໃຫ້ໄດ້ 200.000 ເຮັກຕາ ແລະ ບວກກັບເນ້ືອທ່ີດິນ ປ່າໄມ້ທີ່ກຳລັງສໍາຫລວດ ແລະ ຈັດ ສັນຈໍານວນ 14,7 ລ້ານເຮັກຕາ ໃຫ້ ໄດ້ 15,4 ລ້ານເຮັກຕາ ຫລື ເທົ່າກັບ 65% ຂອງເນື້ອທີ່ທົ່ວປະເທດໃນ ປີ 2030.ສຳລັບມາດຕະການເລ່ັງດ່ວນໃນປີ 2026 ລັດຖະບານ ກໍຄື ຂະແໜງກະສິກຳ ແລະ ສິ່ງແວດລ້ອມ ຈະເລ່ັງເກັບລາຍຮັບງົບປະມານຟ້ືນຟູປ່າ ແລະ ປູກປ່າທົດແທນ ຈາກໂຄງການພັດທະນາທີ່ມີມະຕິສະພາແຫ່ງຊາດຮັບຮອງໃນການຫັນປ່ຽນປ່າ ໂດຍກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ງົບປະມານແຫລ່ງ ອື່ນໆ; ຄຸ້ມຄອງ ແລະ ຈັດສັນງົບປະມານໃນການຟື້ນຟູປ່າ ແລະ ປູກ ປ່າທົດແທນທີ່ໄດ້ອະນຸມັດໃນຈໍານວນ 11 ຕື້ກີບ ເພື່ອໃຫ້ສາມາດ ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ. ການຈັດຕັ້ງປະຕິບັດຕົວຈິງກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກົມ ປ່າໄມ້) ຈະເປັນຈຸດໃຈກາງປະສານງານ, ສ້າງບົດສະເໜີໂຄງການ ແລະ ເຈລະຈາກັບບໍລິສັດຜູ້ພັດທະນາໂຄງການຕາມສັນຍາສໍາປະທານ ໃນການວາງແຜນການນໍາໃຊ້ງົບປະມານເຂົ້າໃນໜ້າວຽກຕົວຈິງຕາມຂັ້ນຕອນ ແລະ ລະບຽບການທ່ີກ່ຽວຂ້ອງ; ພະແນກກະສິກຳ  ແລະ ສິ່ງແວດລ້ອມຂັ້ນແຂວງ ເປັນຜູ້ຈັດຕັ້ງປະຕິບັດການຟື້ນຟູປ່າ ແລະ ປູກປ່າທົດແທນຕົວຈິງ ແລະ ຫ້ອງການກະສິກຳ ແລະ ສ່ິງແວດລ້ອມຂັ້ນເມືອງຮ່ວມກັບປະຊາຊົນທີ່ເຂດໂຄງການຟື້ນຟູ ແລະ ປູກປ່າຕັ້ງຢູ່; ມອບໃຫ້ພະແນກກະສິກຳ ແລະ ສິ່ງແວດລ້ອມຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງຂັ້ນທ້ອງຖິ່ນ ເປັນຜູ້ຮັບຜິດຊອບບົວລະບັດຮັກສາປ່າປູກ (ພາຍຫລັງສໍາເລັດການປູກ) ລວມທັງສ້າງລະບຽບການຄຸ້ມຄອງ, ປົກປັກຮັກສາຮ່ວມກັບປະຊາຊົນ; ແຕ່ງຕັ້ງຄະນະກຳມະການຮັບຜິດຊອບຄຸ້ມຄອງ, ຊຸກຍ້ ແລະ ຕິດຕາມການຈັດຕັ້ງປະຕິບັດໂຄງການຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນເປັນແຕ່ລະໂຄງການ.

      ສ່ວນມາດຕະການໄລຍະຍາວລັດຖະບານຈະສ້າງເງື່ອນໄຂເພື່ອ ຍາດແຍ່ງການຊ່ວຍເຫລືອດ້ານການເງິນ ແລະ ເຕັກນິກຈາກທັງ ພາຍໃນ ແລະ ຕ່າງປະເທດ ໂດຍຈະຊຸກຍູ້ສ່ົງເສີມຢ່າງແຂງແຮງໃນການສ້າງໂຄງການສິນເຊື່ອກາກບອນປ່າໄມ້ເພື່ອຄຸ້ມຄອງ, ປົກປັກ ຮັກສາ ແລະ ຟ້ືນຟູປ່າໄມ້ທັງ 3 ປະເພດປ່າ ໂດຍ 3 ຮູບແບບການຮ່ວມມືຄື: ການຮ່ວມມືລະຫວ່າງພາກລັດກັບພາກລັດ, ການຮ່ວມມີຫລາຍຝ່າຍ (ລັດ ແລະ ຄູ່ຮ່ວມພັດທະນາ) ແລະ ການຮ່ວມມືກັບພາກເອກະຊົນ; ເພີ່ມທະວີການຮ່ວມມືກັບຄູ່ຮ່ວມພັດທະນາໃນການພັດທະນາ, ຄຸ້ມຄອງ ແລະ ປົກ ປັກຮັກສາປ່າໄມ້ຕາມທິດສີຂຽວ ແລະ ຍືນຍົງ; ຜັນຂະຫຍາຍບັນດາກົດໝາຍ ແລະ ນິຕິກຳກ່ຽວຂ້ອງເປັນອັນລະອຽດ ເພ່ືອເປັນບ່ອນ ອີງໃນການຈັດຕັ້ງປະຕິບັດຢູ່ຂັ້ນທ້ອງຖິ່ນ; ພັດທະນາການຈັດຕັ້ງ ແລະ ບຸກຄະລາກອນໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງວຽກງານປົກປັກຮັກສາ ແລະ ຟ້ືນຟູປ່າໄມ້.

ຂ່າວ: ທະນູທອງ; ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

ads
ads

Top