ຂປລ
ຍອດຈຳໜ່າຍ ຍານພາຫະນະ ໄຟຟ້າ (EV) ແບບໃຊ້ ແບັດເຕີຣີ ໃນອົດສະຕຣາລີ ເພີ່ມຂື້ນສູງສຸດ ເປັນປະຫວັດສາດ ຕິດຕໍ່ກັນ ເປັນເດືອນທີ 5 ໃນເດືອນມິຖຸນາ. ໃນນັ້ນ ຈີນ ໄດ້ກາຍເປັນແຫລ່ງ ນຳເຂົ້າ ສະໜອງ ຍານພາຫະນະ ຊັ້ນນຳ ຂອງ ອົດສະຕຣາລີ.
ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ຂໍ້ມູນ ລາຍເດືອນ ຈາກ ສະພາ ອຸດສາຫະກຳ ຍານພາຫະນະ ແຫ່ງອົດສະຕຣາລີ ເຊິ່ງເຜີຍແຜ່ ເມື່ອບໍ່ດົນມານີ້ວ່າ: ຍອດຈຳໜ່າຍ ຍານພາຫະນະ ໄຟຟ້າ (EV) ແບບໃຊ້ ແບັດເຕີຣີ ໃນອົດສະຕຣາລີ ເພີ່ມຂື້ນສູງສຸດ ເປັນປະຫວັດສາດ ຕິດຕໍ່ກັນ ເປັນເດືອນທີ 5 ໃນເດືອນມິຖຸນາ. ໃນນັ້ນ ຈີນ ໄດ້ກາຍເປັນແຫລ່ງ ນຳເຂົ້າ ສະໜອງ ຍານພາຫະນະ ຊັ້ນນຳ ຂອງ ອົດສະຕຣາລີ.
ບົດລາຍງານ ລະບຸວ່າ: ໃນນັ້ນ 23,3% ຂອງ ຍານພາຫະນະໃໝ່ ທີ່ ຈຳໜ່າຍ ໃນເດືອນມິຖຸນາ ທັງໝົດ 140.058 ຄັນ ແມ່ນຍານພາຫະນະ ໄຟຟ້າ ທີ່ໃຊ້ແບັດເຕີຣີ ໂດຍອັດຕາສ່ວນ ດັ່ງກ່າວ ແມ່ນສູງກວ່າ ຕົວເລກ ສະຖິຕິ ສູງສຸດ ກ່ອນໜ້ານີ້ ໃນເດືອນພຶດສະພາ ກວມເອົາ 20%. ທັງນີ້ ຍານພາຫະນະ ໄຟຟ້າ ທີ່ໃຊ້ແບັດເຕີຣີ ແມ່ນກວມ ເອົາສ່ວນແບ່ງ ຕະຫລາດ ເພີ່ມຂຶ້ນເກືອບ ທົບເຄິ່ງ ຈາກ 11,8% ເປັນ 23,3% ນັບຕັ້ງແຕ່ ເດືອນ ກຸມພາ ເປັນຕົ້ນມາ.
ນອກຈາກນັ້ນ, ເມື່ອເດືອນກຸມພາ ຍັງເປັນ ເດືອນທຳອິດ ທີ່ ຈີນ ກາຍເປັນ ແຫລ່ງນຳເຂົ້າ ຍານພາຫະນະໃໝ່ ຂະໜາດໃຫຍ່ທີ່ສຸດ ຂອງ ອົດສະຕຣາລີ ຫລັງຈາກ ຍີ່ປຸ່ນ ຄອງຕຳແໜ່ງ ດັ່ງກ່າວ ມາແຕ່ ປີ 1998. ໂດຍຈຳນວນ ຍານພາຫະນະ ທີ່ນຳເຂົ້າ ຈາກຈີນ ໃນເດືອນມິຖຸນາ ລວມມີ 46.592 ຄັນ ເຊິ່ງເພີ່ມຂຶ້ນ ຈາກ 22.362 ຄັນ ໃນເດືອນກຸມພາ, ປັດຈຸບັນ ຈຳນວນ ຍານພາຫະນະ ຈາກ ຍີ່ປຸ່ນ ລວມມີ 27.098 ຄັນ./.
KPL